spot_img
Homeຂ່າວຕ່າງປະເທດປີ 2030 ຫວຽດນາມຈະຫ້າມລົດຈັກ ແລ່ນໃນເຂດຕົວເມືອງຮາໂນ້ຍ ຫວັງແກ້ບັນຫາຈະລາຈອນແອອັດ

ປີ 2030 ຫວຽດນາມຈະຫ້າມລົດຈັກ ແລ່ນໃນເຂດຕົວເມືອງຮາໂນ້ຍ ຫວັງແກ້ບັນຫາຈະລາຈອນແອອັດ

Published on

ສຳນັກຂ່າວຊິນຮວາ ລາຍງານໃນວັນທີ 4 ກໍລະກົດຜ່ານມານີ້ວ່າ ທາງການນະຄອນຫລວງຮາໂນ້ຍ ສສ ຫວຽດນາມ ຈະນຳໃຊ້ມາດຕະການຫ້າມບໍ່ໃຫ້ລົດຈັກແລ່ນໃນເຂດຕົວເມືອງ ນັບຕັ້ງແຕ່ປີ 2030 ເປັນຕົ້ນໄປ ເພື່ອແກ້ໄຂບັນຫາການຈະລາຈອນແອອັດ ແລະ ມົນລະພິດ ໂດຍຄະນະກຳມະການປະຊາຊົນ ນະຄອນຫລວງຮາໂນ້ຍ ໄດ້ມີມະຕິຕົກລົງໃນວັນທີ 4 ກໍລະກົດຜ່ານມານີ້.

ມາດຕະການດັ່ງກ່າວນີ້ ຈະມີການຫ້າມລົດຈັກແລ່ນຕາມເຂດເມືອງຕ່າງໆຂອງຮາໂນ້ຍ ພ້ອມດຽວກັນນັ້ນ ລົດໃຫຍ່ກໍຈະຖືກຫ້າມ ຫລື ອະນຸຍາດໃຫ້ແລ່ນໃນບາງເຂດ ຫລື ບາງໄລຍະເວລາທີ່ກຳນົດ, ທັງນີ້ ນະຄອນຫລວງຮາໂນ້ຍ ມີປະຊາກອນປະມານ 7.6 ລ້ານຄົນ ແລະ ມີລົດຈັກພາຍໃນເມືອງຫລາຍກວ່າ 5 ລ້ານຄັນ ໃນຂະນະທີ່ລົດໃຫຍ່ມີປະມານ 500,000 ຄັນ ຊຶ່ງເຈົ້າໜ້າທີ່ລະບຸວ່າ ຍອດຍານພາຫະນະໃນເມືອງ ກຳລັງເພີ່ມຈຳນວນຂຶ້ນຢ່າງໜ້າຕົກໃຈ ສົ່ງຜົນເຮັດໃຫ້ເກີດບັນຫາການສັນຈອນແອອັດ ແລະ ມົນລະພິດທາງອາກາດທີ່ຮຸນແຮງຂຶ້ນ.

ປັດຈຸບັນມີບໍລິການລົດໂດຍສານສາທາລະນະ ພາຍໃນນະຄອນຫລວງຮາໂນ້ຍ ກວມເອົາພຽງແຕ່ 12% ເທົ່ານັ້ນ ຊຶ່ງທາງການໄດ້ວາງແຜນ ຈະເພີ່ມອັດຕາການຄວບຄຸມໃຫ້ເຖິງ 50% ພາຍໃນປີ 2030 ໃນຂະນະທີ່ການກໍ່ສ້າງລົດໄຟຟ້າສາຍທຳອິດຂອງເມືອງ ກໍມີກຳນົດຈະເລີ່ມເປີດໃຫ້ບໍລິການໃນປີໜ້ານີ້.

 

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...