spot_img
Homeຂ່າວຕ່າງປະເທດພາຍຸຮາວີ ຖະລົ່ມລັດເທກຊັດເຮັດໃຫ້ມີນ້ຳຖ້ວມສູງຕໍ່ເນື່ອງ

ພາຍຸຮາວີ ຖະລົ່ມລັດເທກຊັດເຮັດໃຫ້ມີນ້ຳຖ້ວມສູງຕໍ່ເນື່ອງ

Published on

ລະດັບນ້ຳໃນລັດເທກຊັດທາງພາກໃຕ້ຂອງສະຫະລັດອາເມລິກາຍັງສູງຂຶ້ນຕໍ່ເນື່ອງ ເຊິ່ງໄດ້ຮັບຜົນກະທົບມາຈາກອິດທິພົນຂອງພາຍຸ “ຮາວີ” ເປັນເຮີລິເຄນລະດັບ 4 ເຮັດໃຫ້ມີຜູ່ເສຍຊີວິດແລ້ວຢ່າງໜ້ອຍ 6 ຄົນ

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ຮຸສຕັນ ລັດເທກຊັດ ເມື່ອວັນທີ 28 ສິງຫາ 2017ວ່າ ກອງກຳລັງທະ ຫານ ປະມານ 12,000 ຄົນ ໄດ້ລົງພື້ນທີ່ເຂົ້າຊ່ວຍເຫຼືອປະຊາຊົນໃນລັດເທກຊັດ ໂດຍສະເພາະຢູ່ທີ່ເມືອງ ຮຸສຕັນ ທີ່ໄດ້ຮັບຄວາມເດືອດຮ້ອນຢ່າງໜັກຈາກອິດທິພົນຂອງພາຍຸ ຮາວີ ແລະ ມີລະດັບນ້ຳຖ້ວມເພີ່ມສູງຂື້ນຢ່າງຕໍ່ເນື່ອງເປັນຢ່າງໜ້ອຍ 75 ຊມ ມີລາຍງານວ່າປັດຈຸບັນນີ້ມີປະຊາຊົນອົບພະຍົບອອກຈາກເມືອງ ຮຸສຕັນແລ້ວ 8,000 ຄົນ ຄາດຄະເນວ່າພາຍຸຮາວີຍັງຄົງສືບຕໍ່ປົກຄຸມພື້ນທີ່ອີກ 1-2 ມື້ ເຊິ່ງຕອນນີ້ ປະທານາທິບໍດີ ໂດນັລ ທຣັມ ໄດ້ປະກາດພື້ນທີ່ລັດລຸຍເຊຍນາເປັນພື້ນທີ່ໄພພິບັດແລ້ວ ແລະ ຍັງໄດ້ມີການລະດົມຄວາມຊ່ວຍເຫຼືອຈາກສ່ວນກາງເຂົ້າຊ່ວຍພື້ນທີ່ທີ່ປະສົບໄພແລ້ວ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...