ຕອນທີ 25
ຫຼັງເອກຂັບລົດອອກຈາກເຮືອນແມ່ໄປສະຫງົບຈິດໃຈທີ່ໂຮງໝໍ ເອກເບິ່ງໜ້າອາລີ້ແລ້ວຮູ້ສຶກເສົ້າ ແລະ ກ່າວຄຳຈໍໂທດເບົາໆ ຂໍໂທດແທນແມ່ຕົວເອງທີ່ເຮັດເລື່ອງໂຫດຮ້າຍແບບນີ້ ແລະ ຫວັງວ່າຍິງຄົນຮັກຈະໃຫ້ອະໄພແມ່ຂອງຕົວເອງ, ນູ່ນີ່ໂທໄປຫາຢຸ້ຍທີ່ເຮືອນເພື່ອສອບຖາມວ່າເອກກັບບ້ານຫຼື ບໍ່ ແຕ່ຢຸ້ຍກໍ່ບອກວ່າບໍ່ໄດ້ກັບ ນູ່ນີ່ໂທໄປຫາຜົວຖາມວ່ານ້ອງກັບໄປເຮືອນ ຫຼື ບໍ່! ຜົວກໍ່ບອກວ່າບໍ່ໄດ້ມາ! ນ້ອງຊາຍຄົນນີ້ຄົງຈະກັບໄປຫາອາລີ້ທີ່ໂຮງໝໍ ຈິ່ງໄດ້ຂັບລົດຕາມໄປທີ່ໂຮງໝໍແລ້ວກໍ່ໄປພົບນ້ອງນັ່ງຂ້າງໆອາລີ້ຢ່າງທີ່ຄິດໄວ້ ນູ່ນີ່ຄ່ອຍຍ່າງເຂົ້າໄປສະກິດບ່ານ້ອງຊາຍເບົາໆແລ້ວບອກໃຫ້ອອກໄປລົມກັນທີ່ຂ້າງນອກ ນູ່ນີ່ໄດ້ເອີ່ຍຕໍ່ວ່ານ້ອງຊາຍທີ່ເຮັດພຶດຕິກຳກິລິຍາຢາບຄາຍແບບນັ້ນກັບຜູ້ເປັນມານດາ ເຖິງຈະຖືກຜິດຊົ່ວດີນັ້ນກໍ່ຄືແມ່ ຄົນທີ່ໃຫ້ກຳເນີດລ້ຽງດູສົ່ງເສີມຕົວເອງມາຕັ້ງແຕ່ເກີດຈົນໃຫຍ່ ດັ່ງນັ້ນເຖິງຈະໂມໂຫເສຍໃຈພຽງໃດກໍ່ຕ້ອງສະ ຫງົບປາກສະຫງົບຄຳ ແລະ ລະວັງການກຳທຳໃຫ້ຫຼາຍກວ່ານີ້ ບໍ່ດັ່ງນັ້ນມັນຈະເປັນບາບຕິດຕົວ, ເອກເມື່ອຟັງເອື້ອຍກ່າວຕໍ່ວ່າຕຳນິໃນທາງຕັກເຕືອນແບບນີ້ກໍ່ຄິດຂຶ້ນມາໄດ້ວ່າການກະທຳຂອງຕົນເອງນັ້ນມັນບໍ່ເໝາະສົມດັ່ງທີ່ເອື້ອຍກ່າວ ຈິ່ງຮູ້ສຶກເສຍໃຈກັບຄວາມຜິດພາດຄັ້ງນີ້ ແທບເຂົ່າຊຸດລົງກັບພື້ນນ້ຳຕາແຕກພັງຖ້ວມໃບໜ້າ ຫົວໃຈນີ້ຊ່າງເປັນທຸກອຸກອັ່ງແທ້ຄົນໜຶ່ງກໍ່ແມ່ ຄົນໜຶ່ງກໍ່ເປັນຍິງຄົນຮັກ.
