5 ອາຫານດີໆ ທີ່ກິນຫລາຍບໍ່ດີ

ຈາກ​ປະ​ໂຫຍກ​ທີ່​ບອກ​ຕໍ່​ໆ​ກັນ​ມາ​ວ່າ ກິນ​ຜັກ​ຫລາຍໆ ຈະ​ໄດ້​ມີ​ສຸຂະພາບ​ດີ ກິນ​ຫມາກໄມ້​ຫລາຍໆ ແລ້ວ​ຈະ​ໄດ້​ຜິວ​ສວຍງາມ​ນັ້ນ ບາງ​ທີ​ກໍ​ອາດຈະ​ບໍ່​ເປັນ​ເຊັ່ນ​ນັ້ນ​ສະເໝີ​ໄປ​ແລ້ວ ເພາະ​ບອກ​ເລີຍ​ວ່າ​ ບໍ່​ວ່າ ອາຫານ, ຜັກ ,ຫມາກໄມ້ ​ນັ້ນ​ຈະ​ມີ​ປະໂຫຍດ​ຫລວງຫລາຍ​ຈັກ​ພຽງ​ໃດ ແຕ່​ຖ້າ​ກິນ​ຫລາຍ​ໄປ ກໍ​ມີ​ຜົນ​ເສຍ​ນຳກັນ​ເຊັ່ນກັນ

  1. ໝາກຫຸ່ງ

1

 

ໝາກຫຸ່ງ ຫມາກໄມ້​ດີ ມີ​ປະໂຫຍດ​ຫລວງຫລາຍ​ໄຂ​ມັນ ​ແລະ ​ຄໍ​ເລສ​ເຕີ​ລໍ  ​ນ້ອຍ ແລະ ​ຍັງ​ດີ​ຕໍ່​ລະບົບ​ຂັບ​ຖ່າຍ ຈຶ່ງ​ມີ​ປະ​ສິດ​ທິ​ພາບ​ເໝາະ​ສົມ​ກັບ​ການ​ຫລຸດ​ນ້ຳ​ໜັກ​ເປັນ​ຢ່າງ​ຫລາຍ ແລະ​ ແນ່ນອນ​ວ່າ​ ເມື່ອ​ລະບົບ​ຂັບ​ຖ່າຍ​ດີ​ຂຶ້ນ​ນັ້ນ ພະຍາດ​ຕ່າງໆ​ທີ່​ ກ່ຽວກັບ​ລະບົບ​ຍ່ອຍອາຫານ ນັ້ນ​ກໍ່ຈະ​ບັນ​ເທົາ​ລົງ​ໄປ​ນໍາ ການ​ຈະ​ກິນ​ໝາກຫຸ່ງ     ເປັນ​ຫມາກໄມ້​ຫລຸດ​ນ້ຳ​ໜັກ​ນັ້ນ​ ຈຶ່ງ​ບໍ່ແມ່ນ​ເລື່ອງ​ໜ້າ​ເປັນ​ຫ່ວງ​ແຕ່​ຢ່າງ​ໃດ ແຕ່​ກໍ​ຄວນ​ກິນ​ໃນ​ປະລິມານ​ທີ່​ພໍ​ເໝາະ ບໍ່​ຫລາຍ​ຈົນ​ເກີນ​ໄປ ເພາະ​ຖ້າ​ກິນ​ຫລາຍ​ເກີນ​ໄປ​ ໝາກຫຸ່ງ ອາດ​ເຮັດໃຫ້​ທ່ານ​ມີ​ຜິວ​ທີ່​ເຫລືອງ​ຂຶ້ນ​ໄດ້ ບໍ່​ເຊື່ອ​ກໍ​ຕ້ອງ​ເຊື່ອ​ ແລະ ​ນອກ​ຈາກ​ນີ້​ ໝາກຫຸ່ງ​ຍັງມີ​ວິ​ຕາ​ມິນ​ເອ ສູງ ຖ້າ​ກິນ​ຫລາຍ​ເກີນໄປ ມີ​ຄວາມ​ສ່ຽງ​ຕໍ່​ກະດູກ​ ແລະ ​ຂໍ້​ຕໍ່ ອາດ​ມີ​ອາການ​ເບື່ອອາຫານ ຊຶມເສົ້າ ນອນ​ບໍ່​ຫລັບ ກະ​ວົນ​ກະ​ວາຍ ຜົມ​ຫລົ່ນ ເຈັບ​ຫົວ ຖອກທ້ອງ

