Homeຂ່າວພາຍ​ໃນປະຊາຊົນເຂດທ່າວຽງ ແຕກຕື່ນຂົນເຄື່ອງໜີນໍ້າ ຄາດວ່າຍ້ອນເຂື່ອນແຕກ

ປະຊາຊົນເຂດທ່າວຽງ ແຕກຕື່ນຂົນເຄື່ອງໜີນໍ້າ ຄາດວ່າຍ້ອນເຂື່ອນແຕກ

Published on

ປະຊາຊົນເຂດທ່າວຽງ ແຕກຕື່ນຂົນເຄື່ອງໜີນໍ້າ… ຫຼັງມີກະແສນໍ້າມະຫາສານໄຫລມາຖ້ວມບ້ານເຮືອນ ຄາດວ່າຍ້ອນເຂື່ອນແຕກ

ໃນຕອນບ່າຍຂອງວັນທີ 11 ກັນຍາ 2017 ປະຊາຊົນເຂດທ່າວຽງ ເມືອງທ່າໂທມ ແຂວງໄຊຊົມບູນ ໄດ້ແຕກຕື່ນປົບຕາຍເກືອບບໍ່ທັນ ເມື່ອມີກະແສນໍ້າມະຫາສານໄຫລລົ້ນເຂົ້າມາແບບບໍ່ທັນຕັ້ງໂຕ ແລະ ບໍ່ຮູ້ສາເຫດ.ແຕ່ປະຊາຊົນເຂດດັ່ງກ່າວ ຄາດຄະເນວ່າສາເຫດອາດມາຈາກເຂື່ອນແຕກ ສ່ວນການຄົມມະນາຄົມຂົນສົ່ງຈາກປາກຊັນໄປຊຽງຂວາງຕ້ອງເປັນອຳມະພາດ ທັນທີ່ ເຮັດໃຫ້ລົດຕິດຍາວຢຽດ.

ຈາກການໃຫ້ຂໍ້ມູນຈາກເຈົ້າໜ້າທີ່ທ້ອງຖິ່ນ ເມືອງທ່າໂທມ ໃຫ້ຮູ້ວ່າ ເກີດເຫດເຂື່ອນແຕກແທ້ ໃນຕອນສວາຍ ວັນທີ 11 ກັນຍາ 2017 ເປັນເຂື່ອນນ້ອຍທີ່ກຳລັງກໍ່ສ້າງຢູ່ເທິງເໜືອ ເຂື່ອນນໍ້າງຽບ 2 ຊື່ວ່າ ເຂື່ອນນໍ້າເອົ້າ.

ເຈົ້າໜ້າທີ່ກ່ຽວຂ້ອງແມ່ນກໍາລັງເລັ່ງກວດຫາສາເຫດທີ່ເຄື່ອນແຕກຢູ່, ສ່ວນຜົນກະທົບທີ່ມີຕໍ່ ປະຊາຊົນ ແລະ ພື້ນທີ່ ທີ່ກະແສນໍ້າພັດໄປນັ້ນເຫັນວ່າເສຍຫາຍຫຼາຍສົມຄວນ,​ ຈະຕ້ອງໄດ້ໃຊ້ເວລາໃນການສໍາຫຼວດ. ປະຈຸບັນ ບໍ່ທັນມີລາຍງານ ຜູ້ບາດເຈັບ ຫຼື ເສຍຊີວິດ.

ແຫລ່ງຂ່າວ: ລາຍການປິ່ນອ້ອມຂ່າວ ທາງວິທະຍຸ FM90.0MHz
ຮູບປະກອບຂ່າວ: ລາວອັບເດດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...