Homeຂ່າວທ້ອງຖິ່ນຄໍາມ່ວນ ມີນັກສຶກສາຮຽນຈົບຄູປະມານ 1.000 ກວ່າຄົນ ຍັງວ່າງວຽກ

ຄໍາມ່ວນ ມີນັກສຶກສາຮຽນຈົບຄູປະມານ 1.000 ກວ່າຄົນ ຍັງວ່າງວຽກ

Published on

ແຂວງຄໍາມ່ວນ ຢືນຢັນ​ວ່າມີ​ນັກ​ສຶກສາ​ ຮຽນຈົບ​ມາ​ໄດ້ 2 ສົກຮຽນ ​ແຕ່​ຍັ​ງບໍ່​​ໄດ້ບັນຈຸ​ເຂົ້າ​ເປັນ​ຄູ​ອາຈານ​ ໃນ​ໂຮງຮຽນ​ແຕ່ລະ​ແຫ່ງ ຍ້ອນ​ເກີດ​ສະ​ພາບ​ ພະນັກງານ​ເຫລືອ​ບໍ່ພໍ ຂະນະ​ທີ່ຕົວ​ເລກ ຄູສອນພາກລັດ ທັງໝົດສົກ​ປີ 2017-2018 ມີ​ປະມານ 4.176 ຄົນ , ຍິງ 2.359 ຄົນ  ສ່ວນຄູເອກະຊົນມີ 219 ຄົນ , ຍິງ 180 ຄົນ  ໃນນັ້ນວຸດທິການສຶກສາ ປະລິນຍາໂທ 14 ຄົນ , ປະລິນຍາຕີ 821 ຄົນ , ຊັ້ນສູງ 2.148 ຄົນ , ຊັ້ນກາງ 1.518 ຄົນ ແລະ ຊັ້ນຕົ້ນ 168 ຄົນ .

ຫວ່າງ​ບໍ່​ດົນ​ມາ​ນີ້ ທ່ານ​ ນາງ ​ແສງ​ເດືອນ ຫຼ້າ​ຈັນທະ​ບູນ ລັດຖະມົນຕີ​ກະຊວງ​ສຶກສາ​ທິການ ​ແລະ ກິລາ​ ໄດ້​ລົງມາ​ເຄື່ອນ​ໄຫວ​ ​ແລະ​ ເຮັດ​ວຽກ​ຢູ່​ ແຂວງ​ຄໍາ​ມ່ວນ​ ​ ​​​​ເຊິ່ງ​ໃຫ້ການ​ຮັບ​ຕ້ອນ​ຂອງ ທ່ານ ສີ​​ໄຮ ​ແກ້ວ​ໄກ​ຖິ່ນ ຫົວໜ້າ​ພະ​ແນ​ກ​ ສຶກສາ​ທິການ ​ແລະ ກິລາ​ແຂວງ
​
ໃນ​ໂອກາດ​ດັ່ງກ່າວ​ນີ້ ທ່ານ
 ສີ​​ໄຮ ​ແກ້ວ​ໄກ​ຖິ່ນ​ ໄດ້​ລາຍ​ງານ​ສະພາບ​ການ​ໂດຍ​ຫຍໍ້​ວ່າ: ​​ແຂວງ​ຄໍາ​ມ່ວນ ມີ 10 ຕົວ​ເມືອງ , ມີ 582 ບ້ານ , ມີ 75.276 ຄອບຄົວ , ມີ 57 ກຸ່ມ​ບ້ານ , ມີ 3 ຈຸດ​ສຸມ​ພັດທະນາ​ຂອງ​ແຂວງ​ຄື : ​ກໍ່​ແມ່ນ​ແຂວງ​ໜຶ່ງ​ ທີ່​ໄດ້​ເອົາ​ໃຈ​ໃສ່​ພັດທະນາ​ ວຽກ​ງານ​ການ​ສຶກສາ​ ເຊິ່ງທົ່ວ​ແຂວງໂຮງຮຽນ​ລ້ຽງ​ເດັກ – ອະນຸບານ​ ທັງ​ໝົດ 182 ​ແຫ່ງ, ຈໍານວນ​ໂຮງຮຽນ​ປະຖົມ​ມີ​ທັງ​ໝົດ 620 ​ແຫ່ງ, ຈໍານວນ​ໂຮງຮຽນ​ ມັດທະຍົມ​ສຶກສາ​ທັງ​ໝົດ 136 ​ແຫ່ງ ​ໃນ​ນັ້ນ ຈໍານວນ​ນັກຮຽນມັດທະຍົມ​ສຶກສາ ​ທັງ​ໝົດ 37.343 ຄົນ, ຍິງ 18.500 ຄົນ; ໂຮງຮຽນ​ອາຊີວະ​ສຶກສາ​ທັງ​ໝົດ 6 ​ແຫ່ງ (ພາກ​ລັດ 2 ​ແຫ່ງ, ພາກ​ເອກະ​ຊົນ 4 ​ແຫ່ງ), ມີ​ຈໍານວນ​ນັກຮຽນ​ທັງ​ໝົດ 3.297 ຄົນ,  ຍິງ 1.642 ຄົນ; ມີຄູສອນພາກລັດທັງໝົດ 4.176 ຄົນ. 

