ຕອນທີ 29
ມາດາມ ລິນດາ ຄິດເຈັບໃຈແຮງທີ່ຖືກອາລີ້ປະຕິເສດຂໍ້ສະເໜີຂອງຕົນເອງ ແລະ ກໍ່ເຫຼືອໃຈທີ່ຖືກລູກຊາຍສຸດທີ່ຮັກຂອງຕົນເອງຫັກໜ້າກາງງານ ຄວາມອັບອາຍໃນເທື່ອນີ້ຍາກທີ່ຈະໃຫ້ອະໄພໄດ້ ມາດາມ ລິນດາ ຈິ່ງຊຸ່ມຄິດຄົນດຽວໃນຫ້ອງເຮັດວຽກ ຖ້າຈະໃຊ້ໄມ້ແຂງກັບລູກຊາຍຄົນນີ້ຄົງຈະບໍ່ໄດ້ຜົນ ດັ່ງນັ້ນຕ້ອງຫັນປ່ຽນມາໃຊ້ໄມ້ອ່ອນ ເມື່ອບໍ່ສາມາດເຮັດໃຫ້ລູກຊາຍປ່ອຍມືຈາກຜູ້ຍິງຄົນນັ້ນໄດ້ ກໍ່ຕ້ອງຫາວິທີເຮັດໃຫ້ຍິງຄົນນັ້ນເປັນຝ່າຍປ່ອຍມືລູກຊາຍຂອງຕົນເອງແທນ.
ໝີນ້ອຍ ຮູ້ສຶກເປັນກັງວົນໃຈເມື່ອຮອບປະຈຳເດືອນຂອງນາງກາຍໄປກວ່າສາມອາທິດແລ້ວ ດັ່ງນັ້ນນາງຈິ່ງຊື້ແນວກວດຄັນຈາກຮ້ານຂາຍຢາມາກວດ ປະກົດວ່າຜົນອອກມາຂຶ້ນສີແດງສອງຂີດ ສະແດງວ່າຕອນນີ້ນາງກຳລັງຖືພາ ໝີນ້ອຍກະຊັບກະຊ່າຍກະວົນກະວາຍໃຈ ຮ້ອນຮົນບໍ່ຮູ້ຈະເຮັດແນວໃດດີໃນຫ້ອງນ້ຳທີ່ບໍລິສັດພຽງລຳພັງ ນາງນັ່ງຊຸດລົງທີ່ຊັກໂຄກ ມືທັງສອງຂ້າງກຸມຫົວໜ້າໂສກເສົ້າຄົ້ນຄິດວ່າໃຜກັນແທ້ທີ່ເປັນພໍ່ຂອງລູກໃນທ້ອງ ແຕ່ຄິດທົບທວນຫຼາຍເວລາກໍ່ຄິດບໍ່ອອກ ເພາະຕົວເອງປ່ອຍກາຍໃຫ້ກັບຊາຍຫຼາຍຄົນ ອາດເປັນເພາະມີເພດສຳພັນໃນເວລາເມົາເລີຍບໍ່ໄດ້ມີການປ້ອງກັນຈິ່ງເກີດເຫດການແບບນີ້ຂຶ້ນ ນາງຄິດຢູ່ໃນຫ້ອງຄົນດຽວວ່າຈະທຳແທ້ງເອົາລູກອອກ.
ຫຼັງເລີກວຽກກັບເມືອຮອດເຮືອນໝີນ້ອຍຍ່າງໜ້າບຶ້ງຕຶງດັ່ງຄົນກຸ້ມໃຈແບກໂລກໄວ້ທັງໃບພຽງລຳພັງ ຍ່າງຂຶ້ນຫ້ອງນອນໄປໂດຍບໍ່ສົນໃຈກັບຜູ້ໃດ ເຂົ້າແລງກໍ່ບໍ່ຍອມລົງມາກິນ ນອນເສົ້າເກັບຕົວລຳພັງຢູ່ໃນຫ້ອງ ອາລີ້ຮູ້ສຶກແປກໃຈທີ່ເຫັນຜູ້ເປັນເອື້ອຍມີອາການຊຶມເສົ້າແບບນີ້ ຈິ່ງໄດ້ໄປເຄາະປະຕູຫ້ອງເພື່ອສອບຖາມ ແຕ່ໝີນ້ອຍອາລົມບໍ່ດີເລີຍຮ້ອງດ່າໄລ່ນ້ອງໃຫ້ໄປໃກ້ໆ ຢ່າໄດ້ເຂົ້າມາຫຍຸ້ງວຸ້ນວາຍກັບຕົວເອງ.
