spot_img
Homeຂ່າວເຫດການລັດຖະມົນຕີຕ່າງປະເທດລາວ ພົບປະກັບຄູ່ຮ່ວມຕຳແໜ່ງປະເທດເພື່ອນມິດ ຢູ່ນະຄອນຫລວງມານີລາ

ລັດຖະມົນຕີຕ່າງປະເທດລາວ ພົບປະກັບຄູ່ຮ່ວມຕຳແໜ່ງປະເທດເພື່ອນມິດ ຢູ່ນະຄອນຫລວງມານີລາ

Published on

ຂປລ. ໃນລະຫວ່າງການເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM) ຄັ້ງທີ 50 ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງທີ່ນະຄອນຫລວງມານີລາ ປະເທດຟິລິບປິນ ແຕ່ວັນທີ 4-8 ສິງຫາ 2017, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ພົບປະກັບຄູ່ຮ່ວມຕຳແໜ່ງ ຈາກປະເທດເພື່ອນມິດຈຳນວນໜຶ່ງ. ​ໃນ​ນີ້, ​ໄດ້​ພົບ​ປະ​ກັບ ທ່ານ ຟ້າ​ມ ບິ່ງ ມິ​ງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ ​ໃນ​ວັນ​ທີ 5 ສິງຫາ 2017; ພົບ​ປະ​ກັບ​ ທ່ານ ຫວັງ ອີ້, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປ ຈີນ ​ແລະ ຄະນະ ​ໃນ​ວັນ​ທີ 6 ສິງຫາ 2017; ພົບ​ປະ​ກັບ ທ່ານ ຣາວີ ກາຣູນານາ​ຢາ​ເກ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດສີ​ລັງກາ ​ແລະ ທ່ານ ​ເມ​ບລູດ ກາ​ວູ​ໂຊກ​ລູ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຕວກ​ກີ ພ້ອມ​ດ້ວຍ​ຄະນະ.

ການພົບປະຄັ້ງ​ນີ້, ທັງ​ສອງ​ຝ່າຍ​ໄດ້​ປຶກສາ​ຫາລື, ​ແລກປ່ຽນຄວາມ​ຄິດ​ຄວາມເຫັນ ​ແລະ ທັດສະນະ​ຕ່າງໆ ກ່ຽວກັບ​ການ​ຊຸກຍູ້​ສົ່ງ​ເສີມ ​ແລະ ຮັດ​ແໜ້ນ ການ​ພົວພັນ​ຮ່ວມ​ມື​ທີ່​ດີ ລະຫວ່າງ ສ​ປປ ລາວ ​ແລະ ບັນດາ​ປະ​ເທດ​ອາຊຽນ ກໍ​ຄື​ບັນດາ​ປະ​ເທດ​ເພື່ອນ​ມິດ ​ໃຫ້​ສືບ​ຕໍ່​ຂະຫຍາຍຕົວ​ຍິ່ງໆຂື້ນ ​ແລະ ​ເປັນ​ການ​ຊຸກຍູ້​ສົ່ງ​ເສີມ​ສັນຕິ​ພາບ, ຄວາມຫມັ້ນຄົງ ​ແລະ ການ​ພັດທະນາ​ເສດຖະກິດ-​ສັງຄົມ ​ໃນ​ພາກ​ພື້ນ ​ແລະ ສາກົນ. ການ​ພົບ​ປະ​ສອງ​ຝ່າຍ​ຄັ້ງ​ນີ້ ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ອັນ​ອົບ​ອຸ່ນ, ມິດຕະພາບ, ຄວາມ​ເຂົ້າອົກ​ເຂົ້າ​ໃຈ ​ແລະ ​ເປັນ​ກັນ​ເອງ​ຂອງ​ທັງ​ສອງ​ຝ່າຍ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...