spot_img
Homeຂ່າວທ້ອງຖິ່ນປະຊາຊົນກຸ່ມບ້ານ 4 ເມືອງປາກຊ່ອງສາມັກຄີກັນ ແປງທາງເຂົ້າບ້ານ

ປະຊາຊົນກຸ່ມບ້ານ 4 ເມືອງປາກຊ່ອງສາມັກຄີກັນ ແປງທາງເຂົ້າບ້ານ

Published on

 

ດ້ວຍ​ຄວາມ​ຫຍຸ້ງຍາກ​ຂອງ​ເສັ້ນທາງ​ ເຮັດ​ໃຫ້ການ​ເຂົ້າ-ອອກ​ບ້ານ​ບໍ່​ສະດວກ ​ໃນ​ວັນ​ທີ 11 ສິງຫາ​ຜ່ານ​ມາ

ປະຊາຊົນ​ກຸ່ມ​ບ້ານ​ທີ 4 ລວມ 8 ບ້ານ​ໃນ​ເມືອງ​ປາກ​ຊ່ອງ​ ຈິ່ງ​ເຕົ້າ​ໂຮມ​ກັນ​ສາມັກຄີ​ສ້ອມ​ແປງ​ທາງ​ເຂົ້າ​ບ້ານ

​ດ້ວຍ​ຕົນ​ເອງ.

 

ການ​ອອກ​ແຮງ​ງານ​ໃນ​ຄັ້ງ​ນີ້ ​ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຊີ້​ນຳ​ຂອງ ທ່ານ ຄຳ​ສີ ປ່ຽງວໍ​ລະວົງ ​ເຈົ້າ​ເມືອງໆ

​ປາກ​ຊ່ອງ, ມີ​ຄະນະ​ພັກ​ເມືອງ ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ອຳ​ນາດ​ການ​ປົກຄອງ ​ແລະ ປາ​ຊາ​ຊົນ​ເຂົ້າ​ຮ່ວມ

700 ກວ່າ​ຄົນ.

 

ການ​ອອກ​ແຮງ​ງານ​ແມ່ນ​ໄດ້​ກຳນົດ​ເອົາຈຸດ​ບ້ານ​ຫ້ວຍຈຽດ​ເປັນ​ຈຸດ​ເລີ່ມ​ຕົ້ນ ເຊິ່ງ​ໄລ­ຍະ​ທາງ​ທີ່​ເປ່​ເພ​ໜັກ​

ແມ່ນ 300 ແມັດ ໂດຍ​ປະ­ຊາ­ຊົນ​ໄດ້ນຳ​ເອົາ​ພະ​ຫານະ​ຂອງ​ຕົນ​ ມາ​ແກ່​ເອົາ​ດິນ, ເອົາ​ຫີນມາ​ຖົມ​ຕາມ​ຈຸດ​ທີ່

​ເປັນ​ຂຸມ​ເປັນ​ບວກ, ຂຸດ​ຄອງ​ລະ­ບາຍ​ນ້ຳ​ຕາມ 2 ຟາກທາງ ແລະ ຖາງ​ປ່າ​ຈຸ​ຸດ​ທີ່​ຮົກ­ເຮື້ອ​ ເພື່ອເຮັດ​ໃຫ້ການ

​ສັນ­ຈອນ​ໄປŒມາ ​ໄດ້​ສະດວກ​ກວ່າ​ເກົ່າ.

 

ຕໍ່​ກັບ​ການ​ອອກ­ແຮງ​ງານ​ໃຫຍ່​ໃນຄັ້ງ​ນີ້ ທ່ານ ຄຳ​ສີ ປ່ຽງ​ວໍ­ລະ​ວົງ ເຈົ້າເມືອງໆ​ປາກ​ຊ່ອງ ​ກໍ​ໄດ້​ຍ້ອງ­ຍໍ​ຊົມ­ເຊີຍ

ຕໍ່​ຄະ­ນະ​ພັກ Œອຳ­ນາດ​ການ​ປົກ­ຄອງ, ຂະ­ແໜງ­ການ ແລະ ປະ­ຊາ­ຊົນ​ ທີ່​ໄດ້​ມີຄວາມ​ຕັດ­ສິນ​ໃຈ​ສູງ​ສາ­ມັກ­ຄີ​

ຮ່ວມ​ແຮງຮ່ວມ​ໃຈ​ກັນ​ ປະ­ກອບ­ສ່ວນ​ພັດ­ທະ­ນາທ້ອງ­ຖິ່ນ​ຂອງ​ຕົນ ​ກໍ​ຄື​ເຮັດ​ໃຫ້ການ​ສັນຈອນ​ໄປŒມາ, ການ

​ຂົນ­ສົ່ງ​ສິນ­ຄ້າ ແລະ ການ​ເຈັບ­ເປັນ​ ກໍ​ຈະ​ໄດ້​ໄປ​ປິ່ນ­ປົວ​ຢ່າງທັນ​ເວ­ລາ​ຕື່ມ​ອີກ.

 

ຂອບໃຈຂ່າວຈາກ: http://www.sedthakid.la/home/khao/19958.html

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...