spot_img
Home​ຂ່າວທ່ອງທ່ຽວລັດຖະບານລາວ ກະກຽມຕ້ອນຮັບປີທ່ອງທ່ຽວ ລາວ 2018

ລັດຖະບານລາວ ກະກຽມຕ້ອນຮັບປີທ່ອງທ່ຽວ ລາວ 2018

Published on

 ​ໃນວັນ​ທີ 4 ກັນຍາ ນີ້ ທີ່​ສຳນັກງານ​ນາຍົກລັດຖະມົນຕີ ໄດ້ມີກອງປະຊຸມປຶກສາຫາລືການກະກຽມຕ້ອນຮັບປີທ່ອງ ທ່ຽວ ລາວ 2018 ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ, ມີທ່ານ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ບັນດາ​ຮອງ​ລັດຖະມົນຕີ, ​ຮອງ​ເຈົ້າ​ແຂວງ, ຮອງ​ເຈົ້າ​ຄອງ​ນະຄອນຫລວງ​, ພ້ອມ​ດ້ວຍ​ພະນັກງານ​ວິຊາ​ການ ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.
ລັດຖະບານ​​ຄາດ​ຄະ​ເນ​ວ່າ ຈະ​ມີ​ນັກ​ທ່ອງ​ງທ່ຽວ​​ ເຂົ້າ​ມາ​ທ່ອງ​ທ່ຽວ ສປປ ລາວ ປະມານ 5 ລ້ານ​ກວ່າ​ຄົນ, ​ສ່ວນ​ໃຫຍ່​​ແມ່ນ​ນັກ​ທ່ອງ​ທ່ຽວ​ ໃນ​ຂົງ​ເຂດ​ອາຊີ ​ແລະ ລັດຖະບານ ກຳລັງປຶກສາ​ຫາລື ​​ແຜນການ​ກະກຽມ​ເປີດ ​ປີ​ທ່ອງ​ທ່ຽວ​ລາວ 2018, ​ໂດຍ​ສະ​ເພາະຂອດ​ບໍລິການ, ການປັບປຸງ​ແກ້​ໄຂ​ຂໍ້​ຈຳກັດ ກົດ​ໜ່ວງ​ຖ່ວງ​ດຶງ​ວຽກ​ງານ​ການທ່ອງທ່ຽວ, ​ຖືກ ຕ້ອງສອດຄ່ອງ​ກົດໝາຍ ​ແລະ ລະບຽບ​ການ.
​ເຊີ່ງຕາມການລາຍງານໃຫ້ຊາບວ່າ: ໃນສາມ​ເດືອນ​ຕົ້ນ​ປີຜ່ານມາ ມີ​ນັກ​ທ່ອງ​ທ່ຽວ ​ອາ​ຊຽນເຂົ້າ​ມາ​ທ່ອງ​ທ່ຽວ​ລາວ ​ມີປະມານ 763.000 ຄົນ, ນັກ​ທ່ອງ​ທ່ຽວ ​ຈາກປະ​ເທດ​​ເອີ​ຣົບ 60.000 ຄົນ, ອາ​ເມ​ລິ​ກາ ​ເກືອບ 20.000 ຄົນ, ​ໄທ 498.000 ຄົນ ​ແລະ 2.000 ກວ່າຄົນ ​ແມ່ນ​ມາ​ຈາກອາ​ຟຣິກາ ​ແລະ ຕາ​ເວັນ​ອອກ​ກາງ.