ສາມມື້ແລ້ວເອກຜົວສຸດທີ່ຮັກຂອງຢຸ້ຍບໍ່ໄດ້ກັບມາທີ່ເຮືອນສາຍລາຍງານສົ່ງຂ່າວມາບອກວ່າ ຕະຫຼອດເວລາ3 ມື້ມານີ້ເອກຄອຍແຕ່ໄປເຝົ້າດູແລເອົາໃຈໃສ່ນາງມານສັດຕູຫົວໃຈຢ່າງອາລີ້ບໍ່ອອກຫ່າງ ປ່ອຍໃຫ້ຕົວເອົາໂສກເສົ້າເຫງົາຫງ໋ອຍຢູ່ກັບຄວາມທຸກລະທົບຂົມຂື່ນພຽງລຳພັງທີ່ເຮືອນຫຼັງກ້ວາງໃຫຍ່ຢ່າງອ້າງວ້າງ ຫົວໃນຂອງຜົວນັ້ນບໍ່ຮູ້ວ່າເອົາສິ່ງໃດປັ້ນແຕ່ງຂຶ້ນມາ ຈິ່ງໄຮ້ຄວາມຮູ້ສຶກຍິ່ງກວ່າກ້ອນແຮ່ກ້ອນຫີນ ເລື່ອງທີ່ໜີເມຍກັບມາວຽງກາງເດິກຄົນດຽວໂດຍບໍ່ບອກກ່າວເມື່ອຄາວກ່ອນຍັງບໍ່ຄິດຈະມາສຳລະຄວາມ, ມາກ່າວຄຳຂໍໂທດພຽງໜຶ່ງຄຳພໍໃຫ້ເມຍຊື່ນໃຈ ແຕ່ກັບເຫັນຍິງຄົນອື່ນນອກສົມຣົດສຳຄັນກວ່າ ເຖິງຈະບໍ່ຄິດມາພົບໜ້າເພື່ອກ່າວຄຳຂໍໂທດກັບເຫດການທີ່ເກີດຂຶ້ນ ພຽງໂທມາ ຫຼື ສົ່ງຂໍ້ຄວາມມາໃຫ້ເຫັນເພື່ອສະແດງໃຫ້ຕົນຮູ້ວ່າຢ່າງນ້ອຍຕົວເອງກໍ່ຍັງຢູ່ໃນສາຍຕາຂອງຜົວພຽງໜ້ອຍນິດກໍ່ຍັງດີ ດ້ວຍຄວາມນ້ອຍໃຈໃຫ້ກັບຄວາມເສີຍຊາຂອງສາມີຈິ່ງເຮັດໃຫ້ຢຸ້ຍ ເກີດເພີງໄຟໃນຊ່ວງເອິກລຸກໄໝ້ແຜດເຜົາໄວກວ່າໄຟລາມປ່າ ໄຟກິເລດຄວາມແຄ້ນນີ້ພ້ອມຈະແຜດເຜົາທຸກຄົນທີ່ເປັນສັດຕູກັບນາງໃຫ້ມອດໄໝ້ໄປໃນພິບຕາ ທົນມາກໍ່ແສນນານຫຼາຍວັນເວລາແລ້ວ ເຮັດດີກໍ່ແລ້ວ, ເຮັດເສີຍກໍແລ້ວ ເອົາໃຈກໍ່ແລ້ວ ແຕ່ຜົວກໍ່ບໍ່ເຄີຍເຫັນຄຸນຄ່າ ຕົນກໍ່ເປັນຄົນໆໜຶ່ງທີ່ມີຊີວິດເລືອດເນື້ອ ແລະ ຈິດໃຈເຈັບໄດ້ຮ້ອງໄຫ້ເປັນ ເມື່ອສຸດທົນບັ້ງອົດມັນແຕກແລ້ວຈະທົນໄປເພື່ອສິ່ງໃດ ຮັກຫຼາຍເຈັບຫຼາຍແຄ້ນຫຼາຍສິ່ງນີ້ບໍ່ເກີດກັບໃຜກໍ່ຄົງບໍ່ຮູ້ ວ່າແລ້ວງານນີ້ຕ້ອງມີລຸຍເປີດເສິກຊິງທ້າວຢ່າງເປັນທາງການ ເມຍນ້ອຍ ຫຼື ຄົນທີ່ມັກລັກກິນຂອງຊາວບ້ານມັນຕ້ອງໄດ້ຮັບບົດຮຽນທີ່ສາສົມ ຫຼັງອະນຸມັດແຜນງົບປະມານລາຍຈ່າຍສຳລັບເຮັດໂຄສະນາຂອງໂຮງແຮມສຳເລັດ ຢຸ້ຍກັບເລຂາສ່ວນຕົວກໍ່ຂັບລົດອອກຈາກໂຮງແຮມມຸ່ງໜ້າໄປທີ່ໂຮງໝໍດ້ວຍຫົວໃຈຄຽດແຄ້ນໝາຍເອົາຄືນ ໃນລະຫວ່າງເດີນທາງ ຢຸ້ຍໄດ້ແວ່ຮ້ານຂາຍດອກໄມ້ເພື່ອຊື້ພວງລີດພວງໃຫຍ່ ແລະ ໃຫ້ພະນັກງານຂາຍຈັດຊໍ່ດອກໄມ້ຈັນຊໍ່ໃຫຍ່ໃຫ້ຕົນອີກໜຶ່ງຊໍ່ເພື່ອຈະນຳໄປຢ້ຽມອາລີ້ທີ່ນອນຮັກສາຕົວຢູ່ໂຮງໝໍ.
