4 ວິທີກິນວິຕາມິນໃຫ້ໄດ້ຜົນທີ່ດີຍິ່ງຂຶ້ນ

 

ທຸກ​ມື້​ນີ້​ເກືອບທຸກ​ຄົນ​ເລີ່ມ​ຫັນ​ມາ​ໃສ່​ໃຈ​ສຸຂະພາບ​ດ້ວຍ​ວິທີ​ຕ່າງໆ ກັນ​ຫລາຍ​ຍິ່ງ​ຂຶ້ນ ວິ​ຕາ​ມິ ກໍ​ເປັນ​ອີກ​ໜຶ່ງ​ທາງ​ເລືອກ​ທີ່​ຜູ້​ທີ່ບໍ່​ຄ່ອຍ​ມີ​ເວລາ​ ຫລື​ ຕ້ອງ​ການ​ຄວາມສະດວກ​ເລືອກ​ໃຊ້ທັງ​ນີ້​ ແພດ​ໄດ້​ເຕືອນ​ວ່າ ​ຫາກ​ໃຜ​ກິນ​ວິ​ຕາ​ມິນ​ເກີນ​ຂະໜາດ ກໍ​ມັກ​ຈະ​ມີ​ໂທດ​ເຂົ້າ​ສູ່​ຮ່າງ​ກາ ແທນ​ທີ່​ຈະ​ໄດ້​ປະ​ໂຫຍດ ​ມື້​ນີ້​ເຮົາ​ຈຶ່ງ​ຂໍ​ແນະນຳ 4 ວິທີ​ການ​ກິນ​ວິ​ຕາ​ມິນ​ໃຫ້​ໄດ້​ປະໂຫຍດ​ຫລາຍ​ທີ່​ສຸ

1

1. ວິ​ຕາ​ມິນຊີ : ນີ້​ຄື​ສຸດ​ຍອດ​ວິ​ຕາ​ມິນ​ທີ່​ຊ່ວຍ​ບຳ​ລຸງ​ຜິວ​ໃຫ້​ສົດໃສ ນອກ​ຈາກ​ນີ້​ຍັງ​ຊ່ວຍ​ປ້ອງ​ກັນ​ຫວັດ​ໄດ້​ເຖິງ 85%ໂດຍ​ປະລິມານ​ແນະ​ນຳ​ໄລຍະຮ່າງກາຍ​ປົກກະຕິ​ຢູ່​ ທີ່​ບໍ່​ເກີນ 1, 000ມິລີກຣາມ ແຕ່​ຖ້າ​ເປັນ​ຫວັດ​ຄວນ​ກິນ 3, 000ມີລີກຣາມ ປະ​ມານ 3-6ມື້

Vitamin-11

 

2. ວິ​ຕາ​ມິນ​ບີລ​ວ : ຊ່ວຍ​ໃນ​ການ​ບຳ​ລຸງ​ສຸຂະພາບ​ຂອງ​ສາຍ​ຕາ ແລະ ​ຍັງ​ຊ່ວຍ​ບຳ​ລຸງ​ທັງ​ເສັ້ນ​ປະສາດ ຕັບ ເສັ້ນ​ຜົມ ຜິວ​ພັນ ນອກ​ຈາກ​ນີ້​ຍັງ​ຊ່ວຍ​ໃຫ້​ຮ່າງກາຍ​ຟິດ​ ແລະ ​ຄາຍ​ຄວາມ​ເຄັ່ງຕຶງ ປະລິມານ​ທີ່​ເໝາະ​ສົມ​ຢູ່​ທີ່ 3, 000 – 5, 000ມິລິ​ກຣາມ​ ຕໍ່​ມື້3

 

 

3.  ກູ​ຕ້າ​ໄທ​ໂອ : ອາຫານ​ເສີມ​ຍອດ​ນິຍົມ ທີ່​ແມ່ນແຕ່​ແພດ​ຍັງ​ເຕືອນ​ວ່າ ຂະນະ​ນີ້​ ບໍ່​ມີ​ການ​ຮັບຮອງ​ທີ່​ຊີ້​ແຈງ​ວ່າ“ຊ່ວຍ​ໃຫ້​ຜິວ​ຂາວ​ໄດ້ ​ຫລື​ ບໍ່ ? ” ສະ​ນັ້ນ​ຄວນ​ລະ​ມັດ​ລະ​ວັງ​ທັງ​ການ​ກິນ​ແບບ​ເມັດ ແລະ ​ການ​ສີດ​ເຂົ້າ​ເສັ້ນ ທາງ​ທີ່​ດີ​ຄວນ​ປຶກ​ສາ​ແພດ ​

4

 

4. ສັງ​ກະ​ສີ  (Zinic) : ແຮ່ທາດ​ທີ່​ຈະ​ເຮັດໃຫ້​ຮ່າງກາຍ​ເຮັດວຽກ​ໄດ້​ສົມ​ດຸນ ​ແລະ ​ເພີ່ມ​ພູ​ມ​ຄຸ້ມ​ກັນ ແຕ່​ຫາກ​ຢາກ ​ທ່ານ​ໃຫ້​ໄດ້​ຜົນ​ສຸງ​ສຸດ​ຄວນ​ກິນ 1ຊົ່ວ​ໂມງ​ກ່ອນ​ອາຫານ ຫລື​ຫລັງ​ອາຫານ 2ຊົ່ວ​ໂມງ ແລະ ​ຫາກ​ຫລີກລ້ຽງ​ໄດ້​ຢ່າ​ກິນ​ກັບ​ເມ​ນູ​ທີ່​ມີ​ ທາດເລັກ(ແຄນຊຽມ) ​ແລະ ​ຟອດ​ຟໍ​ລັດ​ສູງ ເພາະ​ຈະ​ເຮັດໃຫ້​ປະ​ສິດ​ທິ​ພາບ​ໜ້ອຍ​ລົງ​ທັນທີ