spot_img
Homeຂ່າວທ້ອງຖິ່ນອັດຖິທະຫານອາສາສະໝັກ ຫວຽດນາມ 16 ອັດຖິ ຖືກຈັດສົ່ງກັບຄືນສູ່ປະເທດ

ອັດຖິທະຫານອາສາສະໝັກ ຫວຽດນາມ 16 ອັດຖິ ຖືກຈັດສົ່ງກັບຄືນສູ່ປະເທດ

Published on

ສຳນັກຂ່າວສານປະເທດລາວ ລາຍງານ ໃນວັນທີ 7 ພຶດສາພາ 2017 ວ່າ ກອງບັນຊາການທະຫານ ແຂວງສາລະວັນໄດ້ມີພິທີຈັດສົ່ງອັດຖິທະຫານ ອາສາສະໝັກ-ຊ່ຽວຊານຫວຽດນາມ ຈໍານວນ 16 ອັດຖິ ທີ່ເສຍສະຫລະຊີວິດໃນ ປາງສົງຄາມ ຢູ່ແຂວງສາວັນ ກັບຄືນຖິ່ນຖານພູມລໍາເນົາ ປະເທດຫວຽດນາມຢ່າງສົມກຽດໂດຍມີ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງສາລະວັນ ພ້ອມດ້ວຍຄະນະພັກ, ອຳນາດການປົກຄອງແຂວງ, ພະນັກງານລັດທະກອນ, ທະຫານ-ຕຳຫລວດ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນບັນດາເຜົ່າພາຍໃນ ແຂວງສາລະວັນເຂົ້າຮ່ວມ. ອັດທິດັ່ງກ່າວ ແມ່ນໄດ້ມາຈາກການຂຸດຄົ້ນ ຂອງໜ່ວຍປະຕິບັດ ງານພິເສດ ຂອງກອງບັນຊາການທະຫານ ແຂວງສາລະວັນ ຮ່ວມກັບໜ່ວຍປະຕິບັດງານພິເສດ ຂອງທະຫານຫວຽດນາມ ປະຈຳສົກປີ 2016- 2017. 

ທ່ານ ພັນເອກ ພູວຽງ ຫລຽມມະວົງສາ ປະທານທານປະຕິບັດງານພິເສດຂັ້ນແຂວງ-ທັງເປັນຫົວໜ້າກອງບັນຊາການທະຫານແຂວງ ສາລະວັນ ໄດ້ກ່າວວ່າ: 2 ປະເທດ ລາວ-ຫວຽດນາມ ແມ່ນເພື່ອນມິດສະໜິດແໜ້ນ, ຮ່ວມເປັນ, ຮ່ວມຕາຍ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ ແລະ ຮ່ວມຕີສັດຕູໂຕດຽວກັນ ບົນພື້ນຖານຄວາມສາມະຄີແບບພິເສດ. ໃນຂະບວນການຕໍ່ສູ້ ໄດ້ມີຊາວໜຸ່ມຕະລຸມບອນ ໂຮຈິມິນ ຫລາຍແສນຄົນສະໝັກໃຈ ອອກສູ່ແນວ ໜ້າຂ້າມສາຍພູຫລວງ ເຂົ້າສູ່ແນວຮົບພາກຕາວັນຕົກ ຮ່ວມກັບກອງທັບປະຊາຊົນລາວ ຄຽງບ່າຄຽງໄຫລ ລຸກຂຶ້ນຕໍ່ສູ້ຢ່າງພິລະ ອາດຫານຢູ່ສະໜາມຮົບອັນ ດຸເດືອດຂຽ້ວຂາດນັ້ນ ມີຫລາຍສະຫາຍທີ່ໄດ້ເສຍຊີວິດ ໃນໄວໜຸ່ມແໜ້ນ ຍອມເສຍເລືອດເນື້ອ ເພື່ອແລກມາກັບຄວາມເປັນ ເອກກະລາດແຫ່ງຊາດ ຄວາມສະຫງົບ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ ກໍຄື ປະຊາຊົນແຂວງ ສາລະວັນ ຈົນຮອດທຸກວັນນີ້.

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...