Homeຂ່າວພາຍ​ໃນລັດຖະບານຍີ່ປຸ່ນ ປະກາດຄວາມພ້ອມ ທີ່ຈະຜະລິດຢາປິ່ນປົວໄວຣັສອີໂບລາ

ລັດຖະບານຍີ່ປຸ່ນ ປະກາດຄວາມພ້ອມ ທີ່ຈະຜະລິດຢາປິ່ນປົວໄວຣັສອີໂບລາ

Published on

 

ລັດຖະບານຍີ່ປຸ່ນ ປະກາດບໍລິສັດໃນປະເທດ ມີຄວາມສາມາດ ແລະ ມີປະສົບການພ້ອມທີ່ຈະຜະລິດຢາປົວອີໂບລາ.

 

ສື່ຂອງຕ່າງປະເທດລາຍງານໃນວັນທີ 25 ສິງຫາ 2014 ນີ້ວ່າ ຍີ່ປຸ່ນ ມີຄວາມພ້ອມທີ່ຈະຜະລິດຢາປິ່ນປົວເຊື້ອອີໂບລາ

ຕາມທີ່ອົງການອານາໄມໂລກຮ້ອງຂໍມາໂດຍຕະຫຼອດ ໂດຍລະບຸວ່າ ບໍລິສັດ ຟູຈິຟີມ ຄອບ ຂອງຍີ່ປຸ່ນ ມີຄວາມອາດ

ສາມາດພ້ອມທີ່ຈະທຳການພັດທະນາໂຕຢາ ເພື່ອປິ່ນປົວພະຍາດດັ່ງກ່າວໄດ້ ເຊັ່ນດຽວກັນກັບທີ່ເຄີຍຜະລິດຢາປິ່ນ

ປົວເຊື້ອໄວຣັສຊາຣ໌ສມາແລ້ວ ເຊິ່ງໄວຣັສອີໂບລານີ້ ມີທິດສະດີທີ່ຄ້າຍຄືກັນກັບເຊື້ອໄວຣັສຊາຣ໌ສ ທີ່ລະບາດຢ່າງໜັກ

ເມື່ອບໍ່ເທົ່າໃດປີກ່ອນໜ້ານີ້.

 

ທັງນີ້ ບໍລິສັດ ຟູຈິຟີມ ຄອບ ຍັງລະບຸເຖິງ Favipiravir ເຊິ່ງເປັນໂຕຢາທີ່ຜະລິດຂຶ້ນມາ ເປັນພຽງຢາບໍ່ພໍເທົ່າໃດຊະ

ນິດ ທີ່ສາມາດປິ່ນປົວເຊື້ອອີໂບລາໄດ້ ໂດຍກ່ອນໜ້ານີ້ ສະຫະລັດເອງ ໄດ້ເປີດໂຕຢາ Zmap ທີ່ໃຊ້ໃນການປິ່ນປົວ

ໄວຣັສມໍລະນະຊະນິດນີ້ສຳເລັດ ເມື່ອບໍ່ພໍເທົ່າໃດອາທິດທີ່ຜ່ານມາ.

 

ບົດຄວາມຫຼ້າສຸດ

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...