ເຊົ້າຕໍ່ມາໝີນ້ອຍກໍ່ຕື່ນຈະໄປວຽກຕາມປົກກະຕິ ແຕ່ບັງເອີນຕີນລົດຈັກຮົ່ວ ຈິ່ງໄດ້ຂໍອາໃສຕິດລົດກັບຮອງປະທານເອກໄປທີ່ຫ້ອງການນຳ ເຊິ່ງເອກເອງເມື່ອເຫັນໝີນ້ອຍຂໍຕິດລົດມານຳກໍ່ຂັດໃຈບໍ່ໄດ້ ເພາະເຫັນເປັນຍາດຂອງຍິງຄົນຮັກ ຈິ່ງຍອມດ້ວຍຄວາມຈຳເປັນ ເອກຮູ້ດີວ່າໝີນ້ອຍນັ້ນຄິດບໍ່ສື່ຕໍ່ນ້ອງສາວ ຕ້ອງ ການໃກ້ຊິດກັບຕົວເອງໃນທາງຊູ້ສາວ ແຕ່ເອກກໍ່ບໍ່ໄດ້ເອີ່ຍບອກກັບອາລີເລື່ອງນີ້ ເພາະຢ້ານຍິງຄົນຮັກກັງວົນໃຈ ດັ່ງນັ້ນເອກຈິ່ງຂີດເສັ້ນກາງໄວ້ຂັ້ນລະຫວ່າງຕົນກັບໝີນ້ອຍ ທັງສອງຄົນນັ່ງມິດງຽບໃນລົດໄປຕະຫຼອດທາງ, ເມື່ອເອກຂັບລົດໄປຈອດທີ່ລານຈອດລົດຂອງຜູ້ບໍລິຫານບໍລິສັດ ໃນລະຫວ່າງທີ່ເອກກັບໝີນ້ອຍກຳລັງລົດຈາກລົດ, ລົດຂອງມາດາມ ລິນດາ ກໍ່ຂັບມາຮອດຈຸດຈອດລົດ ແລ້ວໄດ້ເຫັນພາບຂອງທັງສອງລົງຈາກລົດພໍດີ ມາດາມ ລິນດາ ຈ້ອງຕາແຂງ ເບິ່ງໜ້າຜູ້ຍິງທີ່ມາກັບລູກຊາຍ ແລະ ກໍ່ຈຳໄດ້ວ່ານາງເປັນຜູ້ຍິງທີ່ອາໃສຢູ່ກັບນາງຈິ້ງຈອກອາລີ້ ແລະ ຄິດໄດ້ວ່ານາງເປັນຍາດຂອງອາລີ້ ມາດາມ ລິນດາ ຈິ່ງຄິດແຜນທີ່ຈະກຳຈັດອາລີ້ອອກໄປໄດ້ແລ້ວ ຫຼັງລົງຈາກລົດ ມາດາມ ລິນດາ ໄດ້ກະຊິບບອກໃຫ້ຄົນຂັບລົດໄປບອກກັບໝີນ້ອຍໃຫ້ຂຶ້ນໄປພົບຕົວເອງທີ່ຫ້ອງປະທານ ບໍລິສັດດ່ວນ.
