spot_img
Homeຂ່າວຍົນຕົກພົບຊາກເຮືອບິນກອງທັບອາກາດຂອງມຽນມາແລ້ວ

ພົບຊາກເຮືອບິນກອງທັບອາກາດຂອງມຽນມາແລ້ວ

Published on

ມີລາຍງານຈາກຕ່າງປະເທດບອກວ່າ ມື້ນີ້ໜ່ວຍຄົ້ນຫາເຮືອບິນຂອງມຽນມາ ໄດ້ພົບເຫັນຊາກເຮືອບິນຂອງກອງທັບອາກາດ ມຽນມາແລ້ວ ເຊິ່ງຕົກກະແຈກກະຈາຍຢູ່ກາງທະເລອັນດາມັນ ໄກຈາກຝຣັ່ງເມືອງທະວາຍ 218 ກິໂລແມັດ.

ເຮືອບິນລຳດັ່ງກ່າວແມ່ນລຸ້ນ Shannxi Y-8 ຜະລິດໂດຍປະເທດຈີນ ບິນຂຶ້ນຈາກເມືອງມະລິດເພື່ອມຸ່ງໜ້າໄປຍັງນະຄອນຫຼວງຢາງກຸງ ຂອງປະເທດພະມ້າ ແລະໄດ້ຂາດການຕິດຕໍ່ໄປຈາກຫໍບັງຄັບການບິນແລະຫາຍຈາກຈໍເຣດ້າໄປໃນເວລາ 13:35 ນາທີ ຂອງວັນທີ 7 ມິຖຸນາ 2017 (ວານນີ້).

ພາຍໃນເຮືອບິນລຳດັ່ງກ່າວໃນຂະນະຂຶ້ນບິນນັ້ນ ມີຜູ້ໂດຍສານແລະຈຸບິນລວມທັງໝົດ 106 ຄົນ (ຂໍ້ມູນເກົ່າ 116 ຄົນ) ໂດຍປະກອບມີຄອບຄົວຂອງທະຫານ, ແມ່ຍິງ ແລະເດັກນ້ອຍຈຳນວນຫຼາຍ ແລະຄາດວ່າຈະບໍ່ມີຜູ້ລອດຊີວິດຈາກເຫດການໃນຄັ້ງນີ້ເລີຍ.

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...