Homeຂ່າວການພັດທະນາຊຽງຂວາງກຽມອອກແບບຈັດສັນເທດສະບານແຂວງໃໝ່

ຊຽງຂວາງກຽມອອກແບບຈັດສັນເທດສະບານແຂວງໃໝ່

Published on

ຊຽງຂວາງເປັນອີກແຂວງໜຶ່ງໃນຫຼາຍທີ່ກຳລັງພວມພັດທະນາເທດສະບານແຂວງໃຫ້ມີຄວາມທັນສະໄໝ ຈິ່ງໄດ້ປຶກສາຫາລືກັບບໍລິສັດທາງ ສປ ຈີນ ເພື່ອອອກແບບໂຕເມືອງແປກໃນປະຈຸບັນໃຫ້ມີຄວາມກົມກືນເຊື່ອມຈອດກັນໂດຍສະເພາະເຂດລວມສູນເສດຖະກິດຂອງແຂວງ ຫຼື ເປັນທີ່ເອີ້ນກັນວ່າໂພນສະຫວັນ.

ແຫຼ່ງຂ່າວຈາກແຂວງຊຽງຂວາງລາຍງານວ່າ: ໃນຕອນເຊົ້າວັນທີ 3 ກໍລະກົດ 2017 ນີ້ ຢູ່ທີ່ຫ້ອງວ່າການປົກ ຄອງແຂວງ ທ່ານ ຫວາງ ລຸ່ຍ ຢູ ປະທານບໍລິສັດຢຸນນານໂຮບລ່ອງກຼຸບຈຳກັດ ພ້ອມດ້ວຍ ຄະນະ ໄດ້ເຂົ້າພົບປະແລກປ່ຽນຄວາມຄິດເຫັນກັບທ່ານ ສີວອນ ອ່ອນລາວົງ ຫົວໜ້າພະແນກການຕ່າງປະເທດແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເນື້ອໃນຂອງການປຶກສາຫາລືແມ່ນເນັ້ນໜັກໃສ່ການຈັດສັນ ອອກແບບຕົວເມືອງແປກ ໂດຍສະເພາະອອກແບບອ່າງນ້ຳກັດໃຫ້ເຊື່ອມໂຍງກັບອ່າງນ້ຳຫງຳ, ໜອງນ້ຳ, ຕະຫຼາດ, ສວນພູຄຳ ແລະສະໜາມບິນທົ່ງໄຫຫີນ ເພາະເຂດນີ້ເປັນເຂດສູນລວມເສດຖະກິດຂອງແຂວງ ເພື່ອສ້າງເປັນແຫຼ່ງທ່ອງທ່ຽວ, ສະຖານທີ່ພັກຜ່ອນ ການບໍລິການ ເຮັດໃຫ້ຕົວເມືອງມີຄວາມໂດດເດັ່ນອາກາດດີເປັນຈຸດດຶງດູດ ນັກລົງທຶນຈາກຕ່າງປະເທດເຂົ້າມາແຂວງຊຽງຂວາງໃຫ້ຫຼາຍຂຶ້ນ.

ໂຄງການນີ້ຕາມເນື້ອໃນຈິດໃຈຂອງແຂວງແມ່ນຢາກໃຫ້ກໍ່ສ້າງໄວ ເພື່ອຕ້ອນຮັບງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບໃນປີ 2018 ແລະ ເປັນການຕ້ອນຮັບການປະກາດທົ່ງໄຫຫີນເປັນມໍລະດົກໂລກໃນປີ 2019.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...