spot_img
Homeຂ່າວຕ່າງປະເທດເຮືອດຳນໍ້າສະຫະລັດ ພະລັງງານນິວເຄຣຍ ຕິດຕັ້ງ "ໂທມາຮອກ" ມາຮອດເກົາຫຼີໃຕ້ແລ້ວ

ເຮືອດຳນໍ້າສະຫະລັດ ພະລັງງານນິວເຄຣຍ ຕິດຕັ້ງ “ໂທມາຮອກ” ມາຮອດເກົາຫຼີໃຕ້ແລ້ວ

Published on

ບີບີຊີລາຍງານເມື່ອວັນທີ 25 ເມສາ 2017 ວ່າ ເຮືອດຳນໍ້າ ພະລັງງານນິວເຄຣຍ ຢູເອສເອສ ມິຊິແກນ ໄດ້ເດີນທາງມາສູ່ນ່ານນໍ້າເກົາຫຼີໃຕ້ແລ້ວ ຢູ່ຝັ່ງເມືອງປູຊານ ເພື່ອມາລໍຖ້າ ຮ່ວມຂະບວນການເຮືອບັນທຸກຍົນຮົບ ຢູເອສເອສ ຄາ ວິນສັນ ທີ່ຈະນຳມາສົບທົບຊ່ວງທ້າຍອາທິດນີ້ ຮັບສະຖານະການຕຶງຄຽດໃນມະຫາສະໝຸດເກົາຫຼີ

ເຮືອຢູເອສເອສ ມິຊິແກນ ມາຮອດໃນວັນອັງຄານ ທີ 25 ເມສາ ກົງກັບວາລະສຳຄັນຂອງເກົາຫຼີເໜືອ ທີ່ສະຫຼອງຄົບຮອບ 85 ປີ ການກໍ່ຕັ້ງກອງທັບ ທ່າມກາງສະຖານະການຕຶງຄຽດໃນມະຫາສະໝຸດ ເມື່ອສະຫະລັດອາເມລິກາກັບເກົາຫຼີເໜືອ ຕ່າງສົ່ງການສະແດງຄວາມເປັນປໍລະປັກ ແລະພ້ອມທີ່ຈະໃຊ້ອາວຸດຕໍ່ກັນ ອີກທັງສະຫະລັດຍັງມີພາລະພິເສດ ທີ່ເຊີນສະມາຊິກວຸດທິສະພາທັງໝົດ ເຂົ້າຮັບຟັງການສະຫຼຸບສະຖານະການເກົາຫຼີເໜືອຢູ່ທຳນຽບຂາວ

ໂຊຊຸນ ອິລໂບ ລາຍງານວ່າ ເຮືອຢູເອສເອສ ມິຊິແກນ ເປັນເຮືອດຳນໍ້າພະລັງງານນິວເຄຣຍ ຕິດຕັ້ງຂີປະນາວຸດໂທມາຮອກ 154 ລູກ ມີກອງກຳລັງພິເສດປະຈຳການຢູ່ 60 ຄົນ ມີເຮືອດຳນໍ້າຂະໜາດນ້ອຍຕິດຕັ້ງຢູ່ນຳ ຄາດວ່າຈະເປັນສ່ວນໜຶ່ງໃນການຊ້ອມຮົບກັບກອງເຮືອຄາ ວິນສັນ ທີ່ສະແດງແສນຍານຸພາບໃນພູມິພາກນີ້

ບົດຄວາມຫຼ້າສຸດ

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...