ທ່ານ​ ສອນ​ໄຊ ສີ​ພັນ​ດອນ ​ໄດ້​ເນັ້ນ​ໜັກ​ໃຫ້​ພາກສ່ວນ ​ແລະ ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ​ ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ສະອາດ​ຈົບງາມ​ ໃນ​ສັງຄົມ​, ໂດຍ​ສະ​ເພາະ ຕ້ານ ​ແລະ ສະກັດ​ກັ້ນ​ ປະກົດ​ການ​ຫຍໍ້​ທໍ້ ຂີ້ລັກ, ປຸ້ນ​ຈີ້ຊິງ​ຊັບ, ການ​ກໍ່​ອາ​ຊະ​ຍາ​ກຳ ​ແລະ ​ປະກົດ​ການ​ຫຍໍ້​ທໍ້​ອື່ນໆ ທີ່​ເປັນ​ພາບ​ພົດ​ບໍ່​ດີ, ປັບປຸງ​ພື້ນ​ຖານ​ໂຄງ​ລ່າງ​ ເພື່ອ​ຮອງ​ຮັບ​ການທ່ອງທ່ຽວ​ທີ່​ຈຳ​ເປັນ ​ເຊັ່ນ: ເສັ້ນທາງ, ສະໜາມ​ບິນ, ສະຖານ​ທີ່​ທ່ອງ​ທ່ຽວ, ທີ່​ພັກ, ຮ້ານ​ອາຫານ, ພາຫະນະ​ຂົນ​ສົ່ງ ​ແລະ ລະບົບ​​ໂທລະຄົມມະນາຄົມ, ພ້ອມ​​ການບໍລິການ ​ທີ່ອຳນວຍ​ຄວາມ​ສະດວກ ດ້ານ​ເອກະສານ​ເຂົ້າ-ອອກ ຂອງ​ນັກ​ທ່ອງ​ທ່ຽວ, ຄ່າ​ທຳນຽມ​ສຳ​ລັບ​ນັກ​ທ່ອງ​ທ່ຽວ, ກວດກາ​ຄືນ ​ແລະ ປັບປຸງ​ໃຫ້​ເໝາະ​ສົມ ກ່ຽວ​ກັບ​ຄ່າ​ບໍລິການ​, ຄ່າ​ຜ່ານ​ປະຕູ ​ຢູ່​ແຕ່ລະ​ແຫ​ລ່ງທ່ອງ​ທ່ຽວ ລວມທັງ​ການ​ບໍລິການ​ແຂກ, ​ໂດຍ​ເນັ້ນ​ໃສ່​ຄວາມ​ສະດວກ, ວ່ອງ​ໄວ​, ສະອາດ, ປອດ​ໄພ, ຮັກສາ​ໄດ້​ວັດທະນະທຳ​ອັນ​ດີ​ງາມ​ຂອງ​ຊາດ ​ແລະ ​ຂອງ​ເຜົ່າ. ການ​ນຳ​ໃຊ້​ງົບປະມານ​ຕ້ອງ​ບົນ​ພື້ນຖານ​ປະຢັດ​ມັດທະຍັດ, ສົມ​ເຫດ​ສົມ​ຜົນ, ຫລີກ​ເວັ້ນການ​ຟູມ​​ເຟືອຍ, ​ໂຄສະນາ​ເຜີຍ​ແຜ່, ສ້າງ​ຂະ​ບວນການ ​ແລະ ຈັດ​ກິດຈະກຳ​ຕ່າງໆ ​ໃຫ້​ມີ​ບັນຍາກາດ​ຟົດ​ຟື້ນ, ມີ​ເນື້ອ​ໃນ​ສັງຄົມ​ຮັບ​ຮູ້​ຢ່າງ​ກວ້າງ ຂວາງ, ສ້າງ​ຄວາມ​ເຊື່ອ​ໝັ້ນ ​ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄດ້​ຢ່າງ​ແທ້​ຈິງ. ​ເດັດຂາດ​ບໍ່ໃຫ້​ມີ​ກໍລະນີ​ສວຍ​ໂອກາດ ​ເອົາ​ປຽບ​ນັກ​ທ່ອງ​ທ່ຽວ, ຊຶ່ງ​ວຽກ​ງານ​ທັງ​ໝົດ​​ເຫລົ່ານີ້​ ແມ່ນ​ເອົາ​ໃຈ​ໃສ່​ຊຸກຍູ້​ທຸກ​ພາກສ່ວນ​ ໃນ​ທົ່ວ​ສັງຄົມ​ໃຫ້ມີ​ສ່ວນ​ຮ່ວມ​ຫລາຍຂຶ້ນ.
ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ.

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...