ໝີນ້ອຍຍ່າງໜ້າຈືດຊືດຂຶ້ນໄປຫາມາດາມ ລິນດາທີ່ຫ້ອງປະທານບໍລິສັດ ເມື່ອເຂົ້າໄປໃນຫ້ອງ ມາດາມ ລິນດາ ໄດ້ບອກໃຫ້ໝີນ້ອຍນັ່ງລົງທີ່ຕັ່ງທີ່ວາງຢູ່ຕໍ່ໜ້າໂຕະເຮັດວຽກຂອງຕົນ ແລ້ວ ມາດາມ ລິນດາກໍ່ກ່າວຖາມຢ່າງໃຈເຢັນວ່າ
ມາດາມ ລິນດາ: “ເຈົ້າກັບຮອງປະທານເອກເບິ່ງທ່າແລ້ວຄົງສະໜິດສະໜົມກັນດີ! ຖ້າບໍ່ດັ່ງນັ້ນກໍ່ຄົງມີຄວາມສຳພັນພິເສດ ຈິ່ງເຮັດໃຫ້ເຈົ້າສາມາດຂຶ້ນລົດມາກັບຮອງປະທານໄດ້”
ໝີນ້ອຍໜ້າຕື່ນເລັກນ້ອຍກໍ່ດຶງສະຕິມາແລ້ວຕອບກັບໄປຢ່າງຂົ່ມໃຈເຢັນວ່າ: “ປະທານເອີ່ຍເກີນຈິງໄປແລ້ວ ຂະນ້ອຍກັບຮອງປະທານເອກບໍ່ໄດ້ມີຄວາມສຳພັນພິເສດໃດໆຕໍ່ກັນທັງນັ້ນ”
ມາດາມ ລິນດາ: “ແລ້ວເຈົ້າຊ່ວຍບອກຂ້ອຍມາໄດ້ບໍ່ວ່າ ເຫດໃດເຊົ້ານີ້ເຈົ້າຈິ່ງມາພ້ອມກັບຮອງປະທານເອກໄດ້”
ໝີນ້ອຍໜ້າຈືດຊີດມືເຢັນຂຶ້ນໄປອີກ ຕອບກັບມາດາມ ລິນດາ ດ້ວຍນ້ຳສຽງຕິດຂັດໄປວ່າ: ”ມື້ເຊົ້ານີ້ລົດຂະນ້ອຍ! ລົດຂະນ້ອຍຕີນຮົ່ວ ແລ້ວບັງເອີນ! ບັງເອີນພົບກັບຮອງປະທານເອກ ຈິ່ງຂໍຕິດລົດມານຳ”
ມາດາມ ລິນດາ ຍິ້ມສີກມຸມປາກເລັກນ້ອຍກ່ອນຕອບໄປວ່າ: “ເຫິ! ຂ້ອຍຮູ້ຈັກນິໃສຂອງລູກຊາຍຂ້ອຍຄົນນີ້ດີ” ມາດາມ ລິນດາ ຈັບຮູບຖ່າຍຈາກລິ້ນຊັກໂຕະຂື້ນມາໃຫ້ໝີນ້ອຍເບິ່ງກ່ອນຈະເວົ້າຕໍ່ໄປວ່າ “ຢ່າຕວະຂ້ອຍເລີຍ! ຂ້ອຍຮູ້ວ່າເຈົ້າເປັນເອື້ອຍຂອງອາລີ້ ແລະ ກໍ່ຮູ້ວ່າພວກເຈົ້າທັງສາມຄົນອາໃສຢູ່ເຮືອນຫຼັງດຽວກັນ”
ໝີນ້ອຍເຫັນຮູບເຖິງກັບເຫື່ອແຕກ ມືເຢັນ ໜ້າຈືດກວ່າເກົ່າກ່ອນເວົ້າໄປດ້ວຍນ້ຳສຽງສັ່ນຢ້ານກົວວ່າ: “ຂະນ້ອຍຂໍໂທດ! ຂະນ້ອຍບໍ່ໄດ້ຕັ່ງໃຈເວົ້າຕວະ! ທີ່ເວົ້າໄປນັ້ນເປັນເພາະຂະນ້ອຍຢ້ານຖ້າປະທານຮູ້ຄວາມຈິງແລ້ວຈະໄລ່ຂະນ້ອຍອອກຈາກວຽກງານ! ຍົກໂທດໃຫ້ຂະນ້ອຍດ້ວຍ”
