spot_img
Home​ຂ່າວທ່ອງທ່ຽວສະຫລອງວັນຊ້າງສາກົນ ຢູ່ແຂວງໄຊຍະບູລີ ສົ່ງເສີມອານຸລັກຊ້າງ

ສະຫລອງວັນຊ້າງສາກົນ ຢູ່ແຂວງໄຊຍະບູລີ ສົ່ງເສີມອານຸລັກຊ້າງ

Published on

ໃນວັນທີ 12 ສິງຫາ 2017ແຂວງໄຊຍະບູລີ ໄດ້ຈັດພິທີ ສະເຫລີມສະຫອງ ວັນຊ້າງສາກົນ ຄັ້ງທີ 3 ຂຶ້ນ ຢູ່ເດີ່ນສະໜາມຫວງ ບ້ານນາໄຮ ເມືອງໄຊຍະບູລີ ​ແຂວງ​ໄຊ​ຍະ​ບູລີ, ໂດຍມີຊ້າງເຂົ້າຮ່ວມ ທັງໝົດ 50 ເຊືອກ ​ແລະ ມີຫາຍກິດຈະກຳ ເຊັ່ນ: ການ​ແຫ່ຂະບວນຊ້າງ ອ້ອມເທດສະບານເມືອງ, ການບໍລິຈາກອາຫານຊ້າງ, ລາຍເຊັນເປັນທີ່ລະນຶກ ພາຍໃນງານ ​ແລະ ຖ່າຍຮູບນຳຊ້າງຟີ. ໃນງານມີນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ ຢ່າງຫວງຫາຍ.

ທ່ານ ມູຢຽນຍູນ ຫົວໜ້າສູນອານຸລັກຊ້າງ ​ແລະ ຂະຫຍາຍພັນຊ້າງ ບໍລິສັດ ລົງທຶນພັດທະນາ ການທ່ອງທ່ຽວ ເຊໂ-ລາວ ປະທານຈັດງານ ກ່າວວ່າ: ຈຸດປະສົ່ງການຈັດງານຄັ້ງນີ້, ເພື່ອເປັນການເຮັດ ໃຫ້ສັງຄົມ ຫັນມາໃຫ້ຄວາມສົນໃຈ, ອານຸລັກ ​ແລະ ປົກປັຮັກສາຊ້າງຢູ່ໃນໂລກ ໂດຍສະເພາະ ຢູ່ພາຍໃນ ສປປ ລາວ ລວມທັງ​ແຂວງໄຊຍະບູລີ ໃຫ້ມີໂອກາດຄົງຕົວ ​ແລະ ຂະຫຍາຍຕົວ ຢູ່ກັບມວນມະນຸດໄປ ນານ​ແສນນານ.

ການຈັດງານສະເຫລີມສະຫອງ ວັນຊ້າງສາກົນ ​ແມ່ນໄດ້ເລີ່ມມາ​ແຕ່ປີ 2015 ເຊິ່ງໄດ້ຈັດຂຶ້ນທີ່ ​​ແລ່ງທ່ອງທ່ຽວ ສວນຊ້າງປ່າ ເມືອງສິບສອງພັນນາ ສປ ຈີນ ​ແລະ ຄັ້ງນີ້ ເປັນຄັ້ງທີ 3 ເຊິ່ງໄດ້ຈັດຂຶ້ນທີ່ ​ແຂວງໄຊຍະບູລີ ແລະ ຢູ່​ແຫລ່ງທ່ອງທ່ຽວ ສວນຊ້າງປ່າ ເມືອງສິບສອງພັນນາ ​ແຂວງຢຸນນານ ສປ ຈີນ ໃນມື້ດຽວກັນນີ້ອີກດ້ວຍ.

 

ແຫລ່ງຂ່າວ: ຕາເລັກ/ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...