spot_img
Homeຂ່າວຕ່າງປະເທດເລຂາພັກຄອມມູນິດປະຈຳນະຄອນຫຼວງ ໂຮຈີມິນຖືກປົດຫຼັງພົບການບໍລິຫານຜິດພາດ

ເລຂາພັກຄອມມູນິດປະຈຳນະຄອນຫຼວງ ໂຮຈີມິນຖືກປົດຫຼັງພົບການບໍລິຫານຜິດພາດ

Published on

ເວັບໄຊ ຂ່າວສົດ ອອນໄລນ໌ ແລະ ບີບີຊີລາຍງານຂ່າວວ່າ ເມື່ອວັນທີ 8 ພຶດສະພາ 2017 ທີ່ຜ່ານມາວ່າ ພັກຄອມມູນິດຫວຽດນາມປະກາດປົດຕຳແໜ່ງ ທ່ານ ດິງ ລາ ທາງ ໄວອາຍຸ 57 ປີ ເລຂາພັກຄອມມູນິດປະຈຳນະຄອນຫຼວງ ໂຮຈີມິນ ອອກຈາກການເປັນສະມາຊິກຄະນະກຳມະການກົມການເມືອງ ເນື່ອງຈາກບໍລິຫານງານຜິດພາດ ແລະ ລະເມີດລະບຽບຢ່າງຮ້າຍແຮງໃນຕຳແໜ່ງປະທານຄະນະກຳມາທິການບໍລິຫານ ເປໂຕຣຫວຽດນາມ ບໍລິສັດນ້ຳມັນ ແລະ ແກ໊ດ ເຊິ່ງມີລັດຖະບານເປັນເຈົ້າຂອງ.

ສື່ທ້ອງຖິ່ນຂອງຫວຽດນາມໄດ້ລາຍງານເພີ່ມເຕີມວ່າ ທາງຄະນະກຳມາທິການກວດສອບວິໄນສ່ວນກາງເປີດການສອບສວນໃນເດືອນເມສາ ທີ່ຜ່ານມາ ແລະ ພົບວ່າທ່ານ ດິງ ໄດ້ອະນຸມັດໃຫ້ທະນາຄານໂອຊ້ຽນກູ້ຢືມເງິນຈາກເປໂຕຣຫວຽດນາມເຊິ່ງນຳໄປສູ່ການຂາດທຶນຢ່າງມະຫາສານ ນອກຈາກນີ້ຍັງແນະນຳໃຫ້ນາຍົກລັດຖະມົນຕີອະນຸມັດໂຄງການສຳປະທານທີ່ບໍ່ຜ່ານຂັ້ນຕອນການພິຈາລະນາຕາມກົດໝາຍຫຼາຍເທື່ອ.

ເຊິ່ງການທີ່ປົດທ່ານ ດິງ ອອກຈາກການເປັນສະມາຊິກຄະນະກຳມະການກົມການເມືອງ ຖືເປັນການເຄື່ອນໄຫວທີ່ເກີດຂຶ້ນໄດ້ຍາກໃນຫວຽດນາມ ແຕ່ເຖິງຢ່າງໃດກໍ່ຕາມ ທ່ານ ຫວຽນ ຝູ ຈ່ອງ ເລຂາທິການພັກຄອມມູນິດຫວຽດນາມ ພາຍໃຕ້ລັດຖະບານຊຸດໃໝ່ປະກາດເດີນໜ້າປາບປາມການຄໍຣັບຊັ່ນຢ່າງຈິງຈັງ.

ແຫຼ່ງຂ່າວ: ມະຕິຊົນຂ່າວສົດ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...