spot_img
Homeຂ່າວການພັດທະນານັກວິຊາການສະເໜີໃຫ້ລັດຖະບານລາວພັດທະນາພະລັງງານທາງເລືອກທີ່ຍືນຍົງ.

ນັກວິຊາການສະເໜີໃຫ້ລັດຖະບານລາວພັດທະນາພະລັງງານທາງເລືອກທີ່ຍືນຍົງ.

Published on

ນັກວິຊາການດ້ານສິ່ງແວດລ້ອມທຳມະຊາດສະເໜີວ່າ ລັດຖະບານລາວ ຄວນຈະຫັນປ່ຽນແຜນການພັດທະນາ ດ້ານພະລັງງານ ຈາກການກໍ່ສ້າງເຂື່ອນ ມາເປັນການສົ່ງເສີມແຫລ່ງຜະລິດພະລັງງານທາງເລືອກທີ່ຍືນຍົງ.

ທ່ານນາງຢູກະ ດິກູຊິ ຜູ້ອຳນວຍການອົງການ Mekong Watch ແຫ່ງປະເທດຍີ່ປຸ່ນ ຊຶ່ງເປັນອົງການອະນຸລັກສິ່ງແວດລ້ອມທຳມະຊາດ ໃນລຸ່ມແມ່ນ້ຳຂອງ ໄດ້ສະເໜີຄວາມເຫັນວ່າ ລັດຖະບານລາວ ຄວນທີ່ຈະມີການທົບທວນແຜນການພັດທະນາ
ທາງດ້ານພະລັງງານ ຈາກການທີ່ໄດ້ເນັ້ນໜັກໃນດ້ານການສົ່ງເສີມການລົງທຶນເພື່ອກໍ່ສ້າງເຂື່ອນໄຟຟ້າທັງໃນລາວ ແລະເທິງແນວແມ່ນ້ຳຂອງນັ້ນ ໂດຍຫັນປ່ຽນມາເປັນການພັດທະນາ ແລະສົ່ງເສີມແຫລ່ງຜະລິດພະລັງງານທາງເລືອກ ເຊັ່ນ: ພະລັງງານລົມ, ພະລັງງານແສງອາທິດ ແລະພະລັງງານຊີວະມວນ ທີ່ເປັນມິດຕໍ່ສິ່ງແວດລ້ອມທຳມະຊາດເປັນດ້ານຫລັກ.

ທັງນີ້ທ່ານນາງຢູກະ ດິກູຊິ ໄດ້ໃຫ້ເຫດຜົນວ່າ ການກໍ່ສ້າງເຂື່ອນໄຟຟ້າ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງໃນລາວແລະ ຈີນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ປະຊາຊົນ ທີ່ຢູ່ໃນເຂດຕອນລຸ່ມຂອງແມ່ນ້ຳຂອງ ຢ່າງກວ້າງຂວາງໃນປັດຈຸບັນນີ້ ໂດຍຈະເຫັນໄດ້ຈາກຜົນກະທົບຕໍ່ປາ ແລະສັດນ້ຳ ຊຶ່ງກໍເຮັດໃຫ້ຈຳເປັນຕ້ອງທຳການສຶກສາວິໄຈຢ່າງຮອບດ້ານແລະໄດ້ມາດຕະຖານສາກົນ ຢ່າງແທ້ຈິງເສຍກ່ອນ ດັ່ງທີ່ທ່ານນາງໄດ້ໃຫ້ການຢືນຢັນວ່າ:

