Homeອຸບັດເຫດແລະປາກົດການຫຍໍ້ທໍ້ຊາຍຊາວຈີນຕ້ອງການຮັກສາອາການຖອກທ້ອງຍັດອ່ຽນເຂົ້າກົ້ນ! ງານນີ້ເກືອບຕາຍ

ຊາຍຊາວຈີນຕ້ອງການຮັກສາອາການຖອກທ້ອງຍັດອ່ຽນເຂົ້າກົ້ນ! ງານນີ້ເກືອບຕາຍ

Published on

ເວັບໄຊຂ່າວຈີນ ນິວສ໌ ຄິວຄິວ ລາຍງານຈາກມົນທົນກວາງຕຸ້ງ ປເທດຈີນ ເມື່ອວັນທີ 19 ເມສາ 2017 ທີ່ຜ່ານມາ ວ່າ ຊາຍຊາວຈີນນາມວ່າ ຫລິວ ອາຍຸ 49 ປີ ມີອາການຖອກທ້ອງຈິ່ງແກ້ໄຂດ້ວຍການນຳເອົາອ່ຽນມາຍັດເຂົ້າຮູກົ້ນຕາມຄວາມເຊື່ອທ້ອງຖິ່ນວ່າ ການເຮັດແບບນີ້ຈະສາມາດຮັກສາອາການຖອກທ້ອງໄດ້ ແຕ່ອ່ຽນເກີດເລືອເຂົ້າໄປໃນລຳໄສ້ໄດ້ສ້າງຄວາມທໍລະມານໃຫ້ແກ່ທ້າວ ຫຼິວ ເປັນທີ່ສຸດ ເຂົາຈິ່ງຟ້າວພາຕົວເອງໄປທີ່ໂຮງໝໍໃນເຂດໄປ໋ຫຍຸນ ແພດເຫັນວ່າທ້ອງຂອງເຂົາບວມຂຶ້ນໆລົງໆ ຈິ່ງໄດ້ຟ້າວເຮັດການຜ່າຕັດເອົາອ່ຽນອອກມາທັນທີ ອ່ຽນທີ່ລາວຍັດເຂົ້າໄປໃນກົ້ານັ້ນມີຄວາມຍາວກວ່າ 50 ຊັງຕີແມັດ ແຕ່ໂຊກດີທີ່ແພດຊ່ວຍລາວໄວ້ທັນຈິ່ງລອດຕາຍແບບວຸດວິດ ແລະ ຕອນນີ້ລາວກຳລັງພັກຮັກສາຕົວຢູ່ໃນໂຮງໝໍ

ຮູບປະກອບຈາກ NewsQQ

ຄລິບຈາກ:  News.sohu.com

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...