spot_img
Homeຂ່າວພາຍ​ໃນຜົນການພົບປະລະຫວ່າງນາຍົກລັດຖະມົນຕີລາວ ແລະກຳປູເຈຍ

ຜົນການພົບປະລະຫວ່າງນາຍົກລັດຖະມົນຕີລາວ ແລະກຳປູເຈຍ

Published on

ສອງນາຍົກ ລາວ-ກຳປູເຈຍ ຫາລືແນວທາງແກ້ໄຂບັນຫາຍຊາຍແດນ ສືບຕໍ່ຈາກການປຶກສາຫາລືກ່ຽວກັບບັນຫາຊາຍແດນຢູ່ເຂດບໍລິເວນ ແກ້ງຕໍມໍຄອຍ ແລະ ຫ້ວຍຕະເງົາ ແຂວງອັດຕະປື ໃນວັນທີ 12 ສິງຫາ 2017 ທີ່ນະຄອນຫຼວງວຽງຈັນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຂອງລາວ ໄດ້ເດີນທາງໄປພົບປະກັບ ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ ໃນຕອນເຊົ້າວັນທີ 1 ກັນຍາ ທີ່ນະຄອນຫຼວງພະນົມເປັນ ແຫ່ງລາຊະອານາຈັກກຳປູເຈຍ ເພື່ອສືບຕໍ່ປຶກສາຫາລືກ່ຽວກັບທິດທາງການແກ້ໄຂບັນຫາຊາຍແດນ ລາວ-ກຳປູເຈຍ. ການພົບປະ ເລະ ແລກປ່ຽນຄຳຄິດຄຳເຫັນຖານເພື່ອນມິດລະຫວ່າງສອງນາຍົກ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງມິດຕະພາບເພື່ອນສະໜິດມິດສະຫາຍ ແລະ ບ້ານໃກ້ເຮືອນຄຽງທີ່ດີທີ່ເປັນມູນເຊື້ອມາຍາວນານ. ບົນຈິດໃຈດັ່ງກ່າວ ສອງນາຍົກລັດຖະມົນຕີ ໄດ້ຕົກລົງເປັນເອກະພາບກ່ຽວກັບທິດທາງໃນການແກ້ໄຂຈຸດຄົງຄ້າງຊາຍແດນລະຫວ່າງປະເທດຄື ມອບໃຫ້ລັດຖະມົນຕີການຕ່າງປະເທດຂອງສອງຝ່າຍ ລາວ ແລະ ກຳປູເຈຍ ພົບປະກັນໃນເວລາອັນໄວເພື່ອປຶກສາຫາລືໃນລາຍລະອຽດ ກ່ຽວກັບວິທີການແກ້ໄຂບັນຫາ, ມອບໃຫ້ຄະນະກຳມະການຊາຍແດນຂອງສອງປະເທດລົງກວດກາພື້ນທີ່ຕົວຈິງ ເພື່ີອແກ້ໄຂບັນຫາຊາຍແດນຢູ່ສີ່ຈຸດຄົງຄ້າງ ມອບໃຫ້ຄະນະກຳມະການຊາຍແດນຂອງສອງຝ່າຍລົງກວດກາຕົວຈິງຢູ່ບໍລິເວນແກ້ງຕໍມໍຄອຍ ແລະ ຫ້ວຍຕະເງົາເພື່ອກຳນົດທີ່ຕັ້ງລັກໝາຍຊາຍແດນເພື່ອໃຫ້ພ້ອມກັນຕົກລົງປັກລັກໝາຍຊາຍແດນໃຫ້ສຳເລັດໂດຍໄວ ຈຸດໃດທີ່ສອງຝ່າຍສາມາດຕົກລົງກັນໄດ້ກໍໃຫ້ປັກຫຼັກໝາຍໃນທັນທີ ເພື່ອກ້າວໄປສູ່ການປັກຫຼັກໝາຍຕໍ່ໆໄປ, ສອງນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍຈະຂຽນຈົດ ໝາຍທາງການເຖິງປະທານາທິບໍດີຝຣັ່ງເພື່ອໃຫ້ລັດຖະບານຝຣັ່ງສົ່ງແຜນທີ່ມາດຕາສ່ວນ 1/100.000 ແລະ 1/50.000 ທີ່ພິມໂດຍພະແນກແຜນທີ່ອິນດູຈີນ ແລະ ເອກະສານອື່ນໆທີ່ ກ່ຽວຂ້ອງກັບການກຳນົດເສັ້ນຊາຍແດນລາວ ແລະ ກຳປູເຈຍ ສົ່ງໃຫ້ລັດຖະບານລາວ ແລະ ລັດຖະບານກຳປູເຈຍເພື່ອນຳໃຊ້ເປັນຂໍ້ມູນ ແລະ ຫຼັກຖານໃນການແກ້ໄຂບັນຫາເສັ້ນຊາຍແດນລະຫວ່າງສອງປະເທດ ສອງນາຍົກລັດຖະ ມົນຕີຍັງໄດ້ຕົກລົງຈະຮັກສາຄວາມສະຫງົບ ແລະ ຄວາມມັ້ນຄົງໃນບໍລິເວນເສັ້ນຊາຍແດນລະຫວ່າງສອງປະເທດເພື່ອໃຫ້ປະຊາຊົນຂອງສອງຊາດໄດ້ທຳມາຫາກິນ ແລະ ດຳລົງຊີວິດໃນຄວາມສະຫງົບ ແລະ ມີມິດໄມຕີທີ່ດີຕໍ່ກັນ.

https://www.facebook.com/1519334918377064/videos/1830577127252840/

 

 

ແຫລ່ງຂ່າວ: Lao National Radio

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...