spot_img
HomeຊີວິດແລະຄວາມຮັກWedding-Sex-loveເປັນຫຍັງເວລາມີເພດສຳພັນເມື່ອ "ຫຼັ່ງນອກ" ແລ້ວຍັງຖືພາໄດ້?

ເປັນຫຍັງເວລາມີເພດສຳພັນເມື່ອ “ຫຼັ່ງນອກ” ແລ້ວຍັງຖືພາໄດ້?

Published on

ໃນຄໍລຳຄວາມຮັກ ກັບ ເຊັກສ໌ ມື້ນີ້ເຮົາທຳຄວາມຮູ້ຈັກອີກໜຶ່ງເລື່ອງໃນການມີເພດສຳພັນ ຄູ່ຮັກຫຼາຍຄູ່ມັກເລືອກໃຊ້ວິທີ “ຫຼັ່ງນອກ” ເປັນວິທີຄຸມກຳເນີດເພາະຄິດວ່ານີ້ມັນເປັນວິທີທີ່ງ່າຍ ແລະ ບໍ່ສົ່ງຜົນເສຍຕໍ່ສຸຂະພາບຂອງຝ່າຍຍິງເທົ່າກັບການກິນຢາຄຸມ ແຕ່ຕ້ອງບອກກ່ອນວ່າ ການຫຼັ່ງນ້ຳອະສຸຈິທາງນອກນັ້ນມັນບໍ່ມີປະສິດພາບໃນການຄຸມກຳເນີດໄດ້ 100%, ມີຫຼາຍຄູ່ອາດເຄີຍສົງໃສວ່າເຫດໃດໃນການມີເພດສຳພັນຫຼັງສຳເລັດຝ່າຍຊາຍ ມີການຫຼັ່ງນ້ຳອະສຸຈິອອກນອກຊ່ອງຄອດຕະຫຼອດ ແຕ່ຝ່າຍຍິງກໍ່ຍັງຖືພາ ດ້ວຍຄຳຖາມເຫຼົ່ານີ້ ວັັນນີ້ແອັດມິນເລີຍຄຳຕອບເລື່ອງນີ້ມາຝາກ.

ຂໍ້ແທ້ຈິງກ່ຽວກັບການຫຼັ່ງນອກ ຫຼື ແຕກນອກ 

  • ການຫຼັ່ງນອກເປັນວິທີການປ້ອງກັນການຖືພາທີ່ມີປະສິດທິພາບນ້ອຍຫຼາຍ ມີໂອກາດລົ້ມເຫຼວເຮັດໃຫ້ຝ່າຍຍິງຖືພາໄດ້ສູງ.
  • ໃນເວລາທີ່ມີເພດສຳພັນ ໃນນ້ຳຫຼໍ່ລື້ນຂອງຝ່າຍຊາຍນັ້ນຈະມີເຊື້ອອະສຸຈິປະປົນມານຳຢູ່ແລ້ວ ແຕ່ບໍ່ຫຼາຍເທົ່າຕອນທີ່ເຖິງຈຸດສຸດຍອດນັ້ນເອງ ເພາະສະນັ້ນຈິ່ງເປັນໄປໄດ້ສູງທີ່ຕົວອະສຸຈິເຫຼົ່ານັ້ນຈະເດີນທາງໄປປະຕິສົນທິກັບໄຂ່ໃນລະຫວ່າງເຮັດກິດຈະກຳຮ່ວມເພດ
  • ໃນກໍລະນີມີ່ຫຼັ່ງນອກບໍ່ໄກຈາກຊ່ອງຄອດປານໃດ ເຊື້ອອະສຸຈິກໍ່ຍັງສາມາດເຂົ້າໄປໃນຊ່ອງຄອດຂອງຝ່າຍຍິງໄດ້ ແລະ ເຮັດການປະຕິສົນທິກັບໄຂ່ໄດ້ດີຢູ່ ເນື່ອງຈາກທັງສອງຝ່າຍຕ່າງກໍ່ມີນ້ຳຫຼໍ່ລື່ນທີ່ເປັນຕົວຊ່ວຍເຮັດໃຫ້ອະສຸຈິສາມາດເດີນທາງເຂົ້າຊ່ອງຄອດສະດວກຂຶ້ນ.
  • ການມີເພດສຳພັນຕໍ່ຄັ້ງທີ 2,3,4 ແລະ ຫຼາຍໆເທື່ອ ໃນເວລາຕິດຕໍ່ກັນກໍ່ຈະເພີ່ມຄວາມສ່ຽງສູງຂຶ້ນໄປອີກ ເຖິງແມ່ນວ່າຈະລ້າງເຮັດຄວາມສະອາດຢ່າງດີແລ້ວກໍ່ຕາມ ເພາະປາຍອະໄວຍະວະເພດຊາຍຍັງມີເຊື້ອອະສຸຈິຫຼົງເຫຼືອອີກ ແຕ່ທີ່ແນ່ນອນ ຄືໃນທໍ່ປັດສະວະເພາະຊາຍຍັງມີນ້ຳເຊື້ອຄ້າງຢູ່ຈາກຮອບທີ່ຜ່ານມາຢ່າງແນ່ນອນ ເຊິ່ງມັນອາດອອກມາໃນລະຫວ່າງມີເພດສຳພັນຮອບຖັດໄປ

ນີ້ຖືວ່າເປັນຄຳຕອບທີ່ຊັດເຈນກ່ຽວກັບບັນຫາຫຼັ່ງນອກແລ້ວຍັງຖືພາ ດັ່ງນັ້ນຖ້າຄູ່ຮັກຄົນໃດຍັງບໍ່ພ້ອມໃນການມີລູກ ວິທີປ້ອງກັນທີ່ດີທີ່ສຸດຄືການ ໃສ່ຖົງຢາງອານາໄມ, ໃສ່ຫ່ວງ, ກິນຢາ ຫຼື ຊັກຢາຄຸມກຳເນີດ.

 

ຂໍ້ມູນຈາກ: medthai.com

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...