spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມວິທີດູແລຮ່າງກາຍສຳລັບຄົນທີ່ມັກເຫື່ອອອກງ່າຍ ເຫື່ອອອກຫຼາຍ

ວິທີດູແລຮ່າງກາຍສຳລັບຄົນທີ່ມັກເຫື່ອອອກງ່າຍ ເຫື່ອອອກຫຼາຍ

Published on

ໄລຍະນີ້ອາກາດຮ້ອນຄົນເຮົາເຫື່ອມັກອອກ ສຳລັບຄົນທີ່ເຫື່ອອອກງ່າຍ ແລະ ເຫືອກອອກຫຼາຍແຮງບໍ່ໃຫ້ເວົ້າເລີຍວ່າມັນຮູ້ສຶກອຶດອັດພຽງໃດ ດັ່ງນັ້ນ ໃນຄລຳ ສຸຂະພາບວັນນີ້ແອັດມິນເລີຍຂໍມານຳສະເໜີ ວິທີດູແລຮ່າງກາຍສຳລັບຄົນທີ່ເຫື່ອອອກງ່າຍ ເຫື່ອອອກຫຼາຍມາຝາກ

ວິທີດູແລຮ່າງກາຍສຳລັບຄົນທີ່ມັກເຫື່ອອອກງ່າຍ ເຫື່ອອອກຫຼາຍ

– ນຸ່ງເຄື່ອງເນື້ອຜ້າສະບາຍຯ ລະບາຍອາກາດໄດ້ດີ
– ອາບນ້ຳຢ່າງໜ້ອຍມື້ລະ 2 ເທື່ອ ລື ຫຼາຍກວ່ານັ້ນ
– ສະລັບເກີບໃສ່ແຕ່ລະມື້ ແລະ ຄວນເຮັດໃຫ້ຕີນແຫ້ງສະອາດຢູ່ສະເໝີ ເພື່ອລຸດການສະລົມຂອງແບັດທີເຣຍ
– ພະຍາຍາມປົດເກີບເລື່ອຍໆຖ້າມີໂອກາດ
– ເລືອກກິນອາຫານທີ່ບໍ່ເພີ່ມເຫື່ອຫຼາຍເກີນໄປເຊັ່ນ: ບໍ່ຄວນກິນອາຫານເຜັດ, ຫຼື ອາຫານທີ່ມີກິ່ນແຮງຢ່າງກະທຽມ, ຫົວຫອມ,​ກະປິ, ປາແດກ ປະເພດນີ້ ເພາະເວລາເຫື່ອອອກຈະເກີດກິ່ນຕົວແຮງ
– ຄວບຄຸມນ້ຳໜັກບໍ່ໃຫ້ຂຶ້ນຫຼາຍ
– ໄປປຶກສາແພດຖ້າຮູ້ສຶກວ່າທ່ານມີເຫື່ອອກຫຼາຍຈົນເກີນໄປ ເພາະເນື່ອງຈາກວ່າ ສາເຫດຂອງເຫື່ອທີ່ອອກຫຼາຍເກີນໄປນັ້ນອາດມີສ່ວນກ່ຽວຂ້ອງກັບບັນຫາສຸຂະພາບກໍ່ມີ

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...