ອາລີ້ທີ່ກຳລັງຫຼັບນອນພັກຜ່ອນກາຍຍາໃນຫ້ອງຄົນດຽວໂດຍຂາດຜູ້ເຝົ້າດູແລ ເພາະເອກກໍ່ໄປເຮັດວຽກ, ໝີນ້ອຍກໍ່ໄປເຮັດວຽກ, ລຸງກໍ່ກັບໄປດູແລສວນ ແລະ ສັດລ້ຽງຢູ່ເຮືອນ ເຫຼືອພຽງປ້າພໍດີຫຼານຫຼັບແພດເອົາໃບສັ່ງຢາມາໃຫ້ກໍ່ເລີຍຕ້ອງລົງໄປຊື້ຢາຕາມແພດໝໍສັ່ງ ໃນຈັງຫວະນັ້ນເອງກໍ່ເຂົ້າທາງພໍດີ ຢຸ້ຍກັບເລຂາ ນາລີ ຢຸ້ຍຖືຊໍ່ດອກໄມ້ ສ່ວນເລຂານາລີຖືພວງລີດທັງສອງເຂົ້າມາທີ່ຫ້ອງເຫັນວ່າບໍ່ມີໃຜເລີຍເປັນຈັງຫວະທີ່ດີ ທາງສະດວກ ຢຸ້ຍຖືຊໍ່ດອກໄມ້ຍ່າງຕົງໄປຢືນຢູ່ຂ້າງຕຽງເຫັນອາລີ້ນອນຫຼັບຢູ່ຈິ່ງໃຊ້ມືເລື່ອນປຸ່ມປິດສາຍນ້ຳເກືອເມື່ອນ້ຳເກືອບໍ່ໄຫລລົງກໍ່ເປັນເລືອດທີໄຫລຂຶ້ນມາແທນ ອາລີ້ຮູ້ສຶກເຈັບປວດຈິ່ງສະດຸ້ງຕື່ນຂຶ້ນມາພໍມືນຕາເຫັນເປັນຢຸ້ຍສັດຕູເກົ່າພ້ອມກັບຍິງແປກໜ້າອີກໜຶ່ງຄົນຢືນຢູ່ຄົນລະຝາກຕຽງຂອງຕົນ ແລະ ອາລີ້ກໍ່ຮູ້ສຶກເຈັບບໍລິເວນຈຸດແທງນ້ຳເກືອແນມເບິ່ງສາຍນ້ຳເກືອເປັນເລືອດໄຫລຂຶ້ນໄປ ແລະ ເຫັນວ່າປຸ່ມເປີດນ້ຳເກືອຖືກປິດຢູ່ຈິ່ງຄິດຈະເອົາມືຂວາຢືໄປເລື່ອນເປີດເພື່ອໃຫ້ນ້ຳເກືອໄຫລລົງ ແຕ່ຢຸ້ຍກໍ່ສັ່ງເລຂາຈັບກົດມືຂ້າງຂວາຂອງອາລີ້ໄວ້ແໜ້ນ ແລ້ວຢຸ້ຍກໍ່ໃຫ້ມືຂອງຕົນກຳແຂນຂ້າງຊ້າຍຂອງອາລີ້ຈຸດທີ່ແທງນ້ຳເກືອໄວ້ແໜ້ນຈົນອາລີ້ຮ້ອງຄວນຄາງອອກມາຢ່າງເຈັບປວດ ແຕ່ກໍ່ຖືກຢຸ້ຍໃຊ້ມືອີກຂ້າງປິດປາກອາລີ້ໄວ້ແໜ້ນ ສອງລຸມໜຶ່ງ ເລາຂາເປັນຄົນກົດລັອກຕົວອາລີ້ໄວ້ແໜ້ນຍາກທີ່ຈະດື້ນຫຼຸດ ອາລີເຈັບປວດຈົນຕາເຫຼືອກຕາລານນ້ຳຕານອງເຕັມໜ້າເວລານັ້ນທັງເຈັບທັງຢ້ານກົວດັ່ງຄົນໃກ້ຕາຍ ເຖິງຈະພະຍາຍາມດິ້ນເອົາຕົວໃຫ້ຫຼອດແຕ່ເພາະຕົວເອງບາດເຈັບຢູ່ກຳລັງວັງຊາກໍ່ຍັງບໍ່ທັນກັບມາສົມບູນຈິ່ງບໍ່ສາມາດເຮັດໃຫ້ໄດ້ຫຼາຍ ເຖິງຈະພະຍາ ຍາມສົ່ງສຽງກີ໊ດຫວັງໃຫ້ຄົນທາງນອກໄດ້ຍິນມາຊ່ວຍຄວາມຫວັງກໍ່ລິນລີ່ ສາຍຕາອາຄາດພະຍາບາດຂອງ ຢຸ້ຍມັນຊ່າງໂຫດຮ້າຍຜິດມະນຸດ ຢຸ້ຍກັບເລຂານາລີທີ່ມີຣົດນິຍົມມັກຄວາມສາດິດມັກໃຊ້ຄວາມຮຸນແຮງພາ ກັນຫົວເຢາະເຢີ້ຍສະໃຈມີຄວາມສຸກທີ່ເຫັນອາລີ້ທໍລະມານ ເຫັນເລືອດຂອງສັດຕູໄຫລຊຶມອອກມາຜ່ານມື ນີ້ມັນຊ່າງເປັນຣົດຊາດທີ່ຫອມຫວານກວ່າຄຣີມນົມເນີຍທີ່ເຄີຍໄດ້ກິນທັງໝົດ ຢຸ້ຍຈ້ອງເບິ່ງທີ່ໜ້າຂອງອາລີ້ດ້ວຍສາຍຕາອັນດຸຮ້າຍໜ້າກົວກ່ອນກ່າວອອກໄປຢ່າງຊ້າໆເນັ້ນໆວ່າ
