ເກົາຫຼີເໜືອສຳເລັດໃນການທົດສອບລະເບີດນິວເຄຣຍໄຮໂດຣເຈນ ຫຼື ເອຊ-ບອມ

ຄຳຖະແຫຼງຄວາມສຳເລັດໃນການທົດສອບລະເບີດນິວເຄຣຍໄຮໂດຣເຈນ ຫຼື ເອຊ-ບອມ ສຳລັບຕິດຕັ້ງທີ່ຫົວຮົບຂີປະນາວຸດຂອງເກົາຫຼີເໜືອ ໃນວັນທີ 3 ກັນຍາ 2017 ເປັນອີກຄັ້ງທີ່ສ້າງກະແສຄວາມຕົກຕະລຶງໃຫ້ກັບປະຊາຄົມໂລກ ເພາະນີ້ເປັນການທົດສອບອາວຸດນິວເຄຣຍໃຕ້ດິນຄັ້ງທີ 6 ຂອງເກົາຫຼີເໜືອ ເຖິງແມ່ນວ່າຈະຖືກມາດຕະການລົງ ໂທດຈາກສະຫະປະຊາຊາດທຸກທິດທາງແລ້ວກໍ່ຕາມ

ລະເບີດນິວເຄຣຍທົ່ວໄປ ຫຼື ເອ-ບອມ ນັ້ນໃຊ້ຫຼັກການ “ແຕກຕົວ” ຫຼື ຟິຊຊັ່ນ ຂອງອະຕອມແຮ່ໂລຫະໜັກເຊັ່ນ: ຢູເຣນຽນ 235 ເຮັດໃຫ້ປົດປ່ອຍພະລັງງານຄວາມຮ້ອນມະຫາສານ