spot_img
Homeຂ່າວຕ່າງປະເທດ"ເອລຕັນ ຈອນ" ບໍ່ສະບາຍຢ່າງຮຸນແຮງ ຕ້ອງຍົກເລີກທົວຄອນເສີດໃນສະຫະລັດ 9 ເວທີ

“ເອລຕັນ ຈອນ” ບໍ່ສະບາຍຢ່າງຮຸນແຮງ ຕ້ອງຍົກເລີກທົວຄອນເສີດໃນສະຫະລັດ 9 ເວທີ

Published on

ບີບີຊີ ແລະຊີເອັນເອັນ ລາຍງານເມື່ອວັນທີ 25 ເມສາ 2017 ຜ່ານມາວ່າ ເອລຕັນ ຈອນ ສິນລະປິນດັງຄົນອັງກິດ ຕ້ອງຍົກເລີກການທົວຄອນເສີດ “ມິລລຽນດອນລາເປຍໂນ” ໃນຊ່ວງເດືອນເມສາ ແລະເດືອນພຶດສະພາ ໃນນະຄອນລາສເວກັສ ລັດເນວາດາ ແລະລັດຄາລິຟໍເນຍ ຂອງສະຫະລັດອາເມລິກາ ທັງໝົດ 9 ເວທີ ຫຼັງຈາກທີ່ປ່ວຍດ້ວຍອາການຕິດເຊື້ອແບັກທີເລຍຢ່າງຮຸນແຮງ ແລະຕ້ອງໄດ້ຮັບການປິ່ນປົວຢູ່ໃນໂຮງໝໍ ຢູ່ຫ້ອງໄອຊີຢູ ເປັນເວລາ 2 ຄືນ ຈາກການເປີດເຜີຍຂອງທີມຜູ້ຈັດການສ່ວນຕົວຂອງ ເອລຕັນ

ຂ່າວໄດ້ບອກອີກວ່າ ນັກຮ້ອງຄົນດັງເກີດການບໍ່ສະບາຍຢ່າງຮຸນແຮງ ຫຼັງຈາກທົວຄອນເສີດໃນພູມິພາກລະຕິນອາເມລິກາ ແລະຕ້ອງຮີບເດີນທາງກັບອັງກິດ ເພື່ອເຂົ້າຮັບການປິ່ນປົວຢ່າງຮີບດ່ວນ ເຊິ່ງຕອນນີ້ ເອລຕັນ ອອກຈາກໂຮງໝໍມາພັກຢູ່ເຮືອນແລ້ວ

ການຖະແຫຼງການຂອງຜູ້ຈັດການໄດ້ບອກວ່າ ເອລຕັນ ບໍ່ສະບາຍຕິດເຊື້ອຊະນິດທີ່ ‘ພົບບໍ່ຫຼາຍ ແລະອາດຮຸນແຮງເຖິງຂັ້ນເສຍຊີວິດໄດ້’ ແຕ່ບໍ່ໄດ້ເປີດເຜີຍລາຍລະອຽດນອກຈາກນີ້

ຂະນະທີ່ ເຊີເອລຕັນ ເອງໄດ້ບອກວ່າ “ຂ້ອຍຮູ້ສຶກດີທີ່ມີແຟນເພງທີ່ຊື່ສັດ ແລະຂໍໂທດທີ່ເຮັດໃຫ້ພວກເຂົາຜິດຫວັງ, ຂ້ອຍຕ້ອງຂອບໃຈທີມແພດໝໍ ທີ່ເບິ່ງແຍງດູແລຂ້ອຍເປັນຢ່າງດີ”

ບົດຄວາມຫຼ້າສຸດ

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...