spot_img
Homeຂ່າວພາຍ​ໃນວິຈານດັງປານລະເບີດ ກອງທຶນທາງປະຊາຊົນ ກາຍເປັນກອງທຶນຂືນໃຈປະຊາຊົນ

ວິຈານດັງປານລະເບີດ ກອງທຶນທາງປະຊາຊົນ ກາຍເປັນກອງທຶນຂືນໃຈປະຊາຊົນ

Published on

ພາຍຫຼັງທີ່ສະພານະຄອນຫຼວງໄດ້ອະນຸມັດ ສ້າງຕັ້ງກອງທຶນທາງປະຊາຊົນ ໂດຍກອງທຶນດັ່ງກ່າວຈະເກັບເງິນກັບຜູ້ຊົມໃຊ້ລົດເກືອບທຸກປະເພດ ຈາກລົດໃນນະຄອນຫຼວງວຽງຈັນແລະລົດທີ່ມາເຄື່ອນໄຫວປະຈຳຢູ່ນະຄອນຫຼວງ ເພື່ອມາເປັນກອງທຶນໃຊ້ໜີ້, ບູລະນະ ແລະກໍ່ສ້າງເສັ້ນທາງໃນນະຄອນຫຼວງວຽງຈັນ ໃນອັດຕາທີ່ຂ້ອນຂ້າງສູງ ໄດ້ເຮັດໃຫ້ເກີດສຽງວິພາກວິຈານຈາກປະຊາຊົນ ແລະຖືກຕັ້ງຂໍ້ສົງໄສຈາກປະຊາຊົນວ່າ ອາດຈະເປັນການເກັບເງິນຊໍ້າຊ້ອນ ເນື່ອງຈາກວ່າໂດຍປົກກະຕິແລ້ວໃນແຕ່ລະປີລົດທຸກຄັນກໍຕ້ອງຈ່າຍຄ່າບູລະນະເສັ້ນທາງຢູ່ແລ້ວ (ໃບເສຍຄ່າທາງ) ໃນຂະນະທີ່ທຸກຄົນທີ່ຊົມໃຊ້ນໍ້າມັນກໍລ້ວນແຕ່ໄດ້ຈ່າຍເງິນເຂົ້າກອງທຶນຢ່າງຢູ່ແລ້ວ ລິດລະ 520 ກີບ ເຊິ່ງກໍເປັນຈຳນວນເງິນທີ່ສູງພໍສົມຄວນແລ້ວ. ພ້ອມກັນນີ້ປະຊາຊົນກໍຍັງເປັນຫ່ວງກັບການບໍລິຫານຈັດການກອງທຶນດັ່ງກ່າວ ຢ້ານວ່າຈະມີຊ່ອງວ່າງໃຫ້ມີການຕົກເຮ່ຍເສຍຫາຍ ທີ່ເກີດຈາກການຂາດລະບຽບການເງິນຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງນຳອີກ.

ໜ້າເຟສບຸກທີ່ຊື່ ປະເທດລາວ ກໍໄດ້ນຳສະເໜີທັດສະນະຂອງ ທ່ານ ປຣະຈິດ ໄຊຍະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ທີ່ໄດ້ກ່າວໃນກອງປະຊຸມສະພານະຄອນຫຼວງ ໃນວັນທີ 13 ມັງກອນ 2017 ເຊິ່ງມີເນື້ອໃນໂດຍສະຫຼຸບວ່າ ບໍ່ເຫັນດີກັບການເກັບເງິນກອງທຶນທາງ ເພາະກະໂດດຂັ້ນໂພດ, ມັນຈະກະທົບກັບຊີວິດການເປັນຢູ່ຂອງປະຊາຊົນ, ນັກວິຊາການຜູ້ຄິດວາງແຜນສ້າງກອງທຶນບາງຄົນນັ່ງຄິດຢູ່ໃນຫ້ອງແອ ບໍ່ຮູ້ສະພາບຄວາມຫຍຸ້ງຍາກຂອງປະຊາຊົນ ບໍ່ຮູ້ສະພາບຄວາມເປັນຈິງຂອງເສດຖະກິດປະຊາຊົນ ແລະເງິນທີ່ເກັບໄດ້ຖືກນຳໃຊ້ໃນການບູລະນະສ້ອມແປງທາງພຽງ 30% ແລະອາດເກີດມີການຮົ່ວໄຫຼສູນເສຍງົບປະມານນຳອີກ.

ເປັນສຽງສະທ້ອນຈາກປະຊາຊົນ ທີ່ສະທ້ອນໃຫ້ເຫັນຄວາມບໍ່ເຫັນດີເຫັນພ້ອມຂອງພໍ່ແມ່ປະຊາຊົນ ຕໍ່ນະໂຍບາຍທີ່ມີລັກສະນະຊໍ້າຊ້ອນ ບໍ່ເໝາະສົມ ແລະ ບໍ່ຄິດໃຫ້ຮອບຄອບຂອງອົງການຈັດຕັ້ງທີ່ກ່ຽວຂ້ອງ. ປະຊາຊົນບາງຄົນໃຫ້ທັດສະນະວ່າ ນອກຈາກເລື່ອງພື້ນຖານໂຄງລ່າງແລ້ວ ນະໂຍບາຍທີ່ປະຊາຊົນຢາກໄດ້ຄື ນະໂຍບາຍທີ່ເອື້ອອຳນວຍຜົນປະໂຫຍດໂດຍກົງຕໍ່ປະຊາຊົນ ເຊັ່ນ ການປິ່ນປົວສຸຂະພາບລະດັບພື້ນຖານຟຣີ, ການຮັບການສຶກສາຟຣີ… ຫາກບໍ່ແມ່ນນະໂຍບາຍທີ່ຈະສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນ.

ເບິ່ງຂ່າວທີ່ກ່ຽວຂ້ອງຕື່ມທີ່ນີ້: https://laopost.com/2017/07/05/91773

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...