spot_img
Homeຍ້ອງຍໍຄົນດີເດັ່ນ10 ສຸດຍອດນັກຄະນິດສາດຜູ່ຍິ່ງໃຫຍ່ທີ່ສຸດຂອງໂລກທີ່ມີຜົນງານດີເດັ່ນ

10 ສຸດຍອດນັກຄະນິດສາດຜູ່ຍິ່ງໃຫຍ່ທີ່ສຸດຂອງໂລກທີ່ມີຜົນງານດີເດັ່ນ

Published on

ນັບຕັ້ງແຕ່ຍຸກສະໄໝບູຮານໄດ້ມີນັກຄະນິດສາດທີ່ສຸດຍອດຫຼາຍທ່ານໄດ້ສ້າງຜົນງານການຄິດຄົ້ນ ແລະ ພັດທະນາວິຊາຄະນິດສາດມາຕັ້ງແຕ່ບູຮານຈົນຮອດປັດຈຸບັນ ເຮັດໃຫ້ວິຊາຄະນິດສາດມີຄວາມກ້າວໜ້າຫຼາຍ ໃນຄໍລຳຍ້ອງຍໍຄົນດີເດັ່ນໃນມື້ນີ້ເຮົາຈະພາທຸກຄົນໄປຮູ້ຈັກກັບ 10 ສຸດຍອດນັກຄະນິດສາດຜູ່ຍິ່ງໃຫຍ່ທີ່ສຸດຂອງໂລກທີ່ມີຜົນງານດີເດັ່ນ ເຊິ່ງຈະມີທ່ານໃດແນ່ນັ້ນເຮົາມາຮູ້ຈັກໄປພ້ອມໆກັນເລີຍ

10. ປີແຍຣ໌ ເດິ ແຟຣ໌ມາ (Pierre de Fermat) ເກີດເມື່ອປີ 1607 ແລະ ເສຍຊີວິດໃນປີ 1665 ມີອາຊີບເປັນນັກກົດໝາຍແຕ່ມັກສຶກສາຄົ້ນຄວ້າຄະນິດສາດ

 

9. ແບຣນຮາດ ຣີມັນ (Bernhard Riemann) ເກີດເມື່ອປິ 1826 ແລະ ເສຍຊີວິດໃນປີ 1866 ເປັນນັກຄະນິດສາດຊາວເຢຍລະມັນມີຜົນງານດີເດັ່ນໃນສາຂາ ເລຂາຄະນິດ

8. ກອດຟຣີດ ໄລນິຊ (Gottfried Wilhelm Leibniz)  ເກີດເມື່ອປີ 1646 ແລະ ເສຍຊີວິດໃນປິ 1716 ເປັນນັກປັດຊະຍາ ແລະ ນັກຄະນິດສາດຊາວເຢຍລະມັນເປັນຜູ່ຄິດຄົ້ນສູດການຄິດໄລ່ຄົນໜຶ່ງຂອງຍຸກນັ້ນ ເປັນເສົາຫຼັກຂອງນັກປັດຊະຍາກຸ່ມເຫດຜົນນິຍົມ (Rationalism)

7. ເຣີເນ ເດກຣາດ (René Descartes) ເກີດເມື່ອປີ 1596 ແລະ ເສຍຊີວິດໃນປີ 1650 ເປັນນັກປັດຊະຍາ ແລະ ນັກຄະນິດສາດຊາວຝຣັ່ງຜູ້ຄິດຫາຄວາມຈິງໃນວິທະຍາສາດ

6. ພີທາໂກຣັສ (Pythagoras) ເກີດເມື່ອປີ 570–495 ກ່ອນຄຣິສສັກກະຣາຊ ເປັນນັກຄະນິດສາດ ແລະ ນັກປັດຊະຍາຊາວກຣີກບູຮານຜູ້ໄດ້ຊື່ວ່າ “ບິດາແຫ່ງຕົວເລກ” ເປັນລູກສິດຂອງເທຣີສ ນັກປັດຊະຍາເອກຄົນທຳອິດຂອງໂລກ

