Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ສປປ ລາວ ພ້ອມດ້ວຍຄະນະ ເດີນທາງຢ້ຽມຢາມຍີ່ປຸ່ນ

ນາຍົກລັດຖະມົນຕີ ສປປ ລາວ ພ້ອມດ້ວຍຄະນະ ເດີນທາງຢ້ຽມຢາມຍີ່ປຸ່ນ

Published on

ເວັບໄຊຂ່າວໂຕກຽວ ເດລີ່ ນິວສ໌ຂອງຍີ່ປຸ່ນລາຍງານເມື່ອວັນທີ 7 ມິຖຸນາ 2017 ວ່າ ນາຍົກລັດະມົນຕີ ຊິນໂຊ ອາເບະ ຂອງຍີ່ປຸ່ນ ແລະ ນາຍົກລັດຖະມົນຕີ ສປປ ລາວ ທ່ານ ທອງລຸນ ສີສຸລິດ ໄດ້ພົບປະຫາລືກັນກ່ຽວກັບແຜນພັດທະນາໃນລາວ ແລະ ຫົວຂໍ້ທີ່ສຳຄັນຫຼາຍດ້ານ.

ລະຫວ່າງການພົບປະກັນທີ່ນະຄອນຫຼວງວຽງຈັນ ເມື່ອເດືອນ ກັນຍາ 2016 ປີທີ່ຜ່ານມາ ທ່ານ ອາເບະ ແລະ ທ່ານ ທອງລຸນ ໄດ້ຕົກລົງການລົງທຶນດ້ານການຄົມມະນາຄົມຂົນສົ່ງ, ໂຮງງານຜະລິດກະແສໄຟຟ້າ, ຊັບພະຍາກອນມະນຸດ, ວຽກງານກະສິກຳ ແລະ ວຽກງານສາທາລະນະສຸກ ແລະ ຄາດວ່າການພົບປະຢຽມຢາມໃນເທື່ອນີ້ທີ່ນະຄອນ ຫຼວງໂຕກຽວ ຜູ່ນຳທັງສອງປະເທດຈະຫາລືກ່ຽວກັບການດຳເນີນຕາມແຜນການທີ່ວາງໄວ້ຢ່າງເປັນຮູບປະທຳ ເຊິ່ງຈະຮວມໄປເຖິງການສະໜັບສະໜູນຂອງລັດຖະບານຍີ່ປຸ່ນ ຕໍ່ຄວາມພະຍາຍາມໃນການສ້າງຄວາມໝັ້ນຄົງທາງດ້ານການເງິນຂອງລັດຖະບານລາວ ຮວມທັງການຂະຫຍາຍອາຄານທີ່ພັກຜູ່ໂດຍສານສະໜາມບິນສາກົນວັດໄຕ ແລະ ທຶນການສຶກສາທີ່ຍີ່ປຸ່ນໃຫ້ກັບພະນັກງານ ແລະ ນັກສຶກສາຂອງລາວ.

ແລະ ໃນຕອນເຊົ້າຂອງວັນພຸດ ທ່ານ ຟູມິໂອະ ຄິຊິດະ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ຫາລືກ່ຽວກັບແຜນລິເລີ່ມທີ່ກຳລັງດຳເນີນການລະຫວ່າງ 2 ປະເທດ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...