  1. ໝາກກ້ຽງ

 

2

ໃຜ​ໆ ກໍ​ຮູ້​ວ່າ ​ກິນ​ໝາກກ້ຽງຫລາຍໆ​ ແລ້ວ​ຈະ​ຊ່ວຍ​ໃຫ້​ຜິວ​ດີ ລະບົບ​ຂັບ​ຖ່າຍ​ດີ ເພາະ​ໝາກກ້ຽງ​ຈັດ​ເປັນ​ຫມາກໄມ້​ປະ​ເພດ​ໜຶ່ງ​ ທີ່​ມີ​ວິ​ຕາ​ມິນ​ຊີ​ສູງ​ຫລາຍ ຊຶ່ງ​ວິ​ຕາ​ມິນ​ຊີ  (Vitamin C) ມີ​ປະໂຫຍດ​ຫລາຍ​ຢ່າງ ທັງ​ເສີມ​ສ້າງ​ພູ​ມ​ຄຸ້ມ​ກັນ​ໃຫ້​ຮ່າງ​ກາຍ, ປ້ອງ​ກັນ​ອະນຸມູນ​ອິດ​ສະລະ , ຕໍ່​ຕ້ານ​ພະຍາດ​ຫົວ​ໃຈ, ຊ່ວຍ​ໃຫ້​ສຸຂະພາບ​ເຫືອກ​ແຂງ​ແຮງ  ແຖມ​ຍັງ​ໂດ່ງ​ດັງ​ເລື່ອງ​ບັນ​ເທົາ​ອາການ​ຫວັດ ແຕ່​ການ​ໄດ້ຮັບ​ປະລິມານ​ວິ​ຕາ​ມິນ​ຊີ​ຫລາຍ​ເກີນ​ໄປ.. ຫລາຍກວ່າ 500ມິນ​ລີ​ກຣາມ​ຕໍ່​ມື້​ ຕໍ່​ເນື່ອງ​ກັນ​ເປັນ​ລະ​ຍະ​ເວລາ​ດົນ ສາມາດ​ເຮັດໃຫ້​ເກີດ​ໜິວ​ໃນ​ຫມາກໄຂ່ຫລັງ​ໄດ້ ລວມ​ເຖິງ​ຫາກ​ຮັບປະທານ​ວິ​ຕາ​ມິນ​ຊີ​ຫລາຍ​ເກີນ 1, 000ມິ​ລີ​ກຣາມ ຍັງ​ອາດ​ເຮັດໃຫ້​ເກີດ​ອາການ​ຖອກທ້ອງ ແລະ ​ຫາກ​ທານ​ຕອນ​ທ້ອງວ່າງ​ ກໍ​ອາດ​ເກີດ​ການ​ລະ​ຄາຍ​ເຄືອງ​ໃນ​ທາງເດີນອາຫານ ເນື່ອງ​ຈາກ​ຄວາມ​ເປັນ​ກົດ​ຂອງ​ວິ​ຕາ​ມິນ​ຊີ ທັງ​ຍັງ​ອາດ​ເກີດ​ອາການ​ທ້ອງ​ອືດ ຫລື ​ເຖິງ​ຂັ້ນ  ຮາກ ໄດ້​ ​

  1. ທູ​ນາ

 

