spot_img
Homeຂ່າວຕ່າງປະເທດຊາວປະມົງຫວຽດນາມ ຖືກທະຫານອິນໂດເນເຊຍຍິງ ບາດເຈັບ 4 ຄົນ ຢູ່ທະເລຈີນໃຕ້

ຊາວປະມົງຫວຽດນາມ ຖືກທະຫານອິນໂດເນເຊຍຍິງ ບາດເຈັບ 4 ຄົນ ຢູ່ທະເລຈີນໃຕ້

Published on

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 24 ກໍລະກົດຜ່ານມານີ້ວ່າ ເຈົ້າໜ້າທີ່ແຂວງບິງດິ່ງ ຂອງຫວຽດນາມໄດ້ລະບຸ ເຮືອຫາປາຂອງຊາວປະມົງຫວຽດນາມ ຊຶ່ງລອຍລຳໃນທະເລຈີນໃຕ້ ຫ່າງຈາກເກາະກົງດາວ (Con Dao) ທາງຕາເວັນອອກສຽງໃຕ້ຂອງປະເທດ ປະມານ 245 ກິໂລແມັດ ໄດ້ຖືກທະຫານເຮືອຂອງອິນໂດເນເຊຍຍິງ ໃນມື້ວັນເສົາທີ 22 ກໍລະກົດຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 4 ຄົນ ໃນນັ້ນ ບາດເຈັບສາຫັດ 2 ຄົນ ໂດຍທັງໝົດໄດ້ຖືກນຳສົ່ງໄປປິ່ນປົວຢູ່ໂຮງໝໍແລ້ວ.

ແນວໃດກໍຕາມ, ເຈົ້າໜ້າທີ່ກະຊວງການປະມົງ ແລະ ກິດຈະການທາງທະເລຂອງອິນໂດເນເຊຍ ໄດ້ອອກມາລະບຸວ່າ ບໍ່ໄດ້ຮັບຊາບກ່ຽວກັບເຫດການດັ່ງກ່າວຕາມຖືກກ່າວຫາ ແລະ ຝ່າຍກອງທັບເຮືອອິນໂດເນເຊຍ ກໍຍັງບໍ່ທັນໄດ້ລາຍງານ ຫລື ໃຫ້ຄຳຄິດເຫັນໃດໆໃນເລື່ອງນີ້.

ທັງນີ້, ຂໍ້ຂັດແຍ່ງກ່ຽວກັບສິດທິໃນການຫາປາ ແລະ ຂຸດສຳຫລວດນ້ຳມັນ ພາຍໃນທະເລຈີນໃຕ້ ໄດ້ກາຍເປັນບັນຫາຊຶ່ງທັງຝ່າຍຈີນ, ຫວຽດນາມ, ບຣູໄນ, ມາເລເຊຍ, ຟິລິບປິນ, ໄຕ້ຫວັນ ແລະ ອິນໂດເນເຊຍ ຕ່າງກໍພາກັນອ້າງອະທິປະໄຕ.

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...