Homeຂ່າວຕ່າງປະເທດມາເລເຊຍແອຣໄລນ ກຽມໃຊ້ລະບົບຕິດຕາມເຮືອບິນດ້ວຍດາວທຽມ ໃນປີ 2018ນີ້

ມາເລເຊຍແອຣໄລນ ກຽມໃຊ້ລະບົບຕິດຕາມເຮືອບິນດ້ວຍດາວທຽມ ໃນປີ 2018ນີ້

Published on

ເມື່ອວັນທີ 20 ເມສາ 2017 ນີ້ ເວັບໄຊ ລາວໄທ ລາຍງານວ່າ ສາຍການບິນມາເລເຊຍແອຣໄລນ ກຽມໃຊ້ລະບົບຕິດຕາມເຮືອບິນດ້ວຍດາວທຽມເປັນສາຍການບິນທຳອິດຂອງໂລກ ເພື່ອເພີ່ມປະສິດຕິພາບໃນການຕິດຕາມເຮືອບິນທີ່ເປີດໃຫ້ບໍລິການ.

ໂດຍລະບົບດາວທຽມດັ່ງກ່າວ ເປັນການຮ່ວມມືກັບບໍລິສັດເອກະຊົນຢ່າງ  Aireon ,Flight Aware ແລະ SITA OnAir ເຊິ່ງຈະສາມາດຕິດຕາມເຮືອບິນທີ່ໃຊ້ງານຢູ່ທຸກບ່ອນບໍ່ວ່າເປັນມະຫາສະໝຸດ, ຂົ້ວໂລກເໜືອ, ຂົ້ວໂລກໃຕ້ ຮວມໄປເຖິງພື້ນທີ່ຫ່າງໄກ ພ້ອມກັນນັ້ນຍັງສາມາດຮັບຮູ້ເຖິງຄວາມໄວ ລະດັບຄວາມສູງຂອງເຮືອບິນທີ່ໃຊ້ງານຢູ່ ເຊິ່ງຈະມີການແຈ້ງເຕືອນຜ່ານລະບົບຫາກພົບສິ່ງຜິດປົກກະຕິ ຄາດວ່າມາເລເຊຍແອຣໄລນ ຈະເລີ່ມທົດສອບໃຊ້ງານໃນປີ 2018 ນີ້

ໃນປັດຈຸບັນທຸລະກິດການໃຊ້ຂໍ້ມູນຈາກດາວທຽມເພື່ອຕິດຕາມທ້ຽວບິນໄດ້ຮັບການສະໜັບສະໜູນຫຼາຍຂຶ້ນ ເນື່ອງຈາກເຫັນວ່າຈະຊ່ວຍໃນການຕິດຕາມເສັ້ນທາງຂອງເຮືອບິນໄດ້ງ່າຍ ຫາກເກີດເຫດສຸກເສີນ ຫຼື ອາດປ້ອງກັນເຫດຮ້າຍໄດ້ທັນເວລາ

ທັງນີ້ ອົງການການບິນພົນລະເຮືອລະຫວ່າງປະເທດ ຫຼື ICAO ໄດ້ມີຄຳສັ່ງໃຫ້ເຮືອບິນທຸກລຳຕ້ອງສົ່ງຂໍ້ມູນສະຖານທີ່ບິນທຸກ 15 ນາທີ ໂດຍຄາດວ່າຈະປ່ຽນກົດເປັນ 1 ເທື່ອຕໍ່ນາທີກໍລະນີພົບຄວາມຜິດປົກກະຕິ ໃນປີ 2021.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...