Homeນານາສາລະວິທີແກ້ໄຂອາການເຫງົານອນປ້ອງກັນການຫຼັບໃນ ເມື່ອຂັບລົດ

ວິທີແກ້ໄຂອາການເຫງົານອນປ້ອງກັນການຫຼັບໃນ ເມື່ອຂັບລົດ

Published on

ໜຶ່ງໃນສາເຫດຂອງການເກີດອຸບັດຕິເຫດທາງລົດຍົນກໍ່ຄື ຄົນຂັບລົດມີອາການຫຼັບໃນ ໃນຄໍລຳສາລະໜ້າຮູ້ມື້ນີ້ ແອັດມິນມີ ວິທີແກ້ໄຂອາການເຫງົານອນປ້ອງກັນການຫຼັບໃນ ເມື່ອຂັບລົດ ມາຝາກ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານໄປພ້ອມກັນເລີຍ

ຕ້ອງເຮັດແນວໃດ ບໍ່ໃຫ້ເກີດຫຼັບໃນຂຶ້ນມາ

1. ກິນໝາກໄມ້ທີ່ມີຣົດຊາດສົ້ມ ເພາະໝາກໄມ້ທີ່ມີຣົດຊາດສົ້ມຈະຊ່ວຍກະຕຸ້ນປະສາດໃຫ້ສົດຊື່ນຂຶ້ນ

2. ອົມນ້ຳກ້ອນເຢັນໆ ຫຼື ດື່ມນ້ຳເຢັນໆ, ໃຊ້ນ້ຳເຢັນລ້າງໜ້າ ຈະຊ່ວຍໃຫ້ສົດຊື່ນຕື່ນຕົວ

3. ປິດແອຣໃນລົດແລ້ວເປີດແວ່ນໃຫ້ອາກາດຖ່າຍເທ ລົມທຳມະຊາດຈະຊ່ວຍໃຫ້ຄົນຂັບສົດຊື່ນຂຶ້ນ

4. ເປີດເພງດັງໆຈັງຫວະມັນໆ ແລ້ວຮ້ອງເພງໄປພ້ອມຈະຊ່ວຍໃຫ້ແກ້ອາການເຫງົານອນໄດ້

5. ຫາກເຫງົານອນແຮງບໍ່ໄຫວແທ້ໆໃຫ້ຫາຈຸດທີ່ຄິດວ່າປອດໄພຈອດພັກຜ່ອນສາຍຕາປະມານ 10-15                  ນາທີ ກ່ອນເດີນທາງຕໍ່

6. ຫາຄົນຊ່ວຍຂັບລົດປ່ຽນກັນຂັບຕະຫຼອດເສັ້ນທາງ

7. ເພື່ອບໍ່ໃຫ້ຮ່າງກາຍເມື່ອຈົນເກີນໄປສຳລັບຄົນທີ່ເດີນທາງໄກຄວນຈອດລົດພັກທຸກໆ 2-3 ຊົ່ວໂມງ                      ປະມານ 10-15 ນາທີ ກ່ອນເດີນທາງຕໍ່ໄປ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...