Homeນານາສາລະຜັກກູດ ມີປະໂຫຍດຫຼາຍກວ່າທີ່ຄິດ

ຜັກກູດ ມີປະໂຫຍດຫຼາຍກວ່າທີ່ຄິດ

Published on

ຜັກກູດ ເປັນຜັກທີ່ມີລົດຊາດຈືດອົມຫວານ ແລະກອບ, ຍອດອ່ອນ ແລະໃບອ່ອນນິຍົມເອົາມກິນ ໂດຍນຳມາປຸງເປັນອາຫານໄດ້ຫຼາຍຊະນິດ ດ້ວຍການເອົາມາແກງ, ລວກ, ສຸບ, ຂົ້ວ ແຕ່ບໍ່ນິຍົມເອົາມາກິນແບບສົດໆ ເພາະມັນເມືອກ ເຊິ່ງໃນຊ່ວງລະດູແລ້ງ ຜັກກູດຈະແຊບກວ່າຊ່ວງອື່ນໆ, ນອກຈາກນັັ້ນ ຜັກກູດຍັງມີສັບພະຄຸນທາງຢາ ຊ່ວຍບໍາລຸງຮ່າງກາຍໃຫ້ສຸຂະພາບແຂງແຮງ ແລະປ້ອງກັນພະຍາດໄດ້ອີກດ້ວຍ

  • ຊ່ວຍເສີມສ້າງຮ່າງກາຍໃຫ້ແຂງແຮງ ຊ່ວຍເພີ່ມພູມຄຸ້ມກັນ ແລະຊ່ວຍຕ້ານອະນຸມູນອິດສະລະ
  • ອຸດົມດ້ວຍທາດເຫຼັກ ແລະເບຕາແຄໂຣທີນ ການກິນຜັກກູດ ຮ່ວມກັບຊີ້ນສັດ ຈະຊ່ວຍໃຫ້ຮ່າງກາຍດູດຊຶມແຮ່ທາດຕ່າງໆໄດ້ດີຂຶ້ນ ແລະຍັງບຳລຸງຮ່າງກາຍອີກດ້ວຍ
  • ໃບຜັກກູດ ເອົາມາຕົ້ມເປັນນໍ້າດື່ມ ຊ່ວຍແກ້ໄຂ້ຕົວຮ້ອນ
  • ຜັກກູດ ເປັນຜັກທີ່ມີຄຸນສົມບັດ ຊ່ວຍດັບຮ້ອນ ເຮັດໃຫ້ຮ່າງກາຍປັບສະພາບອຸນຫະພູມ ໃຫ້ເຂົ້າກັບລະດູໄດ້
  • ຊ່ວຍຫຼຸດລະດັບຄໍເຣດເຕີຣໍ ໃນເມັດເລືອດ
  • ຊ່ວຍບຳລຸງເລືອດ ເພາະຜັກກູດ ເປັນຜັກທີ່ມີທາດເຫຼັກຫຼາຍທີ່ສຸດເປັນອັນດັບໜຶ່ງ
  • ຊ່ວຍແກ້ພະຍາດເລືອດຈາງໄດ້
  • ຊ່ວຍບຳລຸງສາຍຕາ
  • ຊ່ວຍຫຼຸດຄວາມດັນເລືອດສູງ
  • ຊ່ວຍປ້ອງກັນເລືອດອອກຕາມແຂ້ວໄດ້
  • ຜັກກູດ ເປັນຜັກທີ່ມີເສັ້ນໃຍອາຫານທີ່ສູງຫຼາຍ ຈຶ່ງຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີ
  • ຊ່ວຍຂັບນໍ້າປັດສະວະ ແລະແກ້ພິດອັກເສບ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...