ຢຸ້ຍ: “ເຈັບ! 555! ມຶງເຈັບເປັນເສີຍ! ກູຄິດວ່າມຶງຈະດ້ານຈົນບໍ່ຮັບຮູ້ເຖິງຄວາມເຈັບປວດຄວາມທໍລະມານເສຍແລ້ວ! ມືງຄົງຈະມີຄວາມສຸກ….ຫຼາຍ….? ກັບການລັກກິນຂອງຄົນອື່ນ! ຫຼື ມຶງຈະແກ້ງບ້າບອກກູວ່າມຶງບໍ່ຮູ້ວ່າເອກມີເມຍແລ້ວນັ້ນກໍ່ຄືກູ ຫະ! ຫະ! ມຶງເບິ່ງໜ້າກູໄວ້ແລ້ວຈຳໄວ້ໃຫ້ແມ້ນຈົນວັນຕາຍ ເອກເປັນຜົວກູ ມືງຢ່າຄິດມາຍາດ! ຖ້າບໍ່ດັ່ງນັ້ນ ກູຈະສົ່ງມຶງໄປຢ້ວາສະຫວາດຍົມມະທູດໃນນະລົກແທນ”
ເຈັບບາດແຜແທບທົນບໍ່ໄຫວກໍ່ສ່ວນໜຶ່ງ ຕົກໃຈກັບຄຳເວົ້າກໍ່ສ່ວນໜຶ່ງ ອາລີ້ເຖິງກັບທົນບໍ່ໄຫວໃນທີ່ສຸດກໍ່ສະຫຼົບນິ້ງທີ່ຕຽງ ເມື່ອຢຸ້ຍກັບເລຂາເຫັນອາລີ້ສະຫຼົບໄປພວກທາງເຖິງປ່ອຍວາງມືອອກຈາກຕົວອາລີ້
ເລຂາຖາມນາຍຢ່າງສີໜ້ານິ້ງດັ່ງບໍ່ມີເລື່ອງໃດເກີດຂຶ້ນ: “ມັນນິ້ງໄປແລ້ວ ຫຼື ວ່າມັນຈະຕາຍ”
ຢຸ້ຍເອົານິ້ວມືໄປໃສ່ໃກ້ໆຮູດັງຂອງອາລີ້: “ມັນຍັງບໍ່ຕາຍ! ມັນພຽງສະຫຼົບ”
ເລຂາ: “ຈະເກັບມັນເລີຍ ຫຼື…”
ຢຸ້ຍ: “ຍັງຕອນນີ້ຍັງບໍ່ແມ່ນເວລາທີ່ເໝາະສົມ! ເຮົາເປັນເສືອກ່ອນຈະກິນເຫຍື່ອຕ້ອງຄ່ອຍຢອກໃຫ້ມັນຢ້ານ, ມັນເຈັບເທື່ອລະເລັກລະໜ້ອຍຈົນມັນມໍລະມານເຖິງຂີດສຸດ ຖ້າມັນບໍ່ຂ້າຕົວຕາຍ ເຮົາຈິ່ງຄ່ອຍສົງເຄາະມັນກໍ່ຍັງບໍ່ສາຍ”
ທັງຢຸ້ຍກັບເລຂານາລີ ຫົວຍິ້ມຖືກໃຈ ພາກັນຟ້າວຍ່າງອອກຈາກຫ້ອງຍ່າງໃຈເຢັນດັ່ງກັບບໍ່ເຄີຍມີເຫດການໃດເກີດຂຶ້ນ ແຕ່ໃນລະຫວ່າງໄຂປະຕູອອກໄປກໍ່ພໍດີສວນທາງກັບປ້າຂອງອາລີ້ທີ່ພໍດີບິດປະຕູເຂົ້າມາໃນຫ້ອງພໍດີ ປ້າຂອງອາລີ້ແນມຈ້ອງເບິ່ງໜ້າຂອງສອງຄົນນັ້ນຢ່າງແປກໃຈ ເພາະບໍ່ເຄີຍເຫັນສອງຄົນນີ້ມາກ່ອນ ເມື່ອຢຸ້ຍກັບເລາຂາຍ່າງອອກວິດປະຕູກໍ່ຟ້າວຍ່າງຈາກໜີທັນທີ ໂດຍປ້າອາລີ້ກໍ່ຍ່າງເຂົ້າມາໃນຫ້ອງໂດຍບໍ່ຄິດຫຍັງກັບສອງຄົນນັ້ນຫຼາຍ ແຕ່ເມື່ອແນມມາທີ່ຫຼານສາວເກືອບຊັອກສະຫຼົບໄປອີກຄົນ ຖົງຢາໃນມືລົ່ນລົງພື້ນ ປ້າອາລີ້ຟ້າວແລ່ນອອກຈາກຫ້ອງໄປຫ້ອງແພດໝໍມາຊ່ວຍ ທາງທີມແພດໄດ້ເຂົ້າມາປົດເຂັມນ້ຳເກືອອອກຈາກແຂນ, ເຮັດການຫ້າມເລືອດໃຫ້ອາລີ້ ແລະ ເຮັດການຮັກສາໄດ້ທັນເວລາ ອາລີ້ກັບສູ່ສະພາບປົກກະຕິ ປ້າອາລີ້ກົດໂທລະສັບໂທຫາໝີນ້ອຍລູກສາວເພື່ອແຈ້ງເລື່ອງນີ້ໃຫ້ຮັບຊາບ ແຕ່ເວລານັ້ນໝີນ້ອຍບໍ່ຮັບສາຍເນື່ອງຈາກວາງໂທລະສັບໄວ້ໂຕະເຮັດວຽກ ສ່ວນເຈົ້າຂອງໂທລະສັບຢ່າງໝີນ້ອຍນັ້ນກຳລັງມີຄວາມສຸກຈູຈີນົວເນຍກັບ “ໂຈ້” ໜຸ່ມພະນັກງານສາງທີ່ຫ້ອງນໍ້າໃນພະແນກສາງສິນຄ້າຢ່າງເມົາມັນ ປ້າອາລີ້ໂທຫາລູກສາວດ້ວຍຄວາມຮ້ອນໃຈເປັນສິບໆສາຍແຕ່ກໍ່ບໍ່ຮັບ ຈິ່ງຄິດອອກວ່ານາຍນ້ອຍເອກໄດ້ຈົດເບີໂທໃຫ້ໄວ້ໃນປື້ມນ້ອຍ (ປື້ມໂທລະສັບ) ສີດຳຕົນເອາໄວ້ທີ່ກະເປົາຈິ່ງຟ້າວຈົກເອົາປື້ມນັ້ນອອກມາແລ້ວເປີດຊອກຫາເບີໂທ ເປີດປື້ມນ້ອຍເຈ້ຍໜ້ານັ້ນໃບນີ້ໃນທີ່ສຸດກໍ່ພົບ ເບີຂອງສາວນູ່ນີ່ ແລະ ກໍ່ເບີໂທຂອງນາຍນ້ອຍເອກ ປ້າຈິ່ງໄດ້ຕັດສິນໃຈກົດໂທໄປທີ່ເບີຂອງນາຍນ້ອຍເອກກ່ອນ
ວັນນີ້ນາຍນ້ອຍເອກມີປະຊຸມກັບຄູ່ຄ້າທາງທຸລະກິດທີ່ເດີນທາງມາຈາກປະເທດຍີ່ປຸ່ນ ຈິ່ງບໍ່ສະກວດຮັບສາຍ ເຖິງຈະຮູ້ວ່າປ້າຂອງອາລີ້ໂທມາແຕ່ກໍ່ຈຳໃຈກົດສາຍຖິ້ມ ປ້າອາລີ້ໂທຫາຊ້ຳໆ 2-3 ເທື່ອເມື່ອນາຍນ້ອຍເອກບໍ່ຍອມຮັບສາຍກໍ່ຄດໄດ້ວ່າຄົງຈະຕິດທຸລະສຳຄັນຢູ່ ປ້າຈິ່ງປ່ຽນໄປໂທຫານູ່ນີ່ເອື້ອຍຂອງເອກແທນ ໃນເວລານັ້ນນູ່ນີ່ເອງກໍ່ຄາເຂົ້າຮ່ວມກອງປະຊຸມທີ່ທາງສະມາຄົມຄົນພິການຈັດຂຶ້ນໃນຫົວຂໍ້ການຈ້າງງານຄົນພິການ ເຊິ່ງຈັດຂຶ້ນທີ່ໂຮງແຮມດອກຈັນພາຣເລດ ນູ່ນີ່ເປັນໜຶ່ງໃນທຸລະກິດທີ່ຖືກເຊີນເຂົ້າໄປຮ່ວມຮັບຟັງ ແຕ່ເມື່ອມີສາຍໂທເຂົ້າກໍ່ສາມາດຮັບໄດ້ເລັກນ້້ອຍ
ນູ່ນີ່ກົ້ມຫົວລົງໂຕະເລັກນ້ອຍແລະລົມສາຍດ້ວຍສຽງເບົາໆ: “ສະບາຍດີ! ນູ່ນີ່ກຳລັງເວົ້າ! ໃຜໂທມານໍ້”
ປ້າອາລີ້ເວົ້າດ້ວຍສຽງສັ່ນ: “ສາວນູ່ນີ່ຫວານິ”
ນູ່ນີ່: “ແມ່ນແລ້ວໃຜນໍ້ນິ”
ປ້າອາລີ້: “ຂ້ອຍແມ່ນປ້າອາລີ້! ຈະໂທມາບອກວ່າອາລີ້ຖືກຄົນເຂົ້າມາທຳຮ້າຍ”
ນູ່ນີ່ຕົກໃຈຕາຕື່ນແຕ່ກໍ່ເກັບອາການ: “ເອີ່…! ອີກ 30 ນາທີ ດຽວຂ້ອຍຈະໂທກັບເດີ້ ຕອນນີ້ຍັງຄາປະຊຸມຢູ່! ໂຊກດີ” ກົດວາງສາຍ.
ປ້າອາລີ້ນັ່ງຮ້ອງໄຫ້ເສຍໃຈສົງສານຫຼານສາວເຈັບຢູ່ແທ້ໆຍັງມີຄົນໃຈມານມາທຳຮ້າຍໄດ້ລົງຄໍ ຄວາມຜິດນີ້ຕ້ອງໂທດໃຫ້ຕົວເອງທີ່ບໍ່ເບິ່ງຫຼານໃຫ້ດີ ປ່ອຍໃຫ້ຫຼານຢູ່ລຳພັງເລີຍເກີດເລື່ອງແບບນີ້.
