Homeຂ່າວຕ່າງປະເທດແຜ່ນດິນໄຫວກາລິຟໍເນຍ ສະຫະລັດອາເມຣິກາ 6.0 ຣິກເຕີ້ ຮຸນແຮງທີ່ສຸດໃນຮອບ 25 ປີ

ແຜ່ນດິນໄຫວກາລິຟໍເນຍ ສະຫະລັດອາເມຣິກາ 6.0 ຣິກເຕີ້ ຮຸນແຮງທີ່ສຸດໃນຮອບ 25 ປີ

Published on

 

ເກີດເຫດແຜ່ນດິນໄຫວໃນກາລິຟໍເນຍ ສະຫະລັດອາເມຣິກາ ຂະໜາດ 6.0 ຣິກເຕີ້ ພົບຜູ້ບາດເຈັບນັບຮ້ອຍ ແລະ

ບາດເຈັບສາຫັດ 2 ຄົນ, ທໍ່ສົ່ງແກັດ, ນ້ຳປະປາ ແລະ ບ້ານເຮືອນພັງທະລາຍ ຮຸນແຮງທີ່ສຸດໃນຮອບ 25 ປີ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດແຜ່ນດິນໄຫວ ວັດຄວາມແຮງໄດ້ຂະໜາດ 6.0 ຣິກເຕີ້ ໃນເວລາ

03:20 ໂມງ ຂອງວັນອາທິດທີ 24 ສິງຫາ 2014 ທີ່ຜ່ານມາ (ຕາມເວລາໃນທ້ອງຖິ່ນ) ໂດຍມ່ີຈຸດສູນກາງຂອງແຜ່ນ

ດິນໄຫວ ຢູ່ຫ່າງຈາກ ອາເມຣິກັນ ແຄນຢອນ ໄປທາງຕາເວັນຕົກສ່ຽງເໜືອ ພຽງແຕ່ 6 ກິໂລແມັດ ເຊິ່ງເປັນເຫດ

ແຜ່ນດິນໄຫວທີ່ຮຸນແຮງທີ່ສຸດໃນຮອບ 25 ປີ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບຮ້ອຍກ່ວາຄົນ ອາການສາຫັດ 2 ຄົນ

ແລະ ອາຄານບ້ານເຮືອນເຂດອ່າວຟຣານຊານຟຣານຊິສໂກ ໄດ້ຮັບຄວາມເສຍຫາຍໜັກໜ່ວງກ່ວາໝູ່ ໂດຍອ່າວ

ຟຣານຊານຟຣານຊິສໂກ ຫຼື Bay Area ທາງຕອນເໜືອຂອງລັດກາລິຟໍເນຍ ຖືເປັນພື້ນທີ່ເຊິ່ງໄດ້ຮັບຄວາມເສຍ

ຫາຍໜັກທີ່ສຸດ ຈາກເຫດແຜ່ນດິນໄຫວໃນຄັ້ງນີ້.

 

NjpUs24nCQKx5e1DGTzCZGoXe7JHGWsafoZODwnDak7

 

ດ້ານເຈົ້າໜ້າທີ່ທາງການຂອງເມືອງເນປາ ລາຍງານວ່າ ແຮງສັ່ນສະເທືອນຂອງແຜ່ນດິນໄຫວ ເຮັດໃຫ້ປະຊາຊົນ

ແຕກຕື່ນຕົກໃຈ ຮີບອອກມາຈາກບ້ານເຮືອນມາຢູ່ຕາມຖະໜົນ, ອີກທັງຍັງເປັນເຫດເຮັດໃຫ້ລົດ 4 ຄັນພັງເສຍ

ຫາຍ ໃນຂະນະທີ່ທໍ່ສົ່ງແກັສສາຍຫຼັກເກີດຮອຍແຕກ ປະມານ 50 ຈຸດ ແລະ ຍັງເຮັດໃຫ້ທໍ່ສົ່ງນ້ຳປະປາແຕກປະ

ມານ 30 ຈຸດ, ບັນດາຕຶກເກົ່າແກ່ບູຮານ 3 ຫຼັງໃນເມືອງນາປາ ໄດ້ຮັບຄວາມເສຍຫາຍ ແລະ ບ້ານເຮືອນຂອງປະ

ຊາຊົນກ່ວາໝື່ນຫຼັງບໍ່ມີໄຟຟ້າໃຊ້.

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...