Homeຂ່າວພາຍ​ໃນກອງທັບລັດເຊຍຈະໃຫ້ທຶນການສຶກສາແກ່ກອງທັບລາວຫຼາຍຂຶ້ນ

ກອງທັບລັດເຊຍຈະໃຫ້ທຶນການສຶກສາແກ່ກອງທັບລາວຫຼາຍຂຶ້ນ

Published on

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະໄດ້ສຳເລັດການເຂົ້າຮ່ວມກອງປະຊຸມມົດສະກູວ່າດ້ວຍຄວາມໝັ້ນຄົງສາກົນຄັ້ງທີ 6 ທີ່ກະຊວງປ້ອງກັນປະເທດແຫ່ງ ສະຫະພັນ ຣັດເຊຍເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 26-27 ເມສາ 2017 ທີ່ຜ່ານນີ້, ຕາມຄຳເຊີນຂອງ ທ່ານ ພົນເອກ ເຊເກີ ໂຊຍກູ ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນຣັດເຊຍ ຢູ່ນະຄອນຫຼວງ ມົດສະກູ ແຫ່ງສະຫະພັນຣັດເຊຍ.
ໂອກາດເຂົ້າຮ່ວມກອງປະຊຸມມົດສະກູວ່າດ້ວຍຄວາມໝັ້ນຄົງຄັ້ງທີ 6 ໃນຄັ້ງນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດເຮົາຍັງໄດ້ພົບປະສອງຝ່າຍກັບ ທ່ານ ພົນເອກ ເຊີເກ ໂຊຍກູ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງສະຫະພັນຣັດເຊຍ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືທາງດ້ານວຽກງານປ້ອງກັນຊາດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງກອງທັບລາວ-ຣັດເຊຍ ຣັດເຊຍ-ລາວ ໃນນີ້ຝ່າຍຣັດເຊຍຢືນຢັນຈະໃຫ້ການຊ່ວຍເຫຼືອແກ່ລາວໃນການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະການພັດທະນາຊັບພະຍາກອນມະນຸດ ໂດຍເພີ່ມທຶນການສຶກສາໃຫ້ແກ່ກອງທັບລາວ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...