ນູ່ນີ່ຫຼັງຈາກຮັບສາຍໂທລະສັບຂອງປ້າອາລີ້ກໍ່ບໍ່ມີສະມາທິຟັງລາຍລະອຽດໃນທີ່ປະຊຸມ ຮ້ອນໃຈຢາກຮູ້ເລື່ອງທີ່ເກີດຂຶ້ນ ສົງໃສວ່າໃຜຊ່າງກ້າບຸກໄປທຳຮ້າຍອາລີ້ຮອດໂຮງໝໍ ລຸ້ນຈະເປັນຄົນຂອງແມ່ສົ່ງໄປອີກຫຼືບໍ່! ໂອຍຍຍຍ! ແນມເບິ່ງໂມງຢູ່ແຂນຫຼາຍຮອບເວລາຊ່າງເດີນໄປຊ້າເຫຼືອເກີນ ເຫຼືອພຽງ 10 ນາທີກໍ່ຈະພັກແບກດື່ມອາຫານວ່າງ ແຕ່ເຫດໃດ 10 ນາທີຂອງຕອນນີ້ເຖິງເດີນໄປຊ້າແທ້. ນຸ່ນີ່ນັ່ງລໍອອກຮ້ອນອອກຮົນທົນຈົນໃນທີ່ສຸດກໍ່ເຖິງເວລາພັກແບກກິນອາຫານຫວ່າງ ນາງຟ້າວຍ່າງອອກຈາກຫ້ອງປະຊຸມແລ້ວຊອກຫາບ່ອນມິດໆເພືອໂທລະສັບກັບໄປຫາປ້າອາລີ້ຖາມລາຍລະອຽດທັງໝົດ ຫຼັງຟັງເລື່ອງລາວທັງໝົດຈາກປ້າອາລີ້ນູ່ນີ່ກໍ່ຮູ້ສຶກເປັນຫ່ວງຄວາມປອດໄພຂອງອາລີ້ຂຶ້ນມາທັນທີ ແລະ ກໍ່ຄິດສັບສົນວ່າຈະເອົາແນວໃດດີ ຈະໂທບອກເອກໃຫ້ຮູ້ຕອນນີ້ເລີຍດີບໍ່ ຫຼື ມັນອາດບໍ່ດີ ເພາະຈະໄປກວນສະມາທິການເຮັດວຽກຂອງເອກ ອີກຢ່າງຕອນນີ້ນູ່ນີ່ກໍ່ປອດໄພດີແລ້ວ ສຸດທ້າຍນູ່ນີ່ຕັດສິນໃຈບໍ່ໂທບອກເອກ.
ອາລີ້ນອນສະຫຼົບໄປປະມານ 3 ຊົ່ວໂມງກ່ອນຈະຮູ້ເມື່ອຄີງນາງໄດ້ລະເມີຮ້ອງໄຫ້ສຽງດັງ ແລະ ເວົ້າອອກໄປວ່າ: “ຢ່າ! ຢ່າ! ຊ່ວຍແດ່…ໃຜກໍ່ໄດ້ຊ່ວຍຂ້ອຍແດ່” ປ້າທີ່ນັ່ງເຝົ້າຢູ່ຂ້າງຕຽງກໍ່ຟ້າວໂອບກອດຫຼານໄວ້ພ້ອມທັງຮ້ອງປຸກອາລີ້ໃຫ້ຕື່ນຈາກຝັນຮ້າຍ ກ່ອນສຽງຮ້ອງໄຫ້ນັ້ນຈະມິດລົງພ້ອມການມືນຕາຂຶ້ນມາ ອາລີ້ຫັນແນມໜ້າປ້າດ້ວຍນ້ຳຕາ ແລະ ກ່າວວ່າ
ອາລີ້: “ປ້າ! ຫຼານຢາກກັບບ້ານເຮົາບໍ່ຢາກຢູ່ນີ້ແລ້ວ’
ປ້າ: “ອາລີ້! ລູກຍັງບໍ່ຫາຍດີຢ່າຟ້າວອອກໂຮງໝໍເລີຍ ນອກຮັກສາຕົວໃຫ້ແຂງແຮງກ່ວານີ້ກ່ອນຈິ່ງຄ່ອຍກັບ”
ອາລີ້ຢູ່ໃນສະພາບຢ້ານກົວດັ່ງຄົນໃກ້ຈະເສຍສະຕິ: “ຢູ່ບໍ່ໄດ້ແລ້ວ! ຂ້ອຍຢ້ານ! ຢ້ານພວກມັນກັບມາທຳຮ້າຍຂ້ອຍອີກ! ເຮົາກັບບ້ານ! ກັບເມືອຮັກສາຕົວຢູ່ເຮືອນຕໍ່ກໍ່ໄດ້ເນາະ! ເນາະ! ປ້າຫຼານບໍ່ຢາກຢູ່ອີກແລ້ວຫຼານຢ້ານ”
ປ້າໂອບກອດ ແລະ ລູບຫົວຫຼານສາວເບົາ: “ຕັ້ງສະຕິລູກຕັ້ງສະຕິ! ຂວັນເອີ້ຍຂວັນມາ,”
ປ້າໄດ້ເວົ້າປອບໃຈຫຼານສາວເກືອບຊົ່ວໂມງກວ່າລານຈະຄ່ອຍໆສະຫງົບລົງ ແລະ ກັບມາເປັນຫຼານສາວຄົນເກົ່າທີ່ລົມກັນເຂົ້າໃຈຂຶ້ນກວ່າຕອນທີ່ຟື້ນຕື່ນຂຶ້ນມາໃໝ່ໆ