ມາດາມ ລິນດາ ແນມເບິ່ງໝີນ້ອຍດ້ວຍສາຍຕາເຢັນຊາກ່ອນຈະເວົ້າດ້ວຍສີໜ້າຍິ້ມສຽດໄປວ່າ: “ບໍ່ພຽງຂ້ອຍຈະຮູ້ວ່າເຈົ້າອາໃສຢູ່ທີ່ເຮືອນຫຼັງດຽວກັບລູກຊາຍຂ້ອຍເທົ່ານັ້ນ ແຕ່ຂ້ອຍຍັງອ່ານໃຈເຈົ້າໄດ້ ຂ້ອຍຮູ້ວ່າເຈົ້າຄິດແບບໃດກັບລູກຊາຍຂ້ອຍ”
ໝີນ້ອຍຕົວສັ່ນ: “ທ່ານປະທານອະໄພໃຫ້ຂະນ້ອຍດ້ວຍ”
ມາດາມ ລິນດາ ກ່າວຢ່າງໃຈເຢັນອີກຄັ້ງ:”ຢ່າກັງວົນໃຈໄປເລີຍທີ່ຂ້ອຍເອີ້ນເຈົ້າມາມື້ນີ້ບໍ່ໄດ້ເອີ້ນເຈົ້າມາເພື່ອເອົາໂທດໃດໆທັງນັ້ນ ແຕ່ເອີ້ນເຈົ້າມາເພື່ອຍື່ນຂໍ້ສະເໜີ”
ໝີນ້ອຍເງີຍໜ້າເບິ່ງມາດາມ ລິນດາ ດ້ວຍສີໜ້າສົງໃສ: “ຂໍ້ສະເໜີ”
ມາດາມ ລິນດາ: “ຂ້ອຍຈະຫາຕຳແໜ່ງທີ່ສູງກວ່ານີ້ໃຫ້ກັບເຈົ້າ ເປັນຕຳແໜ່ງທີ່ໄດ້ຢູ່ໃກ້ຊິດກັບຮອງປະທານເອກ”
ໝີນ້ອຍທັງງົງແຕ່ກໍ່ດີໃຈຢູ່ເລິກ: “ຕຳແໜ່ງທີ່ວ່ານັ້ນຄື…”
ມາດາມ ລິນດາ: “ຂ້ອຍຈະໃຫ້ຕຳແໜ່ງຜູ້ຊ່ວຍເລຂາຮອງປະທານເອກກັບເຈົ້າ! ແຕ່ມີເງື່ອນໄຂແລກປ່ຽນ”
ໝີນ້ອຍ: “ເງື່ອນໄຂຄື…?”
ມາດາມ ລິນດາ: “ງ່າຍໆ ຄືເຮັດຕາມຄຳສັ່ງຂອງຂ້ອຍ ແລະ ເຮັດໜ້າທີ່ຂອງເລຂາຕາມປົກກະຕິກໍ່ພໍ”
ໝີນ້ອຍ: “ທີ່ປະທານມອບຕຳແໜ່ງນີ້ໃຫ້ຂະນ້ອຍເຮັດນັ້ນມັນຕ້ອງມີເຫດຜົນທີ່ສຳຄັນແອບແຝງຢູ່ ດັ່ງນັ້ນຂະນ້ອຍຂໍຊາບໄດ້ບໍ່ວ່າຄຳສັ່ງນັ້ນແມ່ນກ່ຽວກັບເລື່ອງໃດ”
ມາດາມ ລິນດາ: “ເຫິ! ຖ້າເຈົ້າຢາກຮູ້ຂ້ອຍກໍ່ຈະບອກ! ຂ້ອຍຢາກໃຫ້ເຈົ້າຄອຍກີດກັ້ນຜູ້ຍິງທີ່ເຂົ້າມາວຸ້ນວາຍກັບລູກຊາຍຂອງຂ້ອຍ ເພາະຜູ້ຍິງພວກນັ້ນປຽບດັ່ງເຫັບໝັດທີ່ຄອຍສູບເລືອດເນື້ອລູກຊາຍຂ້ອຍ ເຊິ່ງແນ່ນອນວ່າຕ້ອງມີນ້ອງສາວຂອງເຈົ້າຮ່ວມຢູ່ນຳ”
ໝີນ້ອຍ: “ແລ້ວເຫດໃດທ່ານປະທານຈິ່ງໃຫ້ຂະນ້ອຍເປັນຄົນຮັບໜ້າທີ່ສຳຄັນແບບນີ້ ເຫດໃດຈິ່ງບໍ່ໃຫ້ຄົນອື່ນເຮັດແທນ, ປະທານຈະເຊື່ອໄດ້ຢ່າງໃດວ່າຂະນ້ອຍຈະຂັດຂວາງນ້ອງສາວຂອງຕົວເອງໄດ້ລົງຄໍ”
