spot_img
Homeຂ່າວພາຍ​ໃນອຸບມົງເສັ້ນທາງລົດໄຟລາວ-ຈີນໃຕ້ທໍລະນີ

ອຸບມົງເສັ້ນທາງລົດໄຟລາວ-ຈີນໃຕ້ທໍລະນີ

Published on

ກໍາມະກອນລາວ-ຈີນພວມເຮັດວຽກຢ່າງຫ້າວຫັນໃຕ້ທໍລະນີເພື່ອຂຸດເຈາະ ແລະ ທະລຸສິ່ງກີດຂວາງໃນອຸບມົງຂອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໃຫ້ສໍາເລັດພາຍໃນປີ 2021 ຕາມຄວາມປະສົງ ຂະນະທີ່ລັດຖະບານໄທພວມສະດຸງຕື່ນພ້ອມເລັ່ງໜ່ວຍງານສະເພາະກິດໂຄງການເສັ້ນທາງລົດໄຟຄວາມໄວສູງພາຍໃນປະເທດໃຫ້ສຶກສາເກັບຂໍ້ມູນ ແລະ ຊອກຫແຫລ່ງທຶນກ້ອນໃຫຍ່ເລັ່ງສ້າງໃຫ້ເກີດທັນປະເທດເພື່ອບ້ານເພາະເຊື່ອວ່າຈະນໍາຜົນປະໂຫຍດມາສູ່ປະອາຊາຄົມອາຊຽນທີ່ມີປະຊາກອນ 600 ລ້ານຄົນໂດຍເຊື່ອມຈອດກັບໂຄງການສ້າງສາຍໄໝບູຮານ ສປ ຈີນອອກສູ່ເອີລົບ, ອາຟຣິກກາ ແລະ ທະວີບອາເມລິກາລາຕິນ.

ອາທິດນີ້ ຄະນະກຳມະການແກ້ໄຂໄກເກ່ຍຜົນກະທົບແລວຢູ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນກໍໄດ້ລົງສົມທົບຮ່ວມເຮັດວຽກກັບຫ້ອງການປະສານງານທາງລົດໄຟປະຈຳພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫລວງນໍ້າທາໄດ້ລົງຕິດຕາມ ແລະ ຢ້ຽມຊົມບັນດາກໍາມະກອນຈີນ-ລາວພາກັນຂຸດເຈາະ ແລະ ທະລຸອຸບມົງເສັ້ນທາງລົດໄຟໄລຍະທີ I ແຂວງຫລວງນໍ້າທາ ສປປ ລາວ ພ້ອມນີ້ ຄະນະກໍາມະການດັ່ງກ່າວໄດ້ຍ້ອງຍໍຊົມເຊີຍອ້າຍນ້ອງກໍາມະກອນທັງ ສອງຝ່າຍທີ່ເຮັດວຽກຢ່າງຫ້າວຫັນຈົນເຮັດໜ້າວຽກຂຸດເຈາະອຸບມົງຄືບໜ້າເກີນຄາດ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປັນໂຄງການສຳຄັນອັນດັບໜຶ່ງຫັນປ່ຽນ ສປປ ລາວຈາກປະເທດທີ່ບໍ່ຕິດຈອດກັບທະເລກາຍເປັນປະເທດເຊື່ອມຕໍ່ແບບອັດຕະໂນມັດ ຖ້າເບິ່ງໃນພາບລວມໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໄດ້ຈູດຂະນວນໃຫ້ບັນດາສະມາຊິກອາຊຽນເລີ່ມເຫັນປະໂຫຍດຫລາຍຂຶ້ນເນື່ອງຈາກວ່າມັນສາມາເຊື່ອມຕໍ່ທັງລະບົບຄົມມະນາຄົມ, ເສດຖະ ກິດ, ທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ອື່ນໆຜ່ານ ສປປ ລາວເຂົ້າປະເທດໄທ, ມາເລເຊຍ ແລະ ສິງກະໂປ ອອກສູ່ປະເທດຈີນເຂົ້າໄປອາຊີກາອອກສູ່ລັດເຊຍ,ເອີລົບ, ອາຟຣິກກາ ແລະ ອື່ນໆ ສະນັ້ນຈາກທີ່ເຄີຍປະຕິບັດຂົນສົ່ງສິນຄ້າດ້ວຍກໍາປັນລະຫວ່າງ ສປ ຈີນ, ເອີລົບ ເຂົ້າເຖິງອາຊຽນເປັນເວລາ 30 ວັນຈະຫລຸດໄລຍະທາງພຽງ 1 ອາທິດ ແລະ ຄ່າຂົນສົ່ງກໍຖືກກວ່າ.

2 ວັນຜ່ານມານີ້ ລັດຖະບານໄທກໍຮ້ອນຮົນໃຈຫລາຍຂຶ້ນ ເຊິ່ງຕັ້ງຄະນະຮັບຜິດຊອບຄົ້ນຄົ້ວ ແລະ ຊອກຫາວິທີທາງອອກໃນການຊອກຢືມເງິນ ລວມທັງປະເມີນຜົນການຊ່ວຍເຫລືອຈາກ ສປ ຈີນ ແລະ ຍີ່ປຸ່ນວ່າປະເທດໃດຈະມີທ່າແຮງບົມຊ້ອນເໜືອກວ່າກັນ ໃນນັ້ນ ມີບາງນັກວິຊາການຊາວໄທກໍໃຫ້ເຫດຜົນວ່າ ເຕັກນິກຂອງ ສປ ຈີນກໍມີຄຸນນະພາບດີເກືອບທຽບເທົ່າກັບຍີ່ປຸ່ນ ເຖິງແມ່ນວ່າມີຫລາຍຄົນເຊື່ອຄຸນນະພາບຍີ່ປຸ່ນກໍຕາມ. ຖ້າຫາກໂຄງການເສັ້ນທາງລົດໄຟຄວາມໄວສູງຂອງໄທເກີດແທ້ຄາດວ່າຈະສາມາດເຊື່ອມຕໍ່ເສັ້ນທາງລົດໄຟລາວ-ຈີນເຊັ່ນກັນໃນອະນາຄົດ.

ຂ່າວໂດຍ: ນໍ້າອອ້ຍຂົມ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...