spot_img
Homeຊີວິດແລະຄວາມຮັກ5 ສັນຍານທີ່ສຳພັດໄດ້ເຖິງການເລີກລາ

5 ສັນຍານທີ່ສຳພັດໄດ້ເຖິງການເລີກລາ

Published on

ຮັກໃນຊ່ວງໂປຣໂມຊັ່ນ ເຄືອເຂົາຫໍຍັງຫວານ ແຕ່ພໍໝົດຊ່ວງໂປຣໂມຊັ່ນແລ້ວ ນ້ຳຫວານຍັງຂົມປານນ້ຳຜັກໃສ່ ບາງຄູ່ຍິ່ງຄົບກັນດົນເທົ່າໃດຄວາມຮູ້ສຶກຍິ່ງອອກຫ່າງໄປເທົ່ານັ້ນ ຫຼື ວ່າໃນທີ່ສຸດຈະລົງທ້າຍດ້ວຍທາງຕັນຄວາມສຳພັນໄປກັນບໍ່ລອດ ໃນຄໍລຳຊີວິດ ກັບຄວາມຮັກ ມື້ນີ້ແອັດຈະມາບອກ 5 ສັນຍານຂອງຄົນໝົດໃຈມາຝາກ ຄວາມຮູ້ສຶກນີ້ອາດເກີດຂຶ້ນທີ່ຕົວເຮົາ ຫຼື ຕົວເຂົາກໍ່ໄດ້ ແຕ່ບໍ່ວ່າຈະເກີດຂຶ້ນກັບໃຜກ່ອນຫຼືຫຼັງກໍ່ຕາມ ສຸດທ້າຍກໍ່ມີຈຸດຈົບດຽວຄືເລີກ ເຊິ່ງ 5 ສັນຍານທີ່ຈະກ່າວຕໍ່ໄປນີ້ມີ:

  1. ເບິ່ງອີກຝ່າຍໃນແງ່ຮ້າຍຕະຫຼອດ ບໍ່ວ່າອີກຝ່າຍຈະເຮັດຫຍັງລົງໄປກໍ່ຮູ້ສຶກຂັດຕາຂັດໃຈຕົວເອງເລື່ອຍໆ
  2. ຢູ່ດີໆກໍ່ຄິດຮອດສະໄໝຕອນເປັນໂສດ, ມີຄວາມຮູ້ສຶກຢາກໃຊ້ຊີວິດແບບຄົນໂສດ ບໍ່ຜູກມັດກັບໃຜ
  3. ເມີນເສີຍໃນຕົວຂອງກັນ ແລະ ກັນ ຮູ້ສຶກວ່າແຮງຢູ່ໃກ້ກັນຄວາມຮູ້ສຶກກັບຍິ່ງຫ່າງໄກກັນອອກໄປ
  4. ມັກເອົາເລື່ອງໃນອາດີດຂຸດຂຶ້ນມາຄິດ, ມາເວົ້າໃຫ້ຜິດໃຈກັນ
  5. ແຮງພະຍາຍາມຮັກສາຄວາມສຳພັນ ຍິ່ງເຮັດໃຫ້ຮູ້ສຶກອຶດອັດ, ຝືນໃຈໜັກກວ່າເກົ່າ

ອາການທັງໝົດທີ່ກ່າວມາຂ້າງເທິງນີ້ ຫາກຄູ່ຮັກໃດມີຄົບທັງ 5 ຂໍ້ຮັບຮອງວ່າໄປກັນບໍ່ລອດແນ່ນອນ

 

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...