Homeຂ່າວພາຍ​ໃນປະທານປະເທດ ເຄື່ອນໄຫວ ຢ້ຽມຢາມ-ຊີ້ນຳ ວຽກງານ ຢູ່ ແຂວງຊຽງຂວາງ

ປະທານປະເທດ ເຄື່ອນໄຫວ ຢ້ຽມຢາມ-ຊີ້ນຳ ວຽກງານ ຢູ່ ແຂວງຊຽງຂວາງ

Published on

ທ່ານ ບຸນຍັງ ວໍລະຈິດ ປະທານ​ປະ​ເທດ, ພ້ອມດ້ວຍຄະນະ ໄດ້​ເດີນທາງ​ ໄປ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ຊີ້​ນຳ​ວຽກງານ ຢູ່ ​ແຂວງ​ຊຽງຂວາງ ໃນວັນທີ 26 ມິຖຸນາ 2017, ​ໂດຍ​ໄດ້​ຮັບ​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ ຈາກທ່ານ ສົມກົດ ມັ່ງໜໍ່ເມກ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍ ການນຳຫລັກແຫລ່ງ ທີ່​ເດີ່ນບິນ ພົນລະເຮືອນທົ່ງໄຫຫີນ.

ການມາຢ້ຽມຢາມແຂວງ ຊຽງຂວາງ ຂອງທ່ານ ປະທານ​ປະ​ເທດໃນຄັ້ງນີ້, ເພື່ອໂອ້ລົມຊີ້ນຳວຽກງານ ​ແກ່ພະນັກງານຫລັກແຫລ່ງ ແຂວງຊຽງຂວາງ, ຢ້ຽມຢາມພື້ນຖານການຜະລິດ ຂອງປະຊາຊົນ ແລະ ຜູ້ລົງທຶນ ຂອງຕ່າງປະເທດ ເພື່ອເຮັດໃຫ້ແຂວງຊຽງຂວາງ ດຶງດູດນັກລົງທຶນ ທັງພາຍໃນ ແລະຕ່າງປະເທດ ເຂົ້າມາລົງທຶນ ຢູ່ແຂວງຊຽງຂວາງ ເຮັດໃຫ້ເສດຖະກິດເຂັ້ມແຂງ ​ແລະ ມີການພັດທະນາ ຈະເລີນຂື້ນເລື້ອຍໆ.

 

ຮຽບຮຽງຂ່າວ: ບຸນມີ ແສງທຸມມີ
ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...