“ຄວນຈະມີການສຶກສາທັງລຸ່ມນ້ຳຂອງໃຫ້ຊັດເຈນໃຫ້ອອກມາໃຫ້ໄດ້ ຖ້າບໍ່ມີອັນນີ້ແລ້ວ ບໍ່ຄວນຈະສ້າງຫຍັງອີກເລີຍ ຕອນນີ້ກໍຮູ້ສຶກວ່າ ຈະວິກິດແລ້ວ ໃນເລື່ອງຂອງປາ ແຕ່ກໍຍັງມີການພັດທະນາດ້ານເສດຖະກິດຢ່າງດຽວໄປກ່ອນ ແລ້ວທີ່ນີ້ໄຟຟ້ານີ້ໃຊ້ວິທີໃດກໍໄດ້ ຈະຜະລິດໄດ້ຫຼາຍໆ ວິທີໃຊ້ໃໝ່ ແຕ່ປານີ້ຫາຍໄປແລ້ວເອົາຄືນມາບໍ່ໄດ້ ອັນນີ້ໜ້າຈະຄິດເລື່ອງນີ້ດ້ວຍ.”

ກ່ອນໜ້ານີ້ ທ່ານນິວັດ ຮ້ອຍແກ້ວ ແກນນຳເຄືອຂ່າຍປະຊາຊົນໄທ ເພື່ອການອະນຸລັກສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນ້ຳຂອງ ໄດ້ຢືນຢັນວ່າ ເຄືອຂ່າຍປະຊາຊົນໄທ ແລະ ບັນດາອົງການອະນຸລັກສິ່ງແວດລ້ອມທຳມະຊາດ ທັງໃນອາຊ່ຽນ ແລະ ສາກົນ ຍັງຈະສືບຕໍ່ເຄື່ອນໄຫວຄັດຄ້ານການກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງ ໂດຍສະເພາະແມ່ນໂຄງການກໍ່ສ້າງເຂື່ອນເທິງແມ່ນ້ຳຂອງໃນລາວນັ້ນ ທັງນີ້ກໍເນື່ອງຈາກວ່າ ໂຄງການກໍ່ສ້າງເຂື່ອນເທິງແນວແມ່ນ້ຳຂອງໃນລາວນັ້ນ ຈະສົ່ງຜົນກະທົບ ຕໍ່ການອົບພະຍົບຂອງປາ ທັງຍັງຈະສົ່ງຜົນກະທົບຕໍ່ລະບົບນິເວດທຳມະຊາດ ໃນແມ່ນ້ຳຂອງ ຕະຫຼອດທັງສາຍ ໃນເຂດລຸ່ມແມ່ນ້ຳອີກດ້ວຍ.

ແຕ່ຢ່າງໃດກໍຕາມ ກຸ່ມບໍລິສັດຕ້າຖັງຈາກຈີນ ທີ່ເປັນຜູ້ລົງທຶນໃນໂຄງການກໍ່ສ້າງເຂື່ອນປາກແບງ ເທິງແນວແມ່ນ້ຳຂອງ ກໍໄດ້ວາງເປົ້າໝາຍ ທີ່ຈະເລີ່ມລົງມືກໍ່ສ້າງເຂື່ອນໃນພາກຕົວຈິງໃຫ້ໄດ້ພາຍໃນປີ 2017 ນີ້ ໂດຍໃນປັດຈຸບັນ ທາງບໍລິສັດກຳລັງສຸມໃສ່ການສຶກສາ ແລະສຳຫລວດໃນຂັ້ນສຸດທ້າຍເພື່ອນຳສະເໜີ ເອກກະສານ ສຳຄັນຕ່າງໆ ທີ່ກ່ຽວຂ້ອງໄປຍັງປະເທດສະມາຊິກ ຂອງຄະນະກຳມາທິການແມ່ນ້ຳຂອງ (MRC) ຮ່ວມກັບລາວ ກໍຄື ກຳປູເຈຍ ໄທ ແລະຫວຽດນາມນັ້ນໃຫ້ຮັບຊາບເຖິງລາຍລະອຽດຂອງແຜນການດ້ານຕ່າງໆ ຂອງໂຄງການໃນມໍ່ໆນີ້.

 

ແຫລ່ງຂ່າວ: Support Prime Minister Thongloun Sisoulith

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...