ເວລາ 16:00 ໂມງຫຼັງເລີກປະຊຸມ ນູ່ນີ່ກັບມາທີ່ບໍລິສັດ ພໍດີເອກນ້ອງຊາຍທີ່ບ່ອນຈອດລົດ ທັງສອງໄດ້ຢືນສົນທະນາກັນ ນູ່ນີ່ກ່າວກັບນ້ອງຊາຍດ້ວຍສີໜ້າອຸກອັ່ງ
ນູ່ນີ່: “ເອກ! ບ່າຍນີ້ເຈົ້າມີວຽກຫຼາຍບໍ່”
ເອກ: “ມີເລັກໜ້ອຍ! ແຕ່ກໍ່ບໍ່ແມ່ນວຽກສຳຄັນຫຼາຍ ກະວ່າຈະເຂົ້າໄປທີ່ໂຮງໝໍ ເຫັນປ້າຂອງອາລີ້ໂທມາຫາຫຼາຍສາຍບໍ່ຮູ້ວ່າມີເລື່ອງດ່ວນຫຍັງ ຫຼື ບໍ່ ແລ້ວເອື້ອຍມີຫຍັງສຳຄັນຈະເວົ້າກັບນ້ອງບໍ”
ນູ່ນີ່: “ເລື່ອງທີ່ເອື້ອຍຈະເວົ້າກໍ່ກ່ຽວພັນກັບປ້າອາລີ້ນິລະ! ຄືຕອນເຊົ້າຫວ່າງເອື້ອຍປະຊຸມຢູ່ປ້າອາລີ້ໂທມາແຈ້ງວ່າ ອາລີ້ ມີຄົນເຂົ້າໄປທຳຮ້າຍ ແຕ່ຕອນນີ້ອາລີ້ປອດໄພດີແລ້ວ”
ເອກສີໜ້າຕາຕື່ນຕົກໃຈ ຟ້າວແລ່ນໄປຫາລົດເພືອຈະອອກໄປຈາກບໍລິສັດ ມຸ່ງໜ້າໄປທີ່ໂຮງໝໍ ເມື່ອໄປຮອດບ່ອນຈອດລົດຂອງໂຮງໝໍຫຼັງຈາກລົງລົດແລ້ວກໍ່ຟ້າວແລ່ນຈາກຄອກລົດ ໄປຫາອາລີ້ທີ່ກ້ອງທັນທີ
ທີ່ໜ້າຫ້ອງເອກຢຸດຊຶງຕັ້ງທ່າເລັກນ້ອຍດ້ວຍອາການຫອບເມື່ອຍຫົວໃຈເຕັ້ນໄວຫາຍໃຈຖີ່ມີເຫື່ອເຕັມໃບໜ້າແລະ ລຳຕົວ ກ່ອນຈະສູດລົມຫາຍໃຈເຂົ້າໄປໃນທ້ອງເລິກໆກ່ອນປ່ອຍອອກມາຈາກນັ້ນກໍ່ໄຂປະຕູຫ້ອງເຂົ້າໄປ ເຫັນປ້າ ກຳລັງເອົານ້ຳໃຫ້ອາລີ້ດື່ມ ເອກຍ່າງເຂົ້າໄປຢ່າງຊ້າໆ ແນມໄປຮອບໆຫ້ອງເຫັນພວງລີດ ກັບ ຊໍ່ດອກໄມ້ຈັນທີ່ວາງໄວ້ແຈຫ້ອງທັງຮູ້ສຶກຕົກໃຈ ແລະ ງົງ ເຫດໃດໃນຫ້ອງຈິ່ງມີສິ່ງອັບປະມົງຄຸນນີ້ ເອກໄດ້ຫັນໄປຖາມປ້າອາລີ້
ເອກ: “ປ້າ! ຂອງພວກນີ້ໃຜນຳເຂົ້າມາ”
ປ້າ: “ປ້າກໍ່ບໍ່ຮູ້ດອກວ່າແມ່ນໃຜ! ເຊົ້ານີ້ປ້າໄປຊື້ຢາທີ່ຊັ້ນລຸ່ມ ພໍກັບມາກໍ່ມີຜູ້ຍິງ 2 ຄົນງາມໆຫອມໆ ຍ່າງສວນປະຕູປ້າອອກມາ ພໍປ້າເຂົ້າມາກໍ່ເຫັນເຄື່ອງຂອງທັງໝອນທັງຜ້າຫົ່ມກະຈາຍສະເຕັມພື້ນຫ້ອງ! ສາຍນ້ຳເກືອ ແລະ ແຂນຂອງອາລີ້ເຕັມໄປດ້ວຍເລືອດ ເຫັນອາລີ້ນອນສະຫງົບປຽກເຫື່ອທັງຕົວ ທີ່ແຂນກໍ່ມີຮອຍມືແດງຊ້ຳໄປໝົດ! ປ້າບໍ່ຮູ້ວ່າສອງຄົນນັ້ນແມ່ນໃຜ ເຫດໃດຈິ່ງໃຈມານໃຈດຳກັບຫຼານປ້າແທ້ ລັງແກທຳຮ້າຍໄດ້ແມ່ນຕອນທີ່ຍັງບາດເຈັບຢູ່’
ຫົວໃຈຂອງເອກສະທ້ານຕາແດງກ່ຳທັງສອງ ເອີ່ຍບອກໃຫ້ປ້າອອກໄປຂ້າງນອກກ່ອນ ເພາະຕົນມີເລື່ອງຈະລົມກັບອາລີ້ສອງຕໍ່ສອງ ປ້າກໍ່ຮູ້ງານຕາມເຄີຍຍິນດີເຮັດຕາມທີ່ບອດອອກໄປລໍທາງນອກປ່ອຍໃຫ້ທັງສອງໄດ້ສົນທະນາກັນເປັນການສ່ວນຕົວ.
