spot_img
Homeຂ່າວຕ່າງປະເທດນັກບູຮານຄະດີອີຢິບ ພົບມັມມີ່ໃນສຸສານບູຮານ ມີອາຍຸ 3.500 ກວ່າປີ

ນັກບູຮານຄະດີອີຢິບ ພົບມັມມີ່ໃນສຸສານບູຮານ ມີອາຍຸ 3.500 ກວ່າປີ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 20 ເມສາ 2017 ວ່າ ທີມນັກບູຮານຄະດີ ໄດ້ຂຸດພົບມັມມີ່ ແລະໂລງສົບຫຼາຍສີສັນໃນສຸສານບູຮານ ທີ່ເມືອງລັກຊໍ ປະເທດອີຢິບ ເຊິ່ງເບື້ອງຕົ້ນພົບວ່າສູສານແຫ່ງນີ້ ມີອາຍູເກົ່າແກ່ 3.500 ກວ່າປີ, ນອກນີ້ ຍັງມີການຂຸດຄົ້ນພົບຮູບປັ້ນເຈົ້າຂອງຫຼຸມສົບກວ່າ 1,000 ອັນ ແລະວັດຖຸບູຮານອີກຈຳນວນຫຼາຍ ແລະຄາດວ່າມັມມີ່ນັ້ນ ຈະເປັນມັມມີ່ ຂອງບັນພະບູລຸດຂຸນນາງ ທີ່ເຄີຍເຮັດວຽກດູແລບ້ານເມືອງໃນສະໄໝນັ້ນ

ກະຊວງບູຮານຄະດີອີຢິບ ໄດ້ຖະແຫຼງການວ່າ ຫຼຸມຝັງສົບແຫ່ງ “ຣາຊະວົງທີ່ 18”​ ມີໂລງໄມ້ 10 ໂລງ ບັນຈຸມັມມີ່ຢ່າງໜ້ອຍ 8 ຮ່າງ ໃນສຸສານໃຕ້ດິນ ດຣາອະ ອາບັລ ນາກາ ໃກ້ກັບ “ ພູເຂົາກະສັດ” ທີ່ມີຊື່ສຽງ ໂດຍເປັນຫຼຸມສົບຂອງຂຸນນາງສູງສັກຄົນໜຶ່ງຊື່ “ ຢູເຊີຮັດ” ເຊິ່ງເຮັດໜ້າທີ່ເປັນຜູ້ພິພາກສາສະໄໝນັ້ນ

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...