spot_img
Homeຂ່າວພາຍ​ໃນທີມບານເຕະຄົນພິການຕາລາວລົງສະໜາມນັດທຳອິດເອົາຊະນະຫວຽດນາມ 4-1

ທີມບານເຕະຄົນພິການຕາລາວລົງສະໜາມນັດທຳອິດເອົາຊະນະຫວຽດນາມ 4-1

Published on

ມື້ທີ 1 ຂອງການແຂ່ງຂັນອາຊຽນພາຣາເກມ(ແຂ່ງຂັນກິລາຄົນພິການ) ທີ່ ມາເລເຊຍ ໃນວັນທີ 18/09/2017 ແຂ່ງຂັນບານເຕະນັດທຳອິດທີມບານເຕະຄົນພິການຕາລາວ ກັບ ທີມຫວຽດນາມ

ນັກກິລາພິການຕາທີມຊາດລາວລົງສະໜາມນັດທຳອິດດ້ວຍຊຸດສີແດງ ພົບກັນ ນັກກິລາທີມຊາດຫວຽດນາມ ມາໃນຊຸດສີຂາວ ເຊິ່ງເປັນການເປີດສະໜາມພົບກັນໃນນັດທຳອິດ ຂອງການແຂ່ງຂັນອາຊຽນພາຣາເກມ ເຊິ່ງໃນນັດນີ້ທີມນັກບານເຕະຄົນພິການຕາທີມຊາດລາວກໍ່ບໍ່ເຮັດໃຫ້ຜິດຫວັງສາມາດເກັບ 3 ແຕ້ມມາໄດ້ ໂດຍການເອົາຊະນະຫວຽດນາມໄປຢ່າງຂາດຮອຍ 4-1

ໃນວັນທີ 19/09/2017 ແຂ່ງຂັນນັດທີ 2 ແມ່ນທີມນັກບານເຕະຄົນພິການຕາທີມຊາດລາວ ຈະພົບກັບ ທີມນັກກິລາຄົນພິການຕາທີມຊາດໄທ

ຮ່ວມສົ່ງແຮງໃຈໄປເຊຍທັບນັກກິລາຄົນພິການຕາທີມຊາດລາວ ໃຫ້ສາມາດເອົາຊະນະໃນການແຂ່ງຂັນ ແລະ ໄດ້ຫລຽນລາວວັນມາຕ້ອນພີ່ນ້ອງຊາວລາວ

ທັບນັກກີລາຄົນພິການລາວ ສູ້!ສູ້!ສູ້

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...