spot_img
Homeຂ່າວເຫດການການລັກລອບຕັດໄມ້ຍັງມີແຜ່ຫຼາຍ ມີການກວດພົບດຳເນີນຄະດີແລ້ວຫຼາຍກໍລະນີ

ການລັກລອບຕັດໄມ້ຍັງມີແຜ່ຫຼາຍ ມີການກວດພົບດຳເນີນຄະດີແລ້ວຫຼາຍກໍລະນີ

Published on

 

ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາ ຂະແໜງການຂອງຕົນ ໄດ້ເອົາໃຈໃສ່ສຶກສາອົບຮົມ

ເຜີຍແຜ່ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັກນ້ຳ-ສັດປ່າໃຫ້ປະຊາຊົນຢູ່ເຂດຄຸ້ມຄອງປ່າໄມ້ຂອງຊາວ

ບ້ານ ແລະ ນຳໃຊ້ມາດຕະການຕ້ານປາກົດການຫຍໍ້ທໍ້ຢ່າງເຂັ້ມງວດ, ແຕ່ກໍຍັງມີການລັກລອບຕັດໄມ້ຢູ່ເປັນປະຈຳ

ຄື ໃນໄລຍະ 1 ເດືອນຜ່ານມາ ໜ່ວຍງານກວດກາປ່າໄມ້ຍຶດໄມ້ ແລະ ດຳເນີນຄະນະດີຕໍ່ຜູ້ລັກລອບຊັບພະຍາກອນ

ປ່າໄມ້ ຢູ່ບັນດາແຂວງຕ່າງໆຄື: ແຂວງຄຳມ່ວນ ມີ 2 ຄະດີ, ຍຶດໄມ້ດູ່ໄດ້ 106 ຕັບ, ເທົ່າກັບ 19,58 ແມັດກ້ອນ, ໄມ້

ຂະຍຸງ 400 ກິໂລ, ນອກນັ້ນ ຍັງໄດ້ດຳເນີນຄະດີຕໍ່ຜູ້ທີ່ເຜົ່າຖ່ານດັງໄຟຜິດກົດໝາຍອີກຈຳນວນໜຶ່ງ, ສ່ວນແຂວງ

ສະຫວັນນະເຂດມີ 1 ຄະດີ, ຍຶດໄມ້ກະຈະໄດ້ຈຳນວນ 52 ທ່ອນ, ເທົ່າກັບ 116,18 ແມັດກ້ອນ, ຊຽງຂວາງ ມີ 1 ຄະດີ,

ຍຶດໄມ້ກະບໍ້ໄດ້ 509 ທ່ອນ, ບໍລິມາດ 22,65 ໂຕນ ແລະ ແຂວງຫົວພັນມີ 1 ຄະດີ, ຍຶດໄມ້ຮຳຊາຍໄດ້ 15 ຕັບ, ເທົ່າກັບ

0.853 ແມັດກ້ອນ, ຊຶ່ງຈຳນວນຜູ້ກະທຳຜິດທັງໝົດ ໄດ້ຖືກດຳເນີນຄະນະດີຕາມລະບຽບກົດໝາຍ, ເຖິງຢ່າງໃດ

ກໍຕາມ ເພື່ອກຳຈັດຂະບວນການລັກລອບຕັດໄມ້ ແລະ ຄ້າໄມ້ເຖື່ອນ, ທາງຂະແໜງກະສິກຳ ແລະ ປ່າໄມ້ໄດ້ສືບຕໍ່

ລົງເຮັດວຽກຮ່ວມກັບຄະນະສະເພາະກິດ ກວດກາການເຄື່ອນຍ້າຍໄມ້, ທີ່ລັກລອບຊື້-ຂາຍແບບບໍ່ຖືກຕ້ອງຕາມ

ກົດໝາຍ, ພ້ອມນັ້ນກໍໄດ້ສົມທົບກັບກົມຄຸ້ມຄອງຊັບພະຍາກອນໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ

ສິ່ງແວດລ້ອມ ລົງຕິດຕາມການຂຸດຄົ້ນໄມ້ ແລະ ການສົ່ງອອກ ໄມ້ໃຫ້ຖືກລະບຽບກົດໝາຍ.

 

ແຫຼ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...