spot_img
Homeຂ່າວຕ່າງປະເທດອອງຊານຊູຈີ ຈະເລີ່ມແຜນປະຕິຮູບລະບົບລັດຖະການມຽນມາ ໃຫ້ມີປະສິດທິພາບສູງຂຶ້ນ

ອອງຊານຊູຈີ ຈະເລີ່ມແຜນປະຕິຮູບລະບົບລັດຖະການມຽນມາ ໃຫ້ມີປະສິດທິພາບສູງຂຶ້ນ

Published on

ສຳນັກຂ່າວຊິນຮວາ ລາຍງານໃນວັນທີ 11 ກໍລະກົດຜ່ານມານີ້ວ່າ ທ່ານ ນາງ ອອງຊານຊູຈີ ທີ່ປຶກສາແຫ່ງລັດມຽນມາ ໄດ້ໃຫ້ຄຳໝັ້ນສັນຍາ ໃນການລິເລີ່ມແຜນປະຕິບັດການທາງຍຸດທະສາດ ປະຕິຮູບລະບົບລັດຖະການ ໃນໄລຍະ 4 ປີ ຊຶ່ງກຳນົດວິໄສທັດສຳລັບການປ່ຽນແປງໃນໄລຍະແຕ່ປີ 2017-2020 ເພື່ອເປັນແນວທາງໃນການປະຕິຮູບ ແນໃສ່ຮັບປະກັນໃຫ້ພະນັກງານ-ລັດຖະກອນ ມີຈະລິຍະທຳຫລາຍຂຶ້ນ ແລະ ສາມາດຊ່ວຍເຫລືອແກ້ໄຂບັນຫາສັນຕິພາບທີ່ຊັບຊ້ອນ, ການສ້າງຄວາມສາມັກຄີປອງດອງຊາດ, ການຕ້ານການສໍ້ລາດບັງຫລວງ ແລະ ການພັດທະນາປະເທດ ຊຶ່ງມຽນມາກຳລັງປະເຊີນໜ້າຢູ່ ໃຫ້ໄດ້ຢ່າງມີປະສິດທິພາບສູງ.

ທ່ານ ອອງຊານຊູຈີ ຍັງຮຽກຮ້ອງໃຫ້ຫລີກລ່ຽງແນວຄິດຂອງການລຳອຽງ ຫລື ການຫລິ້ນພັກຫລິ້ນພວກ ໂດຍກ່າວວ່າ ການປັບເລື່ອນຕຳແໜ່ງ ຈະຕ້ອງພິຈາລະນາດ້ວຍຫລັກການທີ່ໂປງໃສ ປາສະຈາກການເລືອກປະຕິບັດໃນຮູບແບບຕ່າງໆ, ພ້ອມກັນນັ້ນ ແຜນການປະຕິຮູບດັ່ງກ່າວນີ້ ຍັງລວມໄປເຖິງການເປີດເຜີຍຂໍ້ມູນຊັບສິນຂອງບຸກຄົນ ໃນຕຳແໜ່ງລະດັບສູງ ແລະ ການໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນຂະບວນການບໍລິຫານ ເພື່ອຫລຸດຊ່ອງວ່າງໃນການຮັບສິນບົນຂອງເຈົ້າໜ້າທີ່ລັດ.
 

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...