spot_img
Homeຂ່າວພາຍ​ໃນກົມອຸຕຸອອກແຈ້ງເຕືອນ ຝົນຕົກ-ລົມພັດແຮງ-ນໍ້າຖ້ວມ 16-18 ກໍລະກົດນີ້

ກົມອຸຕຸອອກແຈ້ງເຕືອນ ຝົນຕົກ-ລົມພັດແຮງ-ນໍ້າຖ້ວມ 16-18 ກໍລະກົດນີ້

Published on

ມື້ນີ້, ວັນທີ 15 ກໍລະກົດ 2017 ນີ້ ກົມອຸຕຸນິຍົມແລະອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ໄດ້ອອກໜັງສືແຈ້ງເຕືອນ ພາຍຸໝຸນເຂດຮ້ອນ ເຊິ່ງເນື້ອໃນແຈ້ງການລະບຸວ່າ:

ພາຍຸໝຸນເຂດຮ້ອນໄດ້ກໍ່ຕົວຂຶ້ນໃນທະເລຈີນໃຕ້ຕອນກາງ ເຊິ່ງໃນເວລາ 10 ໂມງເຊົ້າ ຂອງວັນທີ 15 ກໍລະກົດ 2017 ນີ້ ມີຈຸດສູນກາງຢູ່ເສັ້ນຂະໜານທີ 16.3 ອົງສາເໜືອ ແລະເສັ້ນແວງ 111.8 ອົງສາຕາເວັນອອກ ພ້ອມເຄື່ອນທີ່ມາທາງທິດໃຕ້ຫາຕາເວັນຕົກກສ່ຽງໃຕ້ ຢ່າງຊ້າໆ. ພາຍຸຫົວນີ້ຈະເຄື່ອນທີ່ຂຶ້ນຝັ່ງປະເທດຫວຽດນາມ ໃນກາງຄືນຂອງວັນທີ 16 ກໍລະກົດ ນີ້ ຈາກນັ້ນຈະເຄື່ອນທີ່ເຂົ້າຜ່ານແຂວງ ບໍລິຄຳໄຊ, ໄຊສົມບູນ, ນະຄອນຫຼວງວຽງຈັນ ແລະໄຊຍະບູລີ ໃນວັນທີ 17 ກໍລະກົດ ນີ້. ເຊິ່ງຈະເຮັດໃຫ້ມີຝົນຕົກ ໃນລະດັບປານກາງຫາໜັກ ພ້ອມທັງຈະມີລົມພັດແຮງຢູ່ໃນເຂດແຂວງຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊສົມບູນ ລົງຫາບັນດາແຂວງພາກກາງແລະພາກໃຕ້ (ເກືອບທົ່ວປະເທດ).

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງພໍ່ແມ່ປະຊາຊົນແລະອຳນາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບນໍ້າຖ້ວມ, ນໍ້າໄຫຼຊຸ, ດິນເຈື່ອນ ໃນບັນດາແຂວງດັ່ງກ່າວ ໃນໄລຍະວັນທີ 16-18 ກໍລະກົດນີ້. ພ້ອມກັນນີ້ກໍຂໍໃຫ້ເກັບມ້ຽນສິ່ງຂອງເຄື່ອງໃຊ້ຂຶ້ນໄວ້ໃນບ່ອນສູງ ພ້ອມທັງເຄື່ອນຍ້າຍສັດລ້ຽງໄປໄວ້ໃນບ່ອນທີ່ປອດໄພ ແລະຕິດຕາມການລາຍງານຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມແລະອຸທົກກະສາດ ແລະສື່ທຸກຂະແໜງຢ່າງເປັນປະຈຳ.

ຫົວໜ້າກອງພະຍາກອນອາກາດ
ບຸນເຕີມ ສີສຸພັນທະວົງ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...