ມາດາມ ລິນດາ: “ທຸກຢ່າງຍ່ອມມີການເດີມພັນ ຂ້ອຍເຊື່ອສັນຊາດຕະຍານຂອງຂ້ອຍເອງວ່າເລືອກຄົນບໍ່ຜິດ! ຖ້າເຈົ້າເຮັດວຽກນີ້ບໍ່ສຳເລັດກໍ່ພຽງໄລ່ເຈົ້າອອກໄປຈາກບໍລິສັດກໍ່ເທົ່ານັ້ນ! ເຈົ້າກໍ່ເອົາເລື່ອງນີ້ກັບໄປຄິດເບິ່ງກ່ອນກໍ່ໄດ້ ຖ້າເຈົ້າຍິນດີເຮັດວຽກນີ້ ມື້ອື່ນເຊົ້າເຈົ້າມາພົບຂ້ອຍທີ່ຫ້ອງອີກຄັ້ງ! ຕອນນີ້ເຈົ້າອອກໄປໄດ້ແລ້ວ ຂ້ອຍໝົດວຽກລົມກັບເຈົ້າແລ້ວ”
ຫຼັງອອກມາຈາກຫ້ອງຂອງປະທານ ລິນດາ, ໝີນ້ອຍກໍ່ມີອາການເມີ່ລອຍຈິດໃຈບໍ່ຢູ່ກັບເນື້ອກັບຕົວ ເພາະມົວແຕ່ຄິດທົບທວນເລື່ອງຂໍ້ສະເໜີທີ່ມາດາມ ລິນດາ ຢື່ນໃຫ້ຈົນບໍ່ມີກະຈິດກະໃຈເຮັດວຽກ ພະນັກງານໜ່ວຍຜະລິດມາຂໍເບີກເຄື່ອງອອກຈາກສາງຕ້ອງຮ້ອງເຖິງຫຼາຍຄັ້ງກວ່ານາງຈະດຶງສະຕິກັບຄືນມາເປັນປົກກະຕິ.
ຫຼັງຈາກກິນອາຫານຄ່ຳແລ້ວໝີນ້ອຍກໍ່ຟ້າວກັບຂຶ້ນຫ້ອງນອນທັນທີ ແລະຄິດທົບທວນໃນໃຈລຳພັງວ່າ: “ເງື່ອນໄຂນີ້ໜ້າສົນໃຈດີ, ໜຶ່ງໄດ້ເຮັດວຽກກົງກັບທີ່ຮຽນມາ, ສອງໄດ້ໃກ້ຊິດກັບຮອງປະທານເອກ, ສາມໄດ້ເງິນເດືອນເພີ່ມຂຶ້ນ, ສີ່ເປັນວຽກທີ່ຢູ່ຫ້ອງແອຣ ໄດ້ແຕ່ຕົວງາມໄປການທຸກມື້, ຫ້າໄດ້ກຳຈັດສັດຕູຫົວໃຈທຸກຄົນ, ແຕ່ຕອນນີ້ເຮົາມີບັນຫາໃຫຍ່ກໍ່ຄືລູກອັບປີທີ່ຢູ່ໃນທ້ອງນີ້ ເຮົາຕ້ອງເລັ່ງເອົາອອກໂດຍໄວແລ້ວໄປໃຊ້ຊີວິດໃໝ່ທີ່ມີຮອງປະທານເອກຄຽງຂ້າງ”
ອາລີ້ໃນໄລຍະນີ້ກໍ່ຮູ້ສຶກແປກໆ ຮູ້ສຶກອິດເມື່ອຍ ວິນຫົວ, ປວດຮາກ, ຢາກກິນສົ້ມ ເຫັນໝາກນາວໃນຕູ້ເຢັນກໍ່ເອົາອອກມາກິນດັ່ງກັບຄົນຖືພາ ເອກເຫັນຈິ່ງເກີດຄວາມສົງໃສ ເພາະເຫັນອາລີ້ມີອາການແບບນີ້ໄດ້ຫຼາຍມື້ແລ້ວຈິ່ງເອີ່ຍຖາມ
ເອກ: “ອາລີ້! ໝາກນາວສົ້ມຂະໜາດນັ້ນເຈົ້າກິນເຂົ້າໄປໄດ້ແນວໃດບໍ່ເຂັດແຂ້ວຫວາ ກິນສົ້ມແຕ່ເຊົ້າແບບນີ້ດຽວກໍ່ຖອກທ້ອງດອກ”
ອາລີ້: “ບໍ່ໃດ! ກິນມາຫຼາຍມື້ແລ້ວຍັງບໍ່ເປັນຫຍັງ ໄລຍະນີ້ນ້ອງຮູ້ສຶກຢາກກິນສົ້ມ! ກິນແລ້ວຫວານຈ້ອຍໆ”