5. ອາຣຄິມິດິສ (Archimedes) ເກີດເມື່ອປີ 287- 212 ກ່ອນຄຣິສສັກກະຣາຊ ເປັນນັກຄະນິດສາດ ນັກດາລາສາດ ນັກປັດຊະຍາ ນັກຟິຊິກ ແລະ ວິສະວະກອນຊາວກຣີກ ໄດ້ຮັບການຍົກຍ້ອງວ່າເປັນໜຶ່ງໃນບັນດານັກວິທະຍາສາດຜູ່ຍິ່ງໃຫຍ່ຂອງໂລກ ແລະ ເປັນນັກຄະນິດສາດທີ່ຍິ່ງໃຫຍ່ທີ່ສຸດໃນຍຸກບູຮານ

4. ຍຸຄລິດ (Euclid) ຍຸຄລິດແຫ່ງອາເລັກຊາຍເດຣຍ (325 – 270 ກ່ອນຄຣິສສັກກະຣາຊ) ເປັນນັກຄະນິດສາດທີ່ມີອິດທິພົນທີ່ສຸດຈົນຮອດສັດຕະວັດທີ 20 ເປັນສາດສະດາຈານດ້ານຄະນິດສາດຂອງມະຫາວິທະຍາໄລອາເລັກຊານເດຣຍໃນຍຸກກຣີກບູຮານຕໍ່ຈາກເພລໂຕ ແລະ ກ່ອນໜ້າອາຣຄີມິດີສ ຜົນງານທີ່ສຳຄັນຂອງຄລິດຄືການຂຽນຕຳລາທາງຄະນິດສາດ ແລະ ດາລາສາດທີ່ມີຢ່າງໜ້ອຍທີ່ສຸດ 9 ຫົວ ແຕ່ປັດຈຸບັນຍັງເຫຼືອຢູ່ 5 ຫົວ ຄື: Division of Figures, Data ແລະ Phacnomena ເປັນຕຳລາເລຂາຄະນິດ, Optics ເປັນຕຳລາກ່ຽວກັບປະກົດການຂອງແສງ ແລະ Elements ຕຳລາທາງເລຂາຄະນິດ ແລະ ຄະນິດສາດທີ່ມີຊື່ສຽງທີ່ສຸດ

3. ໄອແຊກ ນິວຕັນ (Isaac Newton) ເກີດເມື່ອປີ 1642 ແລະ ເສຍຊີວິດໃນປີ 1727 ເປັນນັກະນິດສາດ ນັກຟີຊິກ ແລະ ນັກດາລາສາດຊາວອັງກິດເປັນຜູ່ທີ່ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງວ່າເປັນໜຶ່ງໃນນັກວິທະຍາສາດ ທີ່ມີອິດທິພົນຫຼາຍທີ່ສຸດຕະຫຼອດການ ແລະ ມີບົດບາດສຳຄັນໃນການປະຕິວັດທາງວິທະຍາສາດ ນິວຕັນມີຜົນງານດ້ານຟີຊິກ ແລະ ດາລາສາດທີ່ສຳຄັນຫຼາຍ ໂດຍສະເພາະແມ່ນການຄິດຄົ້ນການເຄື່ອນທີ່ ແລະ ກົດແຮງໂນ້ມຖ່ວງເຊິ່ງເປັນກົດທາງວິທະຍາສາດທີ່ເປັນເສົາຫຼັກຂອງການສຶກສາຈັກກະວານທາງກາຍະພາບຕະຫຼອດມາ

