Homeມັງງະຂັ້ນຕອນການເຮັດໜ້າປົກວາລະສານ "Shonen Jump" ທີ່ຄຸ້ນຕາກັນດີຂອງຄົນອ່ານກາຕູນ

ຂັ້ນຕອນການເຮັດໜ້າປົກວາລະສານ “Shonen Jump” ທີ່ຄຸ້ນຕາກັນດີຂອງຄົນອ່ານກາຕູນ

Published on

ໂຊເນັນຈ້ຳ (Shonen Jump) ແມ່ນວາລະສານມັງງະລາຍອາທິດຂອງຍີ່ປຸ່ນທີ່ຢູ່ຄູ່ກັບຄົນຮັກກາຕູນຍີ່ປຸ່ນມາຍາວນານ ເຊິ່ງຜູ້ຂຽນກໍເຊື່ອວ່າປະເທດເຮົາກໍເປັນປະເທດໜຶ່ງທີ່ໄດ້ຮັບອິດທິພົນຈາກກາຕູນຍີ່ປຸ່ນເຮັດໃຫ້ເກີດມີຄົນຮັກກາຕູນຕ່າງໆ ແລະປັດຈຸບັນວາລະສານເຫຼັ້ມນີ້ມີກາຕູນລົງເຖິງ 20 ເລື່ອງ ເຊິ່ງເຫຼັ້ມໜຶ່ງມີເຖິງ 500 ໜ້າ, ໂດຍກາຕູນດັງໆສ່ວນໃຫຍ່ກໍມັກຈະລົງຢູ່ໃນວາລະສານເຫຼັ້ມນີ້ກັນທັງນັ້ນບໍ່ວ່າຈະເປັນ One Piece , Naruto ຯລຯ 

    ສ່ວນປົກວາລະສານເຫຼັ້ມນີ້ທີ່ເຮົາເຫັນກັນມານັ້ນມັນຈັ່ງແມ່ນເບິ່ງແອອັດທີ່ເຕັມໄປດ້ວຍໂຕກາຕູນຕ່າງໆ ລວມໄປເຖິງໂຕໜັງສືທີ່ຂຽນນຳກາຕູນຫຼາຍໆເລື່ອງມາບຽດຢູ່ນຳກັນ ແລະຈະມີໃຜສົງໃສບໍ່ວ່າໜ້າປົກວາລະສານແບບນີ້ເຂົາເຈົ້າເຮັດກັນຈັ່ງໃດ ຖ້າຢາກຮູ້ມາເບິ່ງນຳກັນເລີຍ 


 ວ່າຈັ່ງໃດນໍ້… ປົກວາລະສານພຽງເຫຼັ້ມດຽວກໍມີລາຍລະອຽດເລັກໆນ້ອຍໆຫຼາກຫຼາຍ ຄືກັບການຕໍ່ຈິດຊໍເລີຍເນາະ ໃຜທີ່ຝັນຢາກເຮັດວຽກໃນສາຍນີ້ຄົງຕ້ອງເຝິກຝົນຕົນເອງດີໆແນ່ແລ້ວ ເພາະຕ້ອງມີຄວາມອົດທົນສູງເພື່ອເກັບລາຍລະອຽດຕ່າງໆໃຫ້ໄດ້.
ແຫຼ່ງຂ່າວ: online station

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...

ອົດສະຕາລີກຽມອອກມາດຕະການຫ້າມນັກຮຽນຕ່າງຊາດ ພາຄູ່ຄອງ-ລູກໄປອາໄສຢູ່ນຳ

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົດສະຕາລີອອກມາດຕະການເຂັ້ມງວດໃນການກວດຄົນເຂົ້າເມືອງ ໂດຍຫ້າມນັກຮຽນຕ່າງຊາດພາຄູ່ຄອງ ແລະ ລູກຕິດຕາມໄປຢູ່ອາໄສນຳ ພ້ອມເພີ່ມຄວາມເຂັ້ມງວດການປ່ຽນປະເພດວີຊາ ເພື່ອຫວັງຈະຫຼຸດຈຳນວນຜູ້ອົບພະຍົບໃຫ້ເຫຼືອ 2.25 ແສນຄົນພາຍໃນປີ 2028. ລັດຖະບານປະເທດອົດສະຕາລີກຽມອອກມາດຕະການເຂັ້ມງວດຂອງລະບົບຄົນເຂົ້າເມືອງ ໂດຍໜຶ່ງໃນມາດຕະການສຳຄັນຄື ຫ້າມນັກຮຽນຕ່າງຊາດນຳສະມາຊິກຄອບຄົວຕິດຕາມໄປອົດສະຕາລີໃນລະຫວ່າງການຮ່ຳຮຽນ ເຊິ່ງຄາດວ່າຈະສົ່ງຜົນຕໍ່ຄູ່ຄອງ ແລະ...

ນາຍົກມີຄໍາເຫັນເນັ້ນໜັກບັນດາກະຊວງ-ຂະແໜງການ ໃຫ້ເອົາໃຈໃສ່ວຽກວາງເປົ້າໝາຍໃຫ້ຊັດເຈນ ເພື່ອຫັນໄປສູ່ຄວາມທັນສະໄໝ

ໃນໂອກາດກ່າວເປີດ ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນບາງຕອນວ່າ: ວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ແມ່ນການປຸກລະດົມກຳລັງແຮງຂອງມະຫາຊົນ ແລະ ທຸກຊັ້ນຄົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນສ້າງການຫັນປ່ຽນໃໝ່...

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...