ເອກ: “ອາລີ້ເຈົ້າກິນສົ້ມປານຄົນກຳລັງຖືພານິລະ”
ເອກ ກັບ ອາລີ້ ຈ້ອງເບິ່ງໜ້າກັນແບບຕົກໃຈ ກ່ອນທີ່ເອກຈະຖາມອາລີ້ອີກວ່າ: “ຮອບປະຈຳເດືອນເດືອນນີ້ເຈົ້າມາແລ້ວ ຫຼື ຍັງ”
ອາລີ້: “ຍັງເທື່ອໃດ! ກະແປກໃຈຢູ່ວ່າກາຍໄປ 15 ມື້ແລ້ວເປັນຫຍັງມັນຈິ່ງບໍ່ມາ”
ອາລີ້ສະດຸ້ງຢຸດນິ້ງແລ້ວແນມມາທີ່ເອກ ທັງສອງຈ້ອງໜ້າກັນອີກຄັ້ງກ່ອນເອກຈະເວົ້າດ້ວຍຮອຍຍິ້ມວ່າ
ເອກ: “ຫຼື ວ່າຮ່ອງເຮົາຂ້ອຍຈະຖືພາ! 555! ໄຊໂຢ! ຮ່ອງເຮົາຂ້ອຍຈະມີລູກ”
ເອກຟ້າວແລ່ນໄປໂອບກອດອາລີ້ໄວ້ດ້ວຍຄວາມດີໃຈທ່າມກາງສີໜ້າງົງໆຂອງອາລີ້, ໝີນ້ອຍທີ່ບັງເອີນມາໄດ້ຍິນກໍ່ຮູ້ສຶກເສຍໃຈ, ເຈັບໃຈ, ອິດສານ້ອງທີ່ນ້ອງສາວຕົວເອງກຳລັງຖືພາລູກຂອງເອກ, ສ່ວນຕົວເອງເດັກທີ່ຢູ່ໃນທ້ອງຍັງບໍ່ຮູ້ແນ່ຊັດເລີຍວ່າເປັນລູກຂອງໃຜ ນາງຟ້າວຍ່າງກັບຂຶ້ນໄປທີ່ຫ້ອງນອນອັດປະຕູລັອກໄວ້ເອົາໝອນເຖິງຕຽງປິດໜ້າແລ້ວກີ໊ດ….ໃສ່ໝອນດ້ວຍຄວາມເຫຼືອໃຈ ພ້ອມຈົ່ມພຶມພຳວ່າ: “ເຫດໃດຟ້າເຖິງບໍ່ມີຕາປະທານແຕ່ສິ່ງດີໆໃຫ້ກັບມັນ ຜິດກັບຕົວກູທີ່ໄດ້ພົບກັບຄວາມໂຊກຮ້າຍ! ບໍ່ໄດ້ເຮົາຈະປ່ອຍໃຫ້ມັນໄດ້ສິ່ງດີໆເໜືອເຮົາບໍ່ໄດ້! ເຮົານີ້ລະຈະເປັນຄົນກຳນົດໂຊກຊະຕາຂອງມັນເອງ! ເຮົາຕ້ອງໄດ້ສິ່ງທີ່ຄວນຈະໄດ້”
ໝີນ້ອຍຍອມໄປພົບມາດາມ ລິນດາ ທີ່ຫ້ອງປະທານ ບໍລິສັດ ແລະ ຍອມຮັບໜ້າທີ່ຕຳແໜ່ງທີ່ມາດາມ ລິນດາ ມອບໝາຍໃຫ້ໂດຍດີ, ເອກຮູ້ສຶກບໍ່ພໍໃຈກັບການຕັດສິນໃຈໂດຍພາລະການຂອງແມ່ໃນຄັ້ງນີ້ ເຖິງໝີ ນ້ອຍ ຈະຖືກແຕ່ງຕັ້ງໃຫ້ເປັນຜູ້ຊ່ວຍເລຂາ ແຕ່ເອກກໍ່ບໍ່ໄດ້ເອີ້ນໃຊ້ງານ ຜ່ານໄປສາມມື້ແລວວຍກງານທັງໝົດຍັງຕົກເປັນຂອງເລຂາຄືເກົ່າ ເຊິ່ງຕົວເອງໄດ້ພຽງນັ່ງເສີຍໆໜ້າຫ້ອງບໍ່ຕ່າງຫຍັງກັບຍາມນັ່ງເຝົ້າໜ້າຫ້ອງເທົ່ານັ້ນ.