2. ໂຍຮັນ ຄາຣ ຟຣິດຣີຊ ເກົາສ໌ (Johann Carl Friedrich Gauss) ເກີດເມື່ອປີ 1777 ແລະ ເສຍຊີວິດໃນປີ 1855 ເປັນນັກຄະນິດສາດຊາວເຢຍລະມັນ ເຈົ້າຂອງສາຍາ “ເຈົ້າຊາຍແຫ່ງຄະນິດສາດ” (Prince of Mathematics) ຜູ່ມີຜົນງານໂດດເດັ່ນຫຼາກຫຼາຍສາຂາ ເກົາສ໌ເປັນອັດສະລິຍະບຸກຄົນລະດັບດຽວກັບໄອສໄຕລ ບໍ່ວ່າເຂົາຈະຈັບເລື່ອງໃດກໍ່ຕາມເຂົາກໍ່ຈະພົບກັບຄວາມຮູ້ທີ່ສຳຄັນ ແລະ ພົບວິທີຄຳນວນໃໝ່ ເຊິ່ງເປັນພືນຖານຂອງວິຊານັ້ນໆຢູ່ສະເໝີ ນັກຄະນິດສາດຮຸ່ນຫຼັງຕ່າງກໍ່ຍອມຮັບວ່າມີລາວຢູ່ທຸກທີ່ໃນວິຊາຄະນິດສາດ  “Gauss lives everywhere in mathematics”

1. ເລອອນຮາດ ອອຍເລີຣ໌ (Leonhard Euler) ເກີດເມື່ອປີ 1707 ແລະ ເສຍຊີວິດໃນປີ 1783 ເປັນນັກຄະນິດສາດ ແລະ ນັກຟີຊິກຊາວສະວິສເຊີແລນ ຜູ່ມີຜົນງານການຄິດຄົ້ນທີ່ສຳຄັນທາງຄະນິດສາດໃນຫຼາຍສາຂາ ເປັນຄົນທີ່ອິດທີ່ນຳຫຼັກສູດແຄລຄູລັສເຂົ້າໄປປະຍຸກໃນຟີຊິດ ແລະ ເປັນຄົນທຳອິດທີ່ໃຊ້ຄຳວ່າ “ຟັງຊັນ” ໃນການບັນຍາຍເຖິງຄວາມສຳພັນທີ່ກ່ຽວຂ້ອງກັບຕົວແປ ເຊັ່ນ y = f(x) ຮວມເຖິງຍັງເປັນຜູ່ຄິດຄົ້ນສັນຍາລັກສຳຄັນໃນທາງຄະນິດສາດອີກຫຼາຍຢ່າງ ເຊິ່ງຍັງຄົງນຳໃຊ້ຈົນຮອດປັດຈຸບັນ ນອກຈາກນີ້ຍັງມີຜົນງານດ້ານຟີຊິດ ດາລາສາດ ແລະ ດົນຕີອີກດ້ວຍ

ບົດຄວາມຫຼ້າສຸດ

ລວມ 9 ອາຊີບມາແຮງໃນປັດຈຸບັນ

ໃນຍຸກປັດຈຸບັນຕະຫຼາດແຮງງານທີ່ກຳລັງເຕີບໃຫຍ່ຢ່າງໄວວາ ໂດຍໄດ້ຮັບອິດທິພົນມາຈາກ ແທັກໂນໂລຢີ ແລະ ພຶດຕິກຳຂອງຜູ້ຊົມໃຊ້ທີ່ປ່ຽນໄປ ເຮັດໃຫ້ທິດທາງການຫາວຽກຂອງແຮງງານເລີ່ມມີຄວາມທ້າທາຍຂຶ້ນ. ສະນັ້ນ, ທີມງານລາວໂພສຈຶ່ງໄດ້ລວບລວມບັນດາອາຊີບທີ່ມາແຮງ ແລະ ຕ້ອງການໃນຕະຫຼາດແຮງງານຫຼາຍທີ່ສຸດ ໃນປີ 2025 ມາເບິ່ງພ້ອມກັນເລີຍວ່າຈະມີອາຊີບໃດແນ່. 1 ນັກພັດທະນາປັນຍາປະດິດ...

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...