spot_img
Homeປ່ອງຢ້ຽມດວງດາວຣັດເຊຍມີແຜນຈະສົ່ງດາວທຽມຂະໜາດນ້ອຍອີກ 2 ອາທິດຕໍ່ໜ້າ

ຣັດເຊຍມີແຜນຈະສົ່ງດາວທຽມຂະໜາດນ້ອຍອີກ 2 ອາທິດຕໍ່ໜ້າ

Published on

ນັກດາລາສາດວັດລະດັບຄວາມສະຫວ່າງຂອງວັດຖຸເທິງທ້ອງຟ້າດ້ວຍໜ່ວຍວັດທີ່ຮຽກວ່າຄວາມສ່ອງສະຫວ່າງປະກົດການ (apparent magnitude) ຄ່າຄວາມສ່ອງສະຫວ່າງປະກົດການນີ້ຍິ່ງມີຄ່າໜ້ອຍຈະໝາຍເຖິງຈະມີຄ່າຄວາມສະຫວ່າງຫຼາຍ ດວງຕະເວັນທີ່ມີຄວາມສະຫວ່າງຫຼາຍທີ່ສຸດມີຄ່າປະມານ -27 ຂະນະທີ່ດວງເດືອນມີຄ່າລະຫວ່າງ -12 ແລະ -13 ສ່ວນດາວສຸກມີຄ່າປະມານ -5 ສຳລັບວັດຖຸທີ່ຣັດເຊຍຈະສົ່ງຂຶ້ນໄປສູ່ທ້ອງຟ້າທີ່ສະຫວ່າງທີ່ສຸດຄືສະຖານີອາວະກາດນານາຊາດເຊິ່ງມີຄ່າຢູ່ -6

ດາວທຽມຂະໜາດນ້ອຍ Mayak ຂອງຣັດເຊຍເປັນຜົນງານການອອກແບບ ແລະ ສ້າງໂດຍນັກສຶກສາຈາກວິທະຍາໄລ ໂພລິເທັກນິກ ມອສໂກ ມີຂະໜາດ 34 x 10 x 10 ຊມ. ໜັກ 3.6 ກກ. ດາວທຽມຂະໜາດເທົ່າກ້ອນຂະໜົມປັງນີ້ປະກອບດ້ວຍແຫລ່ງພະລັງງານ ລະບົບຄວບຄຸມ ແລະ ທີ່ໂດດເດັ່ນເປັນພິເສດຄືຊຸດແຜ່ນສະທ້ອນແສງອາທິດເຮັດຈາກແຜ່ນຟີມ Mylar ທີ່ບາງກວ່່າເສັ້ນຜົມມະນຸດ 20 ເທົ່າ ເຄືອບດ້ວຍໂລຫະທີ່ໃຫ້ຄ່າການສະທ້ອນແສງທີ່ 95%

ເຖິງແນວໃກໍ່ຕາມທີມງານທີ່ຢູ່ເບື້ອງຫຼັງນີ້ຫວັງວ່າ Mayak ຈະຊ່ວຍກະຕຸ້ນຜູ່ຄົນໃຫ້ຫັນມາສົນໃຈເລື່ອງອາວະກາດຫຼາຍຂຶ້ນ Mayak ຈະໂຄຈອນຢູ່ເໜືອຫຼາຍສະຖານທີ່ເຊິ່ງຈະເຮັດໃຫ້ມີຜູ້ຄົນຈຳນວນຫຼາຍໄດ້ເຫັນມັນ.

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...