ໝີນ້ອຍເຫັນອາລີ້ກັບເອກມີຄວາມສຸກສົດຊື່ນດັ່ງຄອບຄົວສຸກສັນ ເຖິງແມ່ນວ່າຕົນຈະຢູ່ຮ່ວມຊາຍຄາດຽວກັນແຕ່ກໍ່ຮູ້ສຶກຄືກັບວ່າເປັນພຽງສ່ວນເກີນ ເຮືອນຫຼັງໃຫຍ່ສວຍງາມ ແຕ່ກັບບໍ່ມີບ່ອນໃຫ້ຕົນຫາຍໃຈ ອາລົມນີ້ມັນຊ່າງອຶດອັດໃຈແທ້ ຈະໄປກໍ່ບໍ່ໄດ້ຈະຢູ່ກໍ່ຊ້ຳໃຈ ເມື່ອກ່ອນຕອນທີ່ນ້ອງສາວຂອງຕົນບໍ່ທັນມີລູກເອກກໍ່ທັງຮັກທັງຫຼົງນາງຢູ່ແລ້ວ ເມື່ອຕອນນີ້ມີລູກຄວາມຮັກຂອງພວກເຂົາຍິ່ງແໜ້ນໜາດັ່ງກຳແພງເມືອງຈີນ ທັງສອງທັງແຂງແຮງຢາກທີ່ຈະທຳລາຍມັນລົງ ເຊິ່ງຈະປ່ອຍໃຫ້ມັນເປັນໄປແບບນີ້ບໍ່ໄດ້ເດັດຂາດຕ້ອງຫາວິທີຈັດການເສຍແລ້ວ.
ຕິ່ນ ແຟນເກົ່າສະໄໝມັດທະຍົມຂອງອາລີ້ໝັ່ນສົ່ງຮູບເກົ່າໆ ແລະ ສົ່ງຂໍ້ຄວາມມາງໍ້ຂໍຄືນດີ ຜ່ານຂໍ້ຄວາມທາງເຟສບຸກຢູ່ຕະຫຼອດ ແຕ່ອາລີ້ກໍ່ບໍ່ໄດ້ສົນໃຈທີ່ຈະເປີດອ່ານ ໃນຕອນບ່າຍວັນເສົາ ວັນນັ້ນອາກາດຊວນນອນເວັນ ຫຼັງຈາກອາລີ້ເບິ່ງແບບເສື້ອແຟຊັ່ນງານດອງອອກໃໝ່ຜ່ານເຟສບຸກແລ້ວເພີນອນຫຼັບກ່ອນປິດເຟສ ບັງເອີນເອກໄດ້ມາອ່ານຂໍ້ຄວາມ ແລະ ໄດ້ເບິ່ງຮູ້ພາບທີ່ ຕິ່ນ ສົ່ງມາໃຫ້ກໍ່ມີຄວາມຮູ້ສຶກຫງຸດງິດອາລົມເສຍດ້ວຍຄວາມຫຶງຫວງເມຍຂອງຕົນ
ຂໍ້ຄວາມຕິ່ນ: “ອາລີ້ ຫຼັງຈາກທີ່ເຮົາເລີກກັນໄປເປັນປີ ຫຼັງຈາກທີ່ຂ້ອຍບໍມີເຈົ້າຂ້ອຍກໍ່ຮູ້ແລ້ວວ່າຂ້ອຍເຮັດສິ່ງທີ່ຜິດພາດທີ່ສຸດໃນຊີວິດຂອງຂ້ອຍ ນັ້ນກໍ່ຄືການປ່ອຍໃຫ້ເຈົ້າຫຼຸດມືໄປ ເຮົາກັບມາຄືນດີກັນໄດ້ ຫຼື ບໍ່”