3

ທູ​ນາ ປາ​ທະ​ເລ​ນ້ຳ​ເລິກ ໜຶ່ງ​ໃນ ອາຫານ ທະ​ເລ​ມີ​ໄຂ​ມັນ ​ແລະ ​ຄໍ​ເລສເຕີ​ລໍ​ຕ່ຳ    ມີ DHA (DOCOSAHEXAENOIC ACID) ຊຶ່ງ​ມີ​ປະໂຫຍດ​ໂດຍ​ກົງ​ກັບ​ສະຫມອງ ຊ່ວຍ​ບຳ​ລຸງ​ເຊວ​ສະຫມອງ ແລະ ​ເສີມ​ສ້າງ​ຄວາມ​ຈຳ ເຖິງ​ແມ່ນ​ປາ​ທູ​ນາ​ຈະ​ມີ​​ຄຸນປະໂຫຍດ​ສູງ ແຕ່​ສຳລັບ ​ແມ່ຍິງ​ມີ​ມົດລູກ ເດັກ​ນ້ອຍ ແລະ ​ຍິງ​ ທີ່​ຫາກໍ່ເກີດ​ ຄວນ​ຫລີກ​ລ້ຽງ ຫລື ​ຮັບປະທານ​​ນ້ອຍ ປະ​ມານ 3ກ້ອນ​ສຳລັບ​ໄລ​ທູ​ນາ ຫລື 1ກະ​ປ໋ອງ​ສຳລັບ​ທູ​ນາ​ຂາວ ເພື່ອ​ປ້ອງ​ກັນ​ອັນຕະລາຍ​ຈາກ​ສານ​ປອດ ເພາະ​ທູ​ໜ້າ​ມີ​ສານ​ປອດ​ຢູ່ໃນ​ຊີ້ນປາ​ເອງ ຖ້າ​ກິນ​ຫລາຍ ອາດ​ເຮັດໃຫ້​ມີ​ປອດ​ສະ​ສົມ​ຫລາຍ​ເກີນ​ໄປ​ໃນ​ຮ່າງກາຍ ອາດ​ເຮັດໃຫ້​ເກີດ​ຜົນ​ເສຍ ຕໍ່​ລະບົບ​ປະສາດ ເຊັ່ນ ​ການ​ຕາຍ​ຂອງ​ຊີ້ນສະຫມອງ​ບາງ​ສ່ວນ​

  1. ກະ​ຫລ່ຳ​

 

4

ກະ​ຫລ່ຳ​ ຜັກ​ຍອດ​ຮິດ ຂອງ ອາຫານ ສຸດ​ແຊບຊອຍ ກໍຄື ​ກິນກັບ​ຕຳໝາກຫຸ່ງ ທີ່​ດັບ​ເຜັດ​ໄດ້​ດີ ຊຶ່ງ​ອັນ​ທີ່​ຈິງ ​ກະ​ຫລ່ຳ​ ​ນັ້ນ​ມີ​ປະໂຫຍດ​ຫລວງຫລາຍ ແຕ່​​ວ່າ ການ​ກິນ​ ກະ​ຫລ່ຳ​​ດິບ​ຫລາຍ​ໆ ອາດ​ເປັນ​ບັນຫາ​ກັບ​ສຸຂະພາບ​ໃນ​ລະ​ຍະ​ຍາວ ພືດ​ຕະກູນ​ກະ​ຫລ່ຳ​ທຸກ​ໂຕ ຈະ​ມີ​ຄຸນສົມບັດ​ໃນ​ການ​ປ້ອງ​ກັນ ​ແລະ ​ຍັບ​ຍັ້ງ​ການ​ເກີດ​ມະ​ເຮັງ​ໄດ້​ໃນ​ຫລາຍໆ ສ່ວນ​ຂອງ​ຮ່າງກາຍ ບໍ່​ວ່າ​ຈະ​ເປັນ​ມະ​ເຮັງ​ລຳ​ໄສ້​ໃຫຍ່, ກະເພາະອາຫານ, ເຕົ້າ​ນົມ,  ມົດລູກ ຮວຍໄຂ່ ແລະ ​ຍັງມີ​ລິດ​ໃນ​ການ​ຂັບ​ສານ​ພິດ​ອອກຈາກ​ຮ່າງກາຍ​ໄດ້ ແຕ່​ຖ້າ​ທ່ານ​ຮັບປະທານ​ກະ​ຫລ່ຳ​​ເປັນ​ປະຈຳ ກໍ​ຈະ​ເພີ່ມ​ປະ​ສິດ​ທິ​ພາບ​ຂອງ​ຕັບ​ໃຫ້​ເຮັດວຽກ​ດີ​ຂຶ້ນ ແຕ່​ໃນ​ຂະນະ​ດຽວ​ກັນ ໃນ​ກະ​ຫລ່ຳ​ ກໍ​ມີ​ສານ Goitrogen ຢູ່​ຫລາຍ ຊຶ່ງ​ສານGoitrogeno ນີ້​ຈະ​ໄປ​ກັນ​ບໍ່​ໃຫ້​ຕ່ອມ​ນໍ້າເຫລືອງຈັບ​ໄອ​ໂອ​ດີນ​ໄປ​ສ້າງ​ເປັນ Thyroscine ສົ່ງ​ຜົນ​ຈະ​ເຮັດໃຫ້​ເກີດ​ພະຍາດ​ຄໍ​ກິນເລືອດ​ໄດ້ ຫາກ​ມັກ​ກິນ​ກະ​ຫລ່ຳ​ປະຈຳ ຄວນ​ກິນ​    ກະ​ຫລ່ຳ​​ສຸກ​ຈະ​ດີກວ່າ ​ກິນ​ກະ​ຫລ່ຳ​​ດິບ ເພາະ​ສານ Goitrogen ນີ້​ຈະ​ຖືກ​ທຳລາຍ​ໄດ້​ໂດຍ​ການເຮັດໃຫ້​ສຸກ ດັ່ງ​ນັ້ນ​ຄວນ​ເຮັດໃຫ້​ສຸກ ແລະ ​ກິນ​ແຕ່​ພໍດີ

