Homeຂ່າວທ້ອງຖິ່ນປະທານສະພາແຫ່ງຊາດ ຕ້ອນຮັບປະທານ ຄະນະມິດຕະພາບ ລັດຖະສະພາ ສີລັງກາ-ລາວ

ປະທານສະພາແຫ່ງຊາດ ຕ້ອນຮັບປະທານ ຄະນະມິດຕະພາບ ລັດຖະສະພາ ສີລັງກາ-ລາວ

Published on

ເມື່ອວັນ​ທີ 13 ມິຖຸນາ 2017 ທີ່ຜ່ານມານີ້ ທ່ານ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະ ພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ​ ທ່ານ Ja Yampathy Wickramaratne ປະທານຄະນະ​ມິດຕະພາບ ​ລັດຖະສະພາ ສີ​ລັງກາ-​ລາວ, ພ້ອມ​ດ້ວຍ​ຄະນະ ໃນໂອ ກາດ​ເດີນທາງ ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ໃນ​ລະຫວ່າງ ວັນ​ທີ 12-15 ມິຖຸນາ​ 2017.

​ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາ​ທໍ່​ຕູ້ ໄດ້ສະແດງ ຄວາມຍ້ອງຍໍຊົມ​ເຊີຍ, ຍິນ​ດີຕ້ອນຮັບຕໍ່​ທ່ານ Ja Yampathy Wickramaratneພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງຖືເປັນການ ປະກອບສ່ວນສຳຄັນ ເຂົ້າໃນການຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ທີ່ມີ​ໝາກ​ມີ​ຜົນ ລະຫວ່າງ ສປປ ລາວ ​ແລະ ປະ​ເທດ ສີ​ລັງກາ ​ໂດຍ​ສະ​ເພາະ ລະ​ຫວ່າ​ງ ສອງ​ອົງການ​ນິຕິບັນຍັດ.

ພ້ອມ​ດຽວ​ກັນ​ນີ້, ທ່ານ Ja Yampathy Wickramaratne ກໍໄດ້ສະແດງ ຄວາມຂອບໃຈຕໍ່ ທ່ານ ປະທານ​ສະພາ​ແຫ່ງ​ຊາດ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງ ໄດ້ແຈ້ງຈຸດປະສົງ ຂອງການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ ທ່ານປະທານ​ ສະພາ​ແຫ່ງ​ຊາດ ຮັບຊາບຕື່ມອີກ.

​ໃນ​ວັນ​ດຽວ​ກັນ, ສອງ​ຄະນະມິດຕະພາບ​ ລັດຖະສະພາ​ ລາວ-​ສີ​ລັງກາ ​ແລະ ສີ​ລັງກາ-​ລາວ ກໍ​ໄດ້​ມີ​ການ​ ພົບ​ປະ​ສອງ​ຝ່າຍ ​ເພື່ອ​ເສີ​ມຂະຫຍາຍ​ສາຍ​ພົວພັນ ​ແລະ ການ​ຮ່ວມ​ມື ລະຫວ່າງ​ ສະພາ​ແຫ່ງ​ຊາດ ແຫ່ງ ສປປ ລາວ ​ແລະ ລັດຖະ ສະພາ​ປະ​ເທດ ສີ​ລັງກາ ​ກໍ​ຄື ສອງ​ຄະນະ​ ມິດຕະພາບ​ດັ່ງກ່າວ, ​ໃຫ້​ໄດ້​ຮັບ​ການ​ພັດທະນາ. ພ້ອມ​ນີ້, ຍັງ​ໄດ້​ມີ​ການ​ແລກ ປ່ຽນບົດຮຽນ ​ແລະ ທິດ​ທາງ​ການ​ພົວພັນ​ຮ່ວມ​ມື​ຕ່າງໆ ລະຫວ່າງ ສອງ​ຄະນະມິດຕະພາບ ​ລັດຖະສະພາ​ ລາວ-​ສີ​ລັງກາ ​ແລະ ສີ​ລັງກາ-​ລາວ ທີ່​ສອງ​ຝ່າຍ​ ມີ​ຄວາມ​ສົນ​ໃຈຮ່ວ​ມກັນ.

 

ຮຽບຮຽງ​ຂ່າວ: ສຸກ​ສະຫວັນ
ຮູບປະກອບຂ່າວ​​:​ ສະຫວາດ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...