ເອກຕອບກັບດ້ວຍອາລົມຫຶງຫວງ: “ຂ້ອຍຊື່ເອກ! ເປັນຜົວຂອງອາລີ້! ເລີກຫຍຸ້ງກັບເມຍຂອງຂ້ອຍ ຖ້າບໍ່ຢາກກິນລູກທອງ”
ຫຼັງຈາກເອກຕອບກັບຂໍ້ຄວາມຕິ່ນໄປແລ້ວກໍ່ຈັດການບລັອກສະຖານະເພື່ອນຂອງຕິ່ນອອກຈາກເຟສບຸກຂອງອາລີ້ທັນທີ, ເມື່ອອາລີ້ຕື່ນນອນຂຶ້ນມາກໍ່ເຫັນເອກຈັບຄອມໂນ໊ດບຸກຂອງຕົນຈິ່ງໄດ້ຖາມໄປດ້ວຍຄວາມຢາກຮູ້
ອາລີ້: “ອ້າຍຈະໃຊ້ຄອມນ້ອງເຮັດວຽກຫວາ”
ເອກ: “ໃຊ້ແລ້ວລະເດະ”
ເອກຢື່ນຄອມສົ່ງຄືນໃຫ້ອາລີ້ ເມື່ອອາລີ້ເປີດເບິ່ງເຟສບຸກກໍ່ແປກໃຈເມື່ອບໍ່ເຫັນ ຕິ່ນເປັນເພື່ອນຢູ່ໃນເຟສບຸກຂອງຕົນເອງແລ້ວ ອາລີ້ຟ້າວຫັນໜ້າໄປເບິ່ງເອກດ້ວຍຄວາມສົງໃສ ເອກຮູ້ແລ້ວວ່າອາລີ້ຮັບຮູ້ແລ້ວວ່າຕົນເອງເປັນຄົນບລັອກເຟສບຸກຕິ່ນແລ້ວ ຈິ່ງຕອບກັບອາລີ້ດ້ວຍນ້ຳສຽງສີໜ້າເຢັນຊາວ່າ:
ເອກ: “ຂີ້ເຫຍື້ອເກັບໄວ້ກໍ່ໜັກອ້າຍເລີຍຊ່ວຍເຈົ້າຈັດການກັບມັນ”
ອາລີ້ເຮັດໜ້າຕາຕື່ນ ເພາະເຂົ້າໃຈຄວາມໝາຍທີ່ເອກເວົ້າແລ້ວ ແລະ ເອກຄົງຮັບຮູ້ເລື່ອງໃນອະດີດຂອງຕົນເອງແລ້ວ ດັ່ງນັ້ນອາລີ້ຈິ່ງບໍໄດ້ເອີ່ຍສິ່ງໃດອອກໄປກ່ອນ ໄດ້ແຕ່ນັ່ງມິດງຽບລໍຖ້າເອກເອີ່ຍຖາມຈິ່ງຈະເລົ່າໃຫ້ຟັງ ຖ້າເອກບໍ່ຖາມກໍ່ຈະປ່ອຍເລື່ອງນີ້ຜ່ານໄປເລີຍ ສຳລັບເອກແລ້ວເຖິງຈະຮູ້ສຶກຄຽດໃຫ້ອາລີ້ຢູ່ໃນໃຈເລິກໆ ແຕ່ກໍ່ຍັງຂົ່ມໃຈເກັບອາການເອົາໄວ້ຢ່າງໜັກ ແລະ ພະຍາຍາມຄິດປອມໃຈຕົວເອງວ່າ ເລື່ອງຂອງອະດີດກໍ່ໃຫ້ມັນຜ່ານໄປຖ້າເກັບມາໃສ່ໃຈກໍ່ບໍ່ສົ່ງຜົນດີກັບທັງຄູ່ ຕົນເອງຕ້ອງຢູ່ກັບປັດຈຸບັນທີ່ມີຄວາມ ສຸກຢ່າງທີ່ເປັນຢູ່ກໍ່ພໍແລ້ວ.