spot_img
Homeຂ່າວຕ່າງປະເທດນັກທ່ອງທ່ຽວແຫ່ເຂົ້າຊົມ ຜາສາດຫີນໂບໄພກຸກ ມໍລະດົກໂລກແຫ່ງໃໝ່ຫລ້າສຸດຂອງກຳປູເຈຍ

ນັກທ່ອງທ່ຽວແຫ່ເຂົ້າຊົມ ຜາສາດຫີນໂບໄພກຸກ ມໍລະດົກໂລກແຫ່ງໃໝ່ຫລ້າສຸດຂອງກຳປູເຈຍ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ກໍລະກົດຜ່ານມານີ້ວ່າ ນັກທ່ອງທ່ຽວນຳນວນຫລວງຫລາຍ ໄດ້ແຫ່ກັນເຂົ້າຊົມ ຜາສາດຫີນໂບໄພກຸກ ແຫລ່ງມໍລະດົກໂລກແຫ່ງໃໝ່ຫລ້າສຸດຂອງກຳປູເຈຍ ໃນໄລຍະທ້າຍອາທິດທີ່ຜ່ານມານີ້ ຫລັງຈາກທີ່ຜາສາດຫີນດັ່ງກ່າວ ໄດ້ຖືກຮັບຮອງຂຶ້ນທະບຽນໂດຍອົງການຢູເນສໂກ ຂອງສະຫະປະຊາຊາດ ເມື່ອວັນທີ 8 ກໍລະກົດທີ່ຜ່ານມາ.

ຜາສາດຫີນໂບໄພກຸກ ຕັ້ງຢູ່ແຂວງກຳປົງທົມ ຫ່າງຈາກນະຄອນຫລວງພະນົມເປັນ ໄປທາງທິດເໜືອປະມານ 206 ກິໂລແມັດ ເປັນມໍລະດົກໂລກແຫ່ງທີ 3 ຂອງກຳປູເຈຍແລ້ວ ໂດຍລະບຸວ່າ ພື້ນທີ່ດັ່ງກ່າວຄືເມືອງອິສານປຸຣະ ເມືອງຫລວງຂອງອານາຈັກເຈນລະ ອາລະຍະທຳຂອມທີ່ຈະເລີນຮຸ່ງເຮືອງ ໃນທ້າຍສະຕະວັດທີ 6 ເຖິງຕະສະວັດທີ 7.

ທ່ານ ແຊມ ນອມ ຜູ້ຮັບຜິດຊອບຜາສາດຫີນດັ່ງກ່າວໄດ້ກ່າວວ່າ ຕອນນີ້ຜາສາດຫີນໄດ້ຂຶ້ນທະບຽນເປັນມໍລະດົກໂລກແລ້ວ ຂ້າພະເຈົ້າຫວັງວ່າ ປະຊາຊົນຂອງເຮົາຈະໄດ້ປະໂຫຍດຈາກບ່ອນນີ້ ແລະ ຂ້ອຍຕ້ອງຂໍຂອບໃຈເຖິງບັນພະບູລຸດຂອງພວກເຮົາ ທີ່ໄດ້ສ້າງສິ່ງເຫລົ່ານີ້ ແລະ ເກັບຮັກສາໃຫ້ເຮົາຈົນເຖິງທຸກວັນນີ້.

ອີງຕາມການລາຍງານຂອງທາງການກຳປູເຈຍລະບຸວ່າ ຈຳນວນນັກທ່ອງທ່ຽວທີ່ເດີນທາງເຂົ້າກຳປູເຈຍ ເມື່ອປີກາຍຜ່ານມາຢູ່ທີ່ 5 ລ້ານຄົນ ຊຶ່ງປີນີ້ມີການຄາດວ່າ ຈະມີນັກທ່ອງທ່ຽວເດີນທາງເຂົ້າປະເທດ ປະມານ 5.5 ລ້ານຄົນ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...