ເອກຟ້າວຍ່າງພຸ່ງໄປຫາອາລີຟ້າວຈັບມືອາລີ້ໄວ້ ແຕ່ອາລີ້ກໍ່ຖົກມືກັບ ແລ້ວເບິ່ງໜ້າເອກດ້ວຍສີໜ້າແວວຕາທີ່ເຢັນຊາ ພ້ອມຖາມໄປດ້ວຍນ້ຳສຽວເສີຍຊາວ່າ
ອາລີ້: “ມາເຮັດຫຍັງ”
ເອກເຮັດໜ້າຕື່ນກັບຄຳຖາມຂອງອາລີ້ເລັກນ້ອຍ: “ມາເບິ່ງວ່າອາການເຈົ້າເປັນແນວໃດ! ເຈັບບ່ອນໃດ”
ອາລີ້ຫັນໜ້າໜີ: “ບໍ່ຈຳເປັນ”
ເອກເອື້ອມມືຈະໄປຈັບມືອາລີ້ ແຕ່ອາລີ້ກໍ່ຖອຍມືໜີ ແລ້ວບອກວ່າ: “ຂ້ອຍຕ້ອງການພັກຜ່ອນ” ອາລີ້ຫັນຫຼັງໃສ່ເອກຢ່າງເສີຍຊາ
ພຶດຕິກຳທີ່ອາລີ້ເຮັດກັບເອກໃນມື້ນີ້ມັນຊ່າງແປກແຕກຕ່າງກວ່າທຸກເທື່ອ ຄົນທີ່ເຫັນຢູ່ຕົງໜ້ານີ້ບໍ່ຄືອາລີ້ຄົນເກົ່າ ເພາະອາລີ້ຄົນເກົ່າເຕັມໄປດ້ວຍຄວາມອ່ອນຫວານ ບໍ່ເຢັນຊາກັບຕົນພຽງນີ້ ຫຼື ວ່າອາລີ້ເກີດກະທົບ ກະເທືອນສະໝອງສ່ວນໃດ ຫຼື ບໍ່ ນາງຈິ່ງປ່ຽນໄປເຖິງພຽງນີ້ ຫຼື ວ່ານາງຈະເມື່ອຍຕ້ອງການພັກຜ່ອນແທ້ໆ ຫຼື ນາງຈະອາລົມບໍ່ດີ ເລີຍບໍ່ຕ້ອງການເຫັນໜ້າເຮົາ ຕົກລົງນາງເປັນຫຍັງແທ້ ເອກຕອນນີ້ເຮັດຕົວບໍ່ຖືກ ເມື່ອສະຖານະການເປັນແບບນີ້ເອກຈິ່ງບໍ່ຊູຊີ ຍອມເຮັດຕາມທີ່ນາງບອກ ແຕ່ກ່ອນຈະອອກຈາກຫ້ອງໄປໄດ້ເອີ່ຍບອກກັບອາລີ້ວ່າ
ເອກ: “ຊັ້ນເຈົ້ານອນພັກຜ່ອນໃຫ້ສະບາຍ ໄວ້ເຈົ້ານອນອີ່ມອາລົມດີແລ້ວຂ້ອຍຈິ່ງຈະເຂົ້າມາໃໝ່”
ອາລີ້: “ເຈົ້າກັບໄປຫາເມຍຂອງເຈົ້າເຖີດ ຢ່າມາວຸ້ນວາຍກັບຂ້ອຍເລີຍ ເພາະຂ້ອຍຢ້ານຂ້ອຍຕາຍຍ້ອນພິດຮັກແຮງຫຶງເມຍຂອງເຈົ້າ! ຝາກບອກນາງວ່າຂ້ອຍຍອມຄືນຜົວຂອງນາງແລ້ວ”
ເອກສະທ້ານຂຶ້ນມາທັນທີ່ເມື່ອໄດ້ຍິນອາລີ້ເອີ່ຍແບບນີ້ກໍ່ຮູ້ເລີຍວ່າ ຄົນທີ່ມາທຳຮ້າຍອາລີ້ໃນວັນນີ້ແມ່ນໃຜ ທີ່ແທ້ຈິງກໍ່ແມ່ນເມຍຂອງຕົນເອງ ເອກຈິ່ງຍ່າງໜ້າບູດບຶ້ງອອກຈາກຫ້ອງຂອງອາລີ້
ອ່ານຕໍ່ຕອນທີ 26 ຕາມລິ້ງ https://www.laopost.com/2017/04/10/88530
ອ່ານຍ້ອນຄືນຕອນທີ 24 ທີ່ລິ້ງ https://www.laopost.com/2017/04/09/88457