Homeປະເພນີ-ວັດທະນະທຳບຸນອອກພັນສາປະວໍລະນາ-ຊ່ວງເຮືອທ່າວັດຈັນ ຈະບໍ່ປ່ຽນແປງວັນເວລາ

ບຸນອອກພັນສາປະວໍລະນາ-ຊ່ວງເຮືອທ່າວັດຈັນ ຈະບໍ່ປ່ຽນແປງວັນເວລາ

Published on

ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ແມ່ນ​ກົງ​ກັບ​ມື້​ຂຶ້ນ 15 ຄ່ຳ​ເດືອນ 11 ລາວ​ຂອງ​ທຸກໆ​ປີ ແລະ ບຸນດັ່ງກ່າວ​ ຈະ​ຕິດ​ພັນ​ກັບ​ບຸນ​ຊ່ວງເຮືອ​ປະເພນີ​ປະຈຳ​ປີ​ທ່າ​ວັດ​ຈັນ ເມືອງ​ຈັນທະ​ບູ​ລີ ນະຄອນຫຼວງວຽງ​ຈັນ ເຊິ່ງ​ເປັນ​ບຸນ​ປະເພນີ​ປະຈຳ​ຊາດ ​ທີ່​ປະຊາຊົນ​ບັນດາເຜົ່າ ໂດຍ​ສະເພາະປະຊາຊົນ​ນະຄອນຫຼວງ​ວຽງ​ຈັນ ​ທີ່​ເຄີຍ​ປະຕິບັດ​ກັນມາ​ຫຼາຍເຊັ່ນຄົນ ແລະ ສືບ​ທອດຕໍ່ໆ​ໄປ.

ສຳລັບ​ບຸນຊ່ວງເຮືອ​ປະເພນີປະຈຳ​ປີ​ທ່າ​ວັດ​ຈັນ ​ມີ​ຜາມໄຊ​ຢູ່ທ່າ​ວັດ​ຈັນ ທີ່​ເປັນ​ສະຖານທີ່​ສຳລັບ​ໃຫ້ການ​ນຳ​ພັກ-ລັດ ແຂກຕ່າງປະເທດ ແລະ ພະນັກງານ ພ້ອມ​ດ້ວຍ​ມວນ​ຊົນ​ທົ່ວ​ໄປ​ ໄດ້​ຊົມການ​ແຂ່ງຂັນ​ເຮືອ​ຊ່ວງ​ຢູ່​ໜ້ານ້ຳຂອງ ແລະ ໄດ້​ກຳນົດ​ເອົາ​ຈຸດ​ນີ້ ເປັນ​ສະຖານທີ່​ຊ່ວງ​ເຮືອ​ມາ​ຕະຫຼອດ ແຕ່​ຕົກ​ມາໄລ​ຍະ​ສອງ​ປີມາ​ນີ້ ເນື່ອງ​ຈາກ​ສະຖານທີ່​ຊ່ວງເຮືອ​ທ່າ​ວັດ​ຈັນ​ ສະພາບ​ນ້ຳຂອງໄດ້​ມີ​ການ​ປ່ຽນແປງ​ນ້ຳ​ບົກ​ແຫ້ງ ບໍ່​ສາມາດ​ຊ່ວງ​ເຮືອ​ຂະໜາດ​ໃຫຍ່ໄດ້ ດັ່ງນັ້ນ ຄະນະ​ກຳ ມະການ​ຈັດງານ​ໂດຍ​ການ​ເຫັນ​ດີ​ຈາກ​ອຳນາດ​ການ​ປົກຄອງ​ເມືອງ ແລະ ນະຄອນຫຼວງ​ວຽງ​ຈັນ ກໍ່​ຄືພາກສ່ວນ​ກ່ຽວ ຂ້ອງ ​ໄດ້​ມີ​ການ​ປ່ຽນ​ສະຖານ​ທີ່​ຊ່ວງ​ເຮືອ​ຫຍັບ​ຍ້າຍ​ຂຶ້ນ​ມາຊ່ວງ​ຢູ່​ເຂດ​ບ້ານ​ສີ​ຖານ​ເໜືອ ເມືອງ​ສີ​ໂຄດ​ຕະບອງ ແລະ ຜ່ານການຈັດຕັ້ງ​ເຫັນ​ວ່າ ສະຖານທີ່ຜາມໄຊ​ຈຸດ​ດັ່ງກ່າວ​ແມ່ນ​ບໍ່​ມີ ຄວາມ​ເໝາະ​ສົມ​ຄື​ກັບ​ຢູ່​ຈຸດ​ທ່າວັດ​ຈັນ ເນື່ອງ​ຈາກ​ມີ​ສະຖານທີ່ຄັບແຄບ ແລະ ການ​ເຂົ້າ-ອອກ ລົດ​ແອ​ອັດ​ພົບ​ຄວາມ​ຫຍຸ້ງຍາກ ເມື່ອ​ເປັນ​ຄື​ແນວ​ນັ້ນ ຄະນະ​ກຳ​ມະການ ກໍ່​ຄືອຳນາດ​ການ​ປົກຄອງເມືອງ​ຈັນທະ​ບູ​ລີ ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ​ ໄດ້​ປຶກສາ​ຫາລືກ່ຽວ​ກັບ​ການ​ປ່ຽນແປງ​ວັນ​ເວລາຈັດ​ງານ​ບຸນຊ່ວງເຮືອ​ປະເພນີ​ທ່າວັດ​ຈັນ​ ມາ​ໃສ່​ມື້ບຸນ​ຫໍ່​ເຂົ້າ​ສະຫຼາກ​ໃນ​ວັນ​ທີ 5-6 ກັນຍາ 2017 ແລະ ກໍ່​ໄດ້​ສະເໜີ​ໄປ​ຍັງ​ການ​ນຳນະຄອນຫຼວງ​ວຽງ​ຈັນພິ​ຈາລະນາ ຕໍ່​ກັບ​ບັນຫາ​ນີ້​ໄດ້​ມີ​ບາງ​ຄົນນຳ​ເອົາ​ບັນຫາ​ດັ່ງກ່າວ​ລົງ​ທາງສື່​ອອນ​ລາຍ ໂດຍ​ສະເພາະ ເຟສບຸກ ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ສັບສົນ​ຕໍ່​ກັບ​ການ​ຈັດ​ວັນ​ເວລາ​ງານບຸນຊ່ວງເຮືອ​ທີ່​ທ່າ​ວັດ​ຈັນ ​ຈະ​ເອົາມື້​ໃດ​ແທ້.

