spot_img
Homeວັນນະກຳຄວາມເປັນມາຂອງ “ເຜົ່າໄທດຳ“

ຄວາມເປັນມາຂອງ “ເຜົ່າໄທດຳ“

Published on

ຕອນ “ເຜົ່າໄທດຳ“
ເຜົ່າໄທດຳ ແມ່ນຊົນເຜົ່າໜຶ່ງທີ່ມີຖິ່ນຖານດັ້ງເດີມຢູ່ ເຂດຊາຍແດນພາກທິດເໜືອ ຂອງປະເທດລາວໂດຍປະປົນກັບເຜົ່າອື່ນໆ.ເຜົ່າໄທດຳ ຕັ້ງບ້ານເຮືອນຢູ່ເຂດພູພຽງ, ທົ່ງພຽງເພື່ອປູກຝັງ ລ້ຽງສັດ, ເຜົ່າໄທດຳ ເຂົາເຈົ້າ ມີຄວາມເຊື່ອວ່າ ໃນທຳມະຊາດຜີ ແລະເຊື່ອວ່າຢູ່ເທິງຟ້າມີ “ແຖນຫຼວງ” ເປັນຜູ້ປະດິດ ຟ້າ, ດິນ, ມະນຸດ, ສັດສາວາສິ່ງ; ເຂົາເຈົ້າເປັນເຜົ່າມີທີ່ການນຸ່ງຖືແບບດັ້ງເດີມ ເປັນເອກະລັກສະເພາະເຜົ່າໜຶ່ງຂອງລາວ ມີຮີດຄອງປະເພນີ ຂອງຕົນທີ່ສືບທອດກັນມາ ເຖິງປະຈຸບັນ. ໃນທຸກໆປີ ໄດ້ມີການ ເສ້ັນຫວາຍເມືອງ, ບ້ານ ແລະ ເຮືອນ ຢ່າງໃຫຍ່ໂຕມະໂຫລານ ໃນວາລະຕົ້ນຂອງລະດູບານໃໝ່.

ເຜົ່າໄທດຳ ແມ່ນຊົນເຜົ່າໜຶ່ງ ທີ່ຈັດຢູ່ໃນໝວດຊົນເຜົ່າໄຕ ທີ່ມີຖິ່ນຖານດັ້ງເດີມຢູ່ ເຂດຊາຍແດນ ພາກທິດເໜືອ ຂອງປະເທດລາວ ເຊັ່ນ: ແຂວງຫຼວງນ້ຳທາ, ຜົ້ງສາລີ, ອຸດົມໄຊ, ຫຼວງພະບາງ ແລະແຂວງໄຊຍະບູລີ ໂດຍປະປົນກັບເຜົ່າອື່ນໆ. ເຜົ່າໄທດຳ ຕັ້ງບ້ານເຮືອນຢູ່ເຂດພູພຽງ, ທົ່ງພຽງ ເຮັດໄຮ່ ແລະ ເຮັດນາ ເຮັດສວນຄົວ, ປູກຝ້າຍ, ປູກມອນລ້ຽງມ້ອນ, ລ່າເນື້ອ, ລ້ຽງສັດ, ຫາປາ, ເຜົ່າໄທດຳ ແຕ່ກ່ອນການດຳລົງຊີວິດ ແມ່ນອີງໃສ່ທຳມະຊາດເປັນຕົ້ນຕໍ, ເພາະສະນັ້ນ ເຂົາເຈົ້າ ມີຄວາມເຊື່ອວ່າ ໃນທຳມະຊາດ ມີໝໍມົດ(ແມ່ມົດ), ໝໍມົນ, ໝໍຜີ, ມີຜີສາງນາງໄມ້ ທີ່ທີກຳລັງອະພິນິຫານ ຕັດສິນຊາຕາກຳຂອງ ພວກເຂົາທັງໜົດ ແລະ ເຂົາເຈົ້າ ມີຄວາມເຊື່ອວ່າຢູ່ເທິງຟ້າມີ “ແຖນຫຼວງ” ເປັນຜູ້ປະດິດ ຟ້າ, ດິນ, ມະນຸດ, ສັດສາວາສິ່ງ, ທັງເປັນຜູ້ຄຸ້ມຄອງ ບັນພະຊົນທັງຫຼາຍ ຫຼື ວຽກໃດໜຶ່ງ ຢູ່ໃນໂລກ ມະນຸດ ອີກດ້ວຍ. ນອກຈາກ ບັນດາແຖນຢູ່ເທິງຟ້າແລ້ວ, ເຂົາເຈົ້າ ຍັງມີຄວາມເຊື່ອວ່າ ພູຜາ ປ່າດົງຫ້ວຍນ້ຳລຳເຊ…ລ້ວນແຕ່ມີ “ ຜີ ” ເຈົ້າອາຮັກເປັນຜູ້ຄຸ້ມຄອງ. ດ້ວຍເຫດນີ້, ເມື່ອຄົນເຮົາ ຢາກຈະຕັ້ງບ້ານ, ເຮັດໄຮ່, ບຸກເບິກດິນນາ, ຫາປາ, ລ່າເນື້ອ ແລະ ອື່ນໆ ລ້ວນແຕ່ຕ້ອງໄດ້ ຂໍອະນຸຍາດ ຈາກຜີ ຫຼື ເຈົາອາຮັກ ທີ່ປົກປັກຮັກສາ ສະຖານທີ່ນັ້ນໆ ສາກ່ອນ ຈຶ່ງລົງມືເຮັດໄດ້. ເພື່ອປະຕິບັດພິທີການບູຊາ ຟ້າດິນ, ບ້ານເມືອງ ແລະ ອື່ນໆ ໃນທຸກໆປີ ໄດ້ມີການ ເສ້ັນຫວາຍເມືອງ, ບ້ານ ແລະ ເຮືອນ ຢ່າງໃຫຍ່ໂຕມະໂຫລານ ໃນວາລະຕົ້ນຂອງລະດູບານໃໝ່ ໃນໂອກາດ ເສັ້ນຫວາຍເຮືອນ ຫົວໜ້າຄອບຄົວ ຈະເປັນຜູ້ຕາງໜ້າ ບັນດາສະມາຊິກໃນຄອບຄົວຂອງຕົນ ລາຍງານສະພາບຂອງ ຄອບຄົວຂອງຕົນ ໃຫ້ປູ່ຍ່າຕາຍາຍ ໄດ້ຮັບຊາບ ແລະ ນົບໄຫວ້ ໃຫ້ຜີປູ່ຍ່າຕາຍາຍ ຄຸ້ມຄອງລູກຫຼານທຸກຄົນ ໃນຄອບຄົວ. ນອກນັ້ນ, ຊົນເຜົ່າໄທດຳ ເປັນເຜົ່າມີທີ່ການນຸ່ງຖືແບບດັ້ງເດີມ ເປັນເອກະລັກສະເພາະເຜົ່າໜຶ່ງຂອງລາວ ມີຮີດຄອງປະເພນີ ຂອງຕົນທີ່ສືບທອດກັນມາ ເຖິງປະຈຸບັນ.

ຂໍ້ມູນຮູບພາບປະກອບ: ມໍລະດົກລ້ານຊ້າງ
ໂດຍ: ນາງ ສາຍວາລິນ ບໍລະວົງ

ບົດຄວາມຫຼ້າສຸດ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ"(ປະຫວັດນາງສັງຂານເທບພະທິດາທັງ 07) ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ "ພະຍາກະບິນລະພຣົມ" ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: "ພະຍາກະບິນລະພຣົມ" ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່...