spot_img
Homeຂ່າວຕ່າງປະເທດຣັດເຊຍຕອກກັບ ຫາກແຊກແຊງເລືອກຕັ້ງອາເມຣິກາໄດ້ແທ້ ອູແກຣນຄົງບໍ່ໄດ້ລັດຖະບານໝາດບາງກັບຣັດເຊຍ

ຣັດເຊຍຕອກກັບ ຫາກແຊກແຊງເລືອກຕັ້ງອາເມຣິກາໄດ້ແທ້ ອູແກຣນຄົງບໍ່ໄດ້ລັດຖະບານໝາດບາງກັບຣັດເຊຍ

Published on

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 14 ກໍລະກົດນີ້ວ່າ ທ່ານ ເຊີເກ ລາບຣອບ ລັດຖະມົນຕີການຕ່າງປະເທດຣັດເຊຍ ໄດ້ກ່າວທີ່ນະຄອນຫລວງແບັກແລັງຂອງເຢຍລະມັນ ໃນມື້ວານນີ້ (13 ກໍລະກົດ) ກ່ຽວກັບກໍລະນີທີ່ສະຫະລັດອາເມຣິກາ ໄດ້ກ່າວຫາທາງການຣັດເຊຍ ດຳເນີນການແຊກແຊງ ແລະ ສະໜັບສະໜູນຄວາມພະຍາຍາມມີອິດທິພົນ ເໜືອບັ້ນເລືອກຕັ້ງປະທານາທິບໍດີອາເມຣິກາເມື່ອປີກາຍນີ້ ໂດຍທ່ານລະບຸວ່າ ຕະຫລອດໄລຍະ 8 ເດືອນຂອງການສືບສວນຂອງອາເມຣິກາ ບໍ່ມີຂໍ້ເທັດຈິງແນວໃດຖືກນຳມາວາງຢູ່ເທິງໜ້າໂຕະແມ່ນແຕ່ໜ້ອຍດຽວ ມັນເປັນພຽງແຕ່ການຄາດເດົາລ້ວນໆ, ລັດຖະບານຣັດເຊຍ ບໍ່ມີສັກກະຍະພາບທີ່ຈະມີອິດທິພົນເໜືອການເລືອກຕັ້ງສະຫະລັດຯ ຫລື ເສິກເລືອກຕັ້ງຂອງເຢຍລະມັນທີ່ກຳລັງຈະມາເຖິງນີ້ ໃນຂະນະດຽວກັນ ອູແກຣນເພື່ອນບ້ານຂອງຣັດເຊຍ ຄົງຈະບໍ່ໄດ້ລັດຖະບານທີ່ເປັນປໍລະປັກກັບມົດສະກູເດັດຂາດ ຖ້າຫາກວ່າຣັດເຊຍມີອຳນາດນັ້ນຢູ່ຈິງ.

ທ່ານ ລາບຣອບ ໄດ້ເວົ້າອີກວ່າ ຖ້າຫາກເຮົາສາມາດຕັດສິນຊາຕາກຳເຢຍລະມັນ ແລະ ສະຫະລັດອາເມຣິກາໄດ້ແທ້ຈິງ ບັນດາປະເທດອະດີດສະຫະພາບໂຊວຽດທີ່ຢູ່ອ້ອມຮອບຣັດເຊຍ ກໍຄົງຈະບໍ່ມີທັດສະນະຄະຕິແບບດຽວກັນ ແລະ ບາງເທື່ອມັນອາດຈະບໍ່ມີວິກິດການອູແກຣນຕັ້ງແຕ່ທຳອິດ ຖ້າຫາກເຮົາສາມາດມີອິດທິພົນເໜືອອາເມຣິກາ ເຮົາກໍຄົງສາມາດມີອິດທິພົນເໜືອປະເທດອື່ນໆໄດ້ທັງໝົດເຊັ່ນກັນ.

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...