5. ນ້ຳ

 

5

 ນ້ຳ​ເປັນ​ສິ່ງ​ທີ່​ຮ່າງກາຍ​ຄົນ​ເຮົາ​ຂາດ​ບໍ່​ໄດ້ ແຕ່​ການ​ດື່ມ​ນ້ຳ​ຫລາຍ​ເກີນ​ມື້​ລະ 6-7ລີດ ສ່ຽງ​ເກີດ​ອາການ​ ໄຮ​ໂປ​ແນ​ຊີ​ເມຍ ສະຫມອງ​ບວມ​ຈົນ​ເສັຍຊີວິດ​ໄດ້ ການ​ດື່ມ​ນ້ຳ​ຫລາຍເກີນ​ໄປ ຈະ​ເຮັດໃຫ້​ຮ່າງກາຍ​ໄດ້ຮັບ​ນ້ຳ​ປະລິມານ​ຫລາຍ​ເກີນ​ໄປ​ໃນ​ເວລາ​ວ່ອງໄວ ເຮັດໃຫ້​ເກີດ​ພາ​ວະ​ນ້ຳ​ເກີນ ຫລື ​ນ້ຳ​ເປັນ​ພິດ ແລະ​ ນ້ຳ​ຈະ​ມີ​ຜົນ​ໃຫ້​ທາດ​ ໂຊ​ດຽມ ​ໃນ​ເລືອດ​ຫລຸດລົງ​ຢ່າງ​ວ່ອງໄວ ຮ່າງກາຍ​ຈະ​ປິ່ນປົວ​ສົມ​ດຸນ​ນ້ຳ​ ລະຫວ່າງ​ ນອກ​ເຊວ ແລະ ​ພາຍ​ໃນ​ເຊວ ບໍ່​ໄດ້ ເຮັດໃຫ້​ເຊວ​ບວມ ​ແລະ ​ເຮັດໃຫ້​ຊັອກ ສະຫມອງ​ບວມ ປອດ​ບວມ ໝົດ​ສະຕິ ແລະ ​ເສັຍຊີວິດ​ໄດ້ ເພາະ​ສະ​ນັ້ນ​ດື່ມ​ໃນ​ປະລິມານ​ທີ່​ເໝາະ​ສົມ​ຕາມ​ປົກກະຕິ ​ທີ່ມື້​ລະ 6-8ຈອກ ຫລື ​ປະ​ມານ 2ລີດ ດື່ມ​ແບບພໍດີ ກໍ​ພຽງ​ພໍ​ສຳລັບ​ຮ່າງກາຍ​ແລ້ວ