ທ່ານ ສີໄຮ ແກ້ວໄກຖິ່ນ ໄດ້ກ່າວຕື່ມອີກວ່າ : ຄຽງຄູ່ກັບສິ່ງຕັ້ງໜ້າ ໃນສົກຮຽນຜ່ານມາ ຍັງມີຫລາຍຂໍ້ຫຍຸ້ງຍາກ ແລະ ບັນຫາທີ່ ຈະຕ້ອງແກ້ໄຂເຊັ່ນ : ບັນຫາຄຸນນະພາບ ການຮຽນ–ການສອນ ໃນຊັ້ນ ປະຖົມສຶກສາບາງເມືອງຍັງຕໍ່າ , ຈໍານວນນັກຮຽນປະລະ ແລະ ອອກໂຮງຮຽນກາງປີ ໂດຍສະເພາະໃນຂັ້ນປ 1, ຕິດຕາມ ແລະ ການບໍລິຫານຄຸ້ມຄອງ ໂຮງຮຽນຍັງບໍ່ເປັນລະບົບ ແລະ ຕໍ່ເນື່ອງ , ປຸກລະດົມ, ຊຸກຍູ້ການສ້າງເຮືອນພັກໃຫ້ ແລະ ນັກ ຮຽນໃນເຂດຫ່າງໄກສອກຫລີກ ຍັງບໍ່ທົ່ວເຖິງ ພ້ອມ​ນີ້ແຕ່ໃນສົກຮຽນ 2016 – 2017 ໄດ້ຮັບ ອະນຸມັດຕົວເລກ ລັດຖະກອນທົ່ວແຂວງພຽງແຕ່ 108 ຄົນ ແລະ ໄດ້ສອບເສັງຄັດເລືອກ ເອົາສະເພາະແຕ່ຄູ ທີ່ເຮັດໜ້າທີ່ສອນຊ່ວຍ ເຊິ່ງມີຄູອະ ນຸບານ 23 ຄົນ, ຄູປະຖົມ 27 ຄົນ ແລະ ຄູມັດທະຍົມ 58 ຄົນ. ປະຈຸບັນນີ້ຄູສອນຊ່ວຍ ຍັງເຫລື​ອ 813 ຄົນ, ຍິງ 572 ຄົນ, ມີນັກສຶກສາທີ່ຮຽນຈົບມາ 2 ສົກຮຽນ ( ບໍ່ນັບຄູສອນຊ່ວຍ ) ທີ່ຍັງວ່າງງານຢູ່ປະມານ 1.000 ກວ່າຄົນ ​ເຊິ່ງຍັງ​ບໍ່​​ໄດ້​ບັນຈຸ​ເຂົ້າ​ ເປັນ​ພະນັກງານ ຫລື ຄູ​ອາຈານ​ເທື່ອ​ ຍ້ອນ​ສະ​ເພາະ ​ພະນັກງານ​ເຫລືອ​ບໍ່ພໍ, ສະພາບການບັນຈຸ ແລະ ນໍາໃຊ້ຄູຍັງບໍ່ທັນມີ ປະສິດທິພາບເຫັນໄດ້ວ່າຍັງມີສະພາບຄູເຫລື​ອບໍ່ພໍຢູ່ໃນລະບົບ, ບາງວິຊາມີຫລາຍ ແລະ ຂາດບາງວິຊາທີ່ຈໍາເປັນ.

ແຫລ່ງຂ່າວໂດຍ : ​ແດງ​ສະຫວັດ ​ແສນ​ພານິດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...