spot_img
Homeຂ່າວຕ່າງປະເທດພົນເອກ ປະຍຸດ ຈັນໂອຊາ ນັ່ງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ຂອງໄທ

ພົນເອກ ປະຍຸດ ຈັນໂອຊາ ນັ່ງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ຂອງໄທ

Published on

 

ທ່ານ ພົນເອກ ປະຍຸດ ຈັນໂອຊາ ຫົວໜ້າຄະນະຮັກສາຄວາມສະຫງົບແຫ່ງຊາດ ໄດ້ຮັບການແຕ່ງຕັ້ງຈາກສະພາ

ໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ ຄົນທີ 29 ຂອງປະເທດໄທ ຕອນເຊົ້າຂອງມື້ນີ້ (21 ສິງຫາ)

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ສະມາຊິກສະພານິຕິບັນຍັດແຫ່ງຊາດຂອງໄທ ໄດ້ລົງມະຕິແຕ່ງຕັ້ງດ້ວຍຄະ

ແນນສຽງເຫັນດີ 191 ສຽງ ແລະ ງົດອອກສຽງພຽງ 3 ສຽງ ໃຫ້ແກ່ ທ່ານ ພົນເອກ ປະຍຸດ ຈັນໂອຊາ ຫົວໜ້າຄະນະ

ຮັກສາຄວາມສະຫງົບແຫ່ງຊາດ ເປັນລັດຖະມົນຕີຄົນໃໝ່ ແລະ ເປັນຄົນທີ 29 ຂອງປະເທດໄທ ແບບໄຮ້ຂູ່ແຂ່ງ

ໃນຕອນເຊົ້າຂອງວັນທີ 21 ສິງຫາ 2014 ນີ້.

 

ທັງນີ້ ທ່ານ ພົນເອກ ປະຍຸດ ຈັນໂອຊາ ໄດ້ນຳກອງກຳລັງທະຫານ ເຂົ້າຍຶດອຳນາດຈາກລັດຖະບານຂອງ ທ່ານ ນາງ

ຍິ່ງລັກ ຊິນນະວັດ ເມື່ອວັນທີ 22 ພຶດສະພາ 2014 ທີ່ຜ່ານມາ ແລະ ບໍລິຫານປະເທດພາຍໃຕ້ອຳນາດຂອງທະຫານ

ກ່ອນທີ່ຈະມີການແຕ່ງຕັ້ງສະພານິຕິບັນຍັດແຫ່ງຊາດຂຶ້ນ ເພື່ອເລືອກເອົານາຍົກລັດຖະມົນຕີ ກໍຄືລັດຖະບານ

ຊຸດໃໝ່ ຂຶ້ນມາບໍລິຫານປະເທດແທນ ເຊິ່ງທ່ານ ປະຍຸດ ເອງ ກໍໄດ້ຖືກເລືອກໃຫ້ນັ່ງຕັ່ງອີ້ນາຍົກລັດຖະມົນຕີຜູ້ໃໝ່

ຕາມການຄາດໝາຍຂອງຫຼາຍຝ່າຍ.

 

ການແຕ່ງຕັ້ງ ນາຍົກລັດຖະມົນຕີຄົນໃໝ່ຂອງໄທ ໃນຄັ້ງນີ້ ແມ່ນເພື່ອເປັນການປູທາງໄປສູ່ການຈັດຕັ້ງລັດຖະບານ

ຊົ່ວຄາວຂຶ້ນ ໃນອີກ 2 – 3 ອາທິດຂ້າງໜ້າ, ເຖິງແນວໃດກໍຕາມ ອຳນາດໃນການບໍລິຫານປະເທດ ກໍຍັງຄົງຢູ່ໃນກຳ

ມືຂອງກອງທັບ ນັບຕັ້ງແຕ່ມື້ເຂົ້າຍຶດອຳນາດເປັນຕົ້ນມາ.

 

ທ່ານ ພົນເອກ ປະຍຸດ ຈັນໂອຊາ ໄດ້ປະກາດວ່າ ເຂົາມີແຜນທີ່ຈະໃຊ້ເວລາສຳລັບການປະຕິຮູບການເມືອງໃນປະທດ

1 ປີ ກ່ອນທີ່ຈະຈັດໃຫ້ມີການເລືອກຕັ້ງຄັ້ງໃໝ່ ພາຍໃນທ້າຍປີ 2015.

 

NjpUs24nCQKx5e1DGTxth9OnX9tUJoxJDyPj65qRLog

 

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...