ທ່ານ ບຸນ​ທ່ຽງ ຂຸນ​ສີ ປະທານ​ແນວ​ລາວ​ສ້າງ​ຊາດ ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ໃຫ້​ສຳພາດ ວັນ​ທີ 15 ສິງຫາ 2017 ວ່າ: ກ່ຽວ​ກັບ​ບຸນ​ປະເພນີ​ຊ່ວງເຮືອ​ທ່າ​ວັດ​ຈັນ ປີ 2017 ແລະ ຜ່ານ​ການ​ຄົ້ນຄວ້າ​ສະເໜີ​ຂອງເມືອງ​ຈັນທະ​ບູ​ລີ ຄະນະ​ນຳ ກໍ່​ຄືຄະນະ​ປະຈຳ​ພັກ ນະຄອນຫຼວງວຽງ​ຈັນ ໄດ້​ຄົ້ນຄວ້າ​ເປັນ​ເອກະພາບ​ກັນ​ເຫັນ​ວ່າ ບຸນຊ່ວງເຮືອ​ທີ່ທ່າ​ວັດ​ຈັນ​ແມ່ນ​ໃຫ້​ເຮັດ​ຖືກ​ຕາມຮີດຄອງ​ທີ່​ເຄີຍ​ປະຕິບັດ​ກັນ​ມາ ແຕ່​ລະ​ປີ​ຈະ​ບໍ່​ມີ​ການ​ປ່ຽນແປງວັນ​ເວລາ​ຈັດ​ງານ​ບຸນຊ່ວງເຮືອ ຕາມ​ທີ່​ຂ່າວ​ລື​ຜ່ານ​ມາ ທີ່​ວ່າ​ຈະຊ່ວງ​ເຮືອ​ໃສ່​ມື້ບຸນ​ເຂົ້າ​ສະຫຼາກກົງ​ກັນ​ມື້​ຂຶ້ນ 15 ຄ່ຳ ເດືອນ​ສິບ ຫຼື ວັນ​ທີ 6 ກັນຍາ 2017 ນັ້ນແມ່ນ​ຈະ​ບໍ່​ໃຫ້​ຈັດ​ໃສ່ ແລະ ໃຫ້ປະຕິບັດ​ຄືເກົ່າ​ໃສ່​ມື້ບຸນ​ອອກ​ພັນສາ​ປະ​ວໍລະນາ ໃນ​ວັນ​ທີ 5-6 ຕຸລາ 2017 ແລະ ສະຖານທີ່ຊ່ວງ​ເຮືອ​ໃຫ້​ກັບ​ຄືນ​ມາ​ຈັດ​ຢູ່​ສະຖານ​ທີ່​ເກົ່າ​ທ່າ​ວັດ​ຈັນ ແຕ່​ຈະ​ມີການ​ປ່ຽນແປງ​ບາງ​ອັນຄື​ຖ້າ​ປີ​ໃດ ນ້ຳຂອງ​ຂຶ້ນ​ຫຼາຍ​ໃຫ້​ຊ່ວງ​ເຮືອໃຫຍ່ ແຕ່​ປີ​ໃດ​ນ້ຳຂອງ​ບົກ​ແຫ້ງ ຕື້ນ​ເຂີນ​ແມ່ນ​ໃຫ້​ຊ່ວງ​ເຮືອ​ນ້ອຍ ໄປ​ຕາມ​ສະພາບ​ແວດ​ລ້ອມ​ຂອງທຳ​ມະ​ຊາດ ທັງ​ນີ້ ກໍ່​ເພື່ອ​ປະຕິບັດຕາມ​ຮີດຄອງ​ປະເພນີ​ທີ່​ເຄີຍ​ສືບທອດ​ກັນ​ມາ​ຫຼາຍເຊັ່ນຄົນ ດັ່ງນັ້ນ ສັງຄົມ​ກໍ່​ຄື​ປະຊາຊົນ​ບັນດາເຜົ່າຊາວ​ນະຄອນຫຼວງ​ວຽງ​ຈັນ ຈົ່ງເຂົ້າໃຈ​ຕາມ​ນີ້ ແລະ ບໍ່​ໃຫ້​ເຊື່ອຂໍ້​ມູນ ກໍ່​ຄືຂ່າວ​ລື​ທາງ